วันเสาร์ที่ 2 พฤศจิกายน พ.ศ. 2556

ປະຫວັດຂອງພຣະແກ້ວ



ດ້ວຍເຫດໃດພຣະແກ້ວມໍລະກົດຂອງລາວ
ຈຶ່ງໄປຢູ່ປະເທດໄທ?
       ພາຍຫລັງເຈົ້າອະນຸວົງ ເສຍໄຊໃຫ້ແກ່ສະຫຍາມແລ້ວ ສັກດີນາສະຫຍາມກໍ່ພະຍາຍາມຈະເອົາພຣະ
ແກ້ວມໍລະກົດໄປສະຖິດໄວ້ຢູ່ປະເທດໄທ..!ພວກເຂົາໄດ້ໃຊ້ຄວາມພະຍາຍາມຫຼາຍວິທີແຕ່ກໍ່ບໍ່ສາມາດຍົກ
ພຣະແກ້ວມໍລະກົດຂື້ນໄດ້,ສະນັ້ນພວກຈິ່ງໄດ້ໃຫ້ໝໍຫົນລາວຈໍານວນ 5 ຄົນ,ເພື່ອໄປອ້ອນວອນຊ່ວຍພວກ ເຂົາ.ໂດຍມີເຫດພົ້ນອາງອີງວ່າ: ປະຈຸບັນນີ້ເມືອງລາວຍັງບໍ່ທັນມີຄວາມສະຫງົບເທື່ອ ສະນັ້ນ ຈຶ່ງຂໍອັນເຊີນ
ພຣະແກ້ວມໍລະກົດນີ້ ຍ້າຍໄປປະດິດສະຖານໄວ້ຢູ່ກຸງເທບປະເທດໄທເສຍກ່ອນ,ຖ້າຫາກວ່າເມື່ອໃດ ເມືອງລາວມີຄວາມສະຫງົບຈະອັງເຊີນມາປະດິດສະຖານໄວ້ຢູ່ລາວຄືເກົ່າ.ເພື່ອເປັນການຢັ້ງຢືນສັກສີຂອງ
ສັກດີນາສະຫຍາມໃນເວລານັ້ນ ພວກເຂົາຈຶ່ງໄດ້ສະບານໄວ້ວ່າ:ຖ້າຫາກວ່າໄທບໍ່ໄດ້ປະຕິບັດຕາມຄໍາສາ ບານດັ່ງກ່າວນີ້ ຂໍໃຫ້ມີມະຫັນຕະໄພ 5 ຢ່າງເກີດຂື້ນແກ່ປະເທດໄທ (ສະຫຍາມ) ດັ່ງນີ້:
    1.    ນາຄາຂໍໃຫ້ສະດຸ້ງຕື່ນເຮັດໃຫ້ນໍ້າເກີດເປັນຄື້ນຖ້ວມບ້ານຖ້ວມເມືອງ.
    2.   ປະເທດໄທບໍ່ໃຫ້ມີຄວາມສະຫງົບ ຈະເລີນຮຸ່ງເຮືອງ ການເມືອງຂໍໃຫ້ສັບສົນອົນລະເວງ.
    3.   ອານາຈັກດຽວຂໍໃຫ້ແບ່ງເປັນຫຼາຍຊາດ.
    4.   ລາຊາບັນລັງຂໍໃຫ້ຖືກໂຄ່ນລົ້ມ.
    5.   ດິນສ່ວນໜື່ງຂໍໃຫ້ຈົມລົງພື້ນທະເລ.
ເມື່ອສັກດີນາສະຫຍາມໄດ້ຢັ້ງຢືນຄໍາສາບານຂອງຕົນຄືດັ່ງກ່າວແລ້ວ ໝໍຫົນລາວທັງ 5 ຄົນ.ຈຶ່ງພ້ອມ
ກັນກ່າວອັງເຊີນພຣະແກ້ວມໍລະກົດຕາມຈຸດປະສົງຂອງໄທ,ຈາກນັ້ນພວກສັກດີນາສະຫຍາມຈຶ່ງສາມາດເອົາ
ພຣະແກ້ວມໍລະກົດຂອງລາວ ໄປປະດິດສະຖານໄວ້ຢູ່ກຸງເທບ.(ປະເທດໄທ) ຈົນເຖິງປະຈຸບັນນີ້.
        ໜັງສືສະບັບນີ້ເອົາມາຈາກຫໍສະໝຸດຂອງ ແຂວງຫຼວງພະບາງ ໃນມື້ວັນທີ:18/02/2010.
         ຄົນດີຕ້ອງຮູ້ຮັກຊາດ ຄົນສະຫລາດຕ້ອງຮູ້ຈັກເຫດຜົນ ແລະ ຮູ້ປະຫວັດສາດ
                                        ຂອງປະເທດຊາດ ບ້ານເມືອງ.
                                      ¬¬¬¬¬¬¬¬¬'''''¬¬¬¬¬¬¬¬¬
                             ພຣະ ພອນ ພົງສະຫວັນ ວັດກາງສຸວັນນະນາຣາມ.
        ພິມຕໍ່ໂຕເກົ່າ ໃຫ້ແກ່ອອກຕົນຍາດໂຍມຊາວບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ.
       ( ຂໍໃຫ້ເປັນອະນິສົງຄໍ້າຊູຜູ້ຂ້າທຸກພົບ ທຸກຊາດ ຕາບຕໍ່ເທົ້າເຂົ້າສູ່ພະນິບພານດ້ວຍເຖີ້ນ.)

ไม่มีความคิดเห็น:

แสดงความคิดเห็น