วันเสาร์ที่ 2 พฤศจิกายน พ.ศ. 2556

ສ້າງແຜ່ນທຸລະກິດ



ພາກທີ I
ພາກສະເໜີ.
I.  ສະພາບລວມຂອງສັງຄົມ.
  ພາຍຫຼັງການປະຕິບັດເສດຖະກິດໃໝ່ ການເປີດກ້ວາງຕະຫຼາດ ແລະ ການສ້າງບັນຍາກາດ
ທີ່ດີໃຫ້ແກ່ການຜະລິດສິນຄ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ປັດຈຸບັນພວກ
ເຮົາຢູ່ໃນຍຸກແຫ່ງການປ່ຽນແປງໃໝ່, ເຕັກໂນໂລຊີທີ່ກ້າວໜ້າ ແລະ ຈຸດນີ້ສົ່ງຜົນເຮັດໃຫ້ສັງຄົມມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ມີຫຼາຍປັດໃຈເກີດຂື້ນຈາກອັນເກົ່າໄປສູ່ອັນໃໝ່ ໂດຍຜ່ານການວິ ວັດການພັດທະນາທີ່ຍາວນານເຮັດໃຫ້ພາວະເສດຖະກິດມີການປ່ຽນແປງ.
      ຄືເຮົາຮູ້ແລ້ວວ່າປະຊາກອນຂອງປະເທດເຮົານັບມື້ນັບຫຼາຍຂື້ນ ຮ້ານອາຫານ, ຮ້ານເຂົ້າປຽກ,
ຮ້ານເຂົ້າປຸ້ນ, ແລະ ໂຮງຈັກໂຮງງານຕ່າງໆ ກໍ່ເກີດຂື້ນຫຼາຍທີ່ສຸດ ແລະ ຄວາມຕ້ອງການນໍ້າກິນກໍ່
ນັບມື້ນັບຫຼາຍຂື້ນແລ້ວນໍ້າກໍ່ໍເປັນສິ່ງທີ່ເຮົາຂາດບໍ່ໄດ້ບໍ່ວ່າຈະເປັນຄົນ ຫຼື ສັດສາວະສິ່ງທັງຫຼາຍທັງປວງ
ເຫລົ່ານີ້ແມ່ນຂາດນໍ້າບໍ່ໄດ້, ສະນັ້ນນໍ້າແມ່ນເຫດປັດໃຈອັນດັບໜື່ງຂອງຄົນ, ສັດ, ພືດ ແລະ ສິ່ງອື່ນໆ,
ໃນສະໄໝກ່ອນເຊີ່ງປູຍາຕນາຍຂອງເຮົາເພີ່ນຍັງກິນນໍ້າຫ້ວຍຢູ່ ແຕ່ວ່າດ່ຽວນີ້ມັນມີການປ່ຽນແປງໄປຍຸກຕາມສະໄໝ ດ່ຽວນີ້ມີໂຮງຈັກໂຮງງານຜະລິດຫຼາຍສິ່ງຫຼາຍຢ່າງເຊັ່ນ: ໂຮງງານນໍ້າດື່ມ, ໂຮງງານຜະລິດ ເສື້ອຜ້າ,​ ໂຮງງານຊີມັງ ແລະ ໂຮງງານອຸດສາຫະກໍາຕ່າງໆ ເພາະວ່າປັດຈຸບັນປະເທດເຮົາກໍ່ເປັນປະເທດ ທີກໍາລັງພັດທະນາ, ເລີ່ມນໍາໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນການຜະລິດ ເພື່ອເປັນການປະຍັດ ເວລາພະລັງງານຄົນ ເພື່ອຜະລິດໃຫ້ໄດ້ຫຼາຍຕາມຄວາມຕ້ອງການຂອງລູກຄ້າ,
      ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດໄວໜຸ່ມ ແລະ ສັດສາວະສິ່ງຕ່າງໆກໍ່
ຍັງກິນນໍ້າທຸກໆມື້ບໍ່ວ່າຈະໄປໃສ່ກໍ່ຕາມເຮົາກໍ່ຍັງຢາກນໍ້າ ແລະ ນໍ້າກໍ່ເປັນເຫດປັດໃຈຂອງສິ່ງທີ່ມີຊີວິດຂາດ ບໍ່ໄດ້, ເພາະສະນັ້າແລ້ວນໍ້າເປັດທາດອັນດັບໜື່ງຂອງສິ່ງທີ່ມີຊີວິດ.
      ເນື່ອງຈາກເສດຖະກິດມີການປ່ຽນແປງ, ສັງຄົມເຮົາກໍ່ມີການຂະຫຍາຍຕົວສະນັ້ນການທໍາມາ ຫາກິນກໍ່ມີການປ່ຽນແປງນໍາເຊັ່ນ: ປ່ຽນຈາກການທໍາມາຫາກິນແບບທໍາມະຊາດ ມາທໍາການຜະລິດແບບ ອຸດສາຫະກໍາ, ມີການແປຮູບຜະລິດຕະພັນທີ່ໄດ້ຜະລິດມາແລ້ວ ໃຫ້ກາຍເປັນສິນຄ້າສົ່ງອອກຢູໃນສັງ ຄົມປັດຈຸບັນການແຍ່ງແຂ່ງຂັນກໍ່ມີຫຼາຍ ການທໍາມາຫາກິນກໍ່ມີຫຼາຍວິທີ່ ສະນັ້ນການຜະລິດນໍ້າດື່ມກາ ກະທິງນີ້ໃຫ້ກາຍເປັນສິນຄ້າ ກໍ່ເປັນອາຊີບໜື່ງທີ່ເຮັດໃຫ້ຄອບຄົວມີວຽກເຮັດງານທໍາ ແລະ ມີລາຍໄດ້ ພຽງພໍໃນການໃຊ້ຈ່າຍ
II. ຊື່ ແລະ ທີ່ຕັ້ງຂອງທຸລະກິດຜະລິດນໍ້າດື່ມ
1.  ຊື່ຂອງທຸລະກິດ
ການຜະລິດນໍ້າດື່ມວັງວຽງກາກະທິງ
2.  ທີ່ຕັ້ງຂອງທຸລະກິດ
       ທີ່ຕັ້ງຂອງທຸລະກິດ: ທຸລະກິດຜະລິດນໍ້າດື່ມວັງວຽງກາກະທິງຕັ້ງຢູ່ ບ້ານ ສະຫວ່າງ, ເມືອງ
ວັງວຽງ, ແຂວງວຽງຈັນ, ທິດເໜືອຕິດກັບຮ້ານຂາຍເຄື່ອງຍ່ອຍ, ທິດໃຕ້ຕິດກັບ ເຮືອນພັັກສັນຕິວິນລາ
ທິດຕາເວັນຕົກຕິດກັບຫົນທາງເຂົ້າໄປໃນເມືອງ, ທິດຕາເວັນອອກຕິດກັບເດີ່ນບິນວັງວຽງ. ການຕັ້ງ ໂຮງງານຜະລິດນໍ້າດື່ມນີ້ແມ່ນເໝາະສົມຫຼາຍທີ່ສຸດ ເພາະວ່າໃນເມືອງວັງວຽງຍັງບໍ່ທັນມີຜູ້ຜະລິດເຮັດ ເປັນທຸລະກິດຫຼາຍ ແລະ ກໍ່ມີລູກຄ້າມາໃຊ້ບໍລິການຫຼາຍ, ຖ້າເຮົາຕັ້ງໂຮງງານນີ້ຂື້ນລູກຄ້າກໍ່ຈະມາໃຊ້ບໍລິການ ຫຼືວ່າເຮົາຈະນໍາເອົາຕຸ໋ກນໍ້າໄປສົ່ງໃຫ້ເຖີງທີ່.
III. ເປົ້າໝາຍ ແລະ ວັດຖຸປະສົງ.
1.  ເປົ້າໝາຍ
- ເພື່ອສ້າງລາຍຮັບໃຫ້ຄອບຄົວ, ເພີ່ມທະວີຄວາມເປັນເຈົ້າຕົນເອງທາງດ້ານລາຍຮັບກຸ້ມຢູ,
ກຸ້ມກິນ ແລະ ມີທຸລະກິດເປັນຂອງຕົນເອງ.
- ເພື່ອແນໃສສົ່ງເສີມ ແລະ ຍົກລະດັບການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.
- ທຸລະກິດພວກເຮົາ ໄດ້ພະຍາຍາມສ້າງຄວາມແຕກຕ່າງທາງດ້ານຜະລິດຕະພັນເປັນຕົ້ນ, ຜະ
ຕະພັນຂອງພວກເຮົາມີຫຼາຍຮູບແບບ, ດ້ານການບໍລິການທີ່ເນັ້ນຄວາມພໍໃຈໃຫ້ແກ່ລູກຄ້າທັງເປັນການ ພັດທະນາທາງດ້ານພາບພົດ ແລະ ໃຫ້ກາຍເປັນທຸລະກິດທີ່ມີຂະໜາດໃຫຍ່ຂື້ນກວ່າເກົ່າຢູ່ໃນບ້ານເຮົາ ແມ່ນເຕັມໄປດ້ວຍການແຂ່ງຂັນກັນ.
- ເພື່ອສ້າງລາຍໄດ້, ສ້າງວຽກເຮັດງານທໍາໃຫ້ແກ່ສາມະຊິກໃນຄອບຄົວ, ເພື່ອຫຼຸດຜົນອອກ
ຈາກຄວາມທຸກຈົນເທື່ອລະກ້າວ.
- ເຮັດໃຫ້ໄດ້ຜະລິດຕະພັນເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ.
- ຈະຕ້ອງມີການປັບປຸງ ແລະ ພັດທະນາຜະລິດຕະພັນຂອງເຮົາໃຫ້ດີຂື້ນເລື້ອຍໆ.
2.  ວັດຖຸປະສົງ
- ທຸລະກິດຜະລິດນໍ້າດື່ມວັງວຽງກາກະທິງ ແມ່ນເພື່ອແນໃສ່ປະຊາຊົນ, ພະນັກງານ,ທະຫານ
ຕໍາຫຼວດ ແລະ ພໍ່ຄ້າຊາວຂາຍທັງຫຼາຍ.
- ເພື່ອຂະຫຍາຍຕາໜ່າງທຸລະກິດການຜະລິດໃຫ້ດີຂື້ນ.
- ຊ່ວຍໃຫ້ຮັບຮູ້ເຖີງການດໍາເນີນກງານ ແລະ ແຜ່ນທຸລະກິດ.
- ເປັນການຊອກຫາຄວາມຮູ້ ແລະ ປະສົບການໃນການຜະລິດນໍ້າດື່ມກາກະທິງ.
- ເພື່ອເຮັດໃຫ້ມີຍອດຂາຍນັບມື້ນັບຫຼາຍຂື້ນເທື່ອລະກ້າວ.
- ເປັນການເພີ່ມຜະລິດຕະພັນພາຍໃນທີ່ໄດ້ມາດຕະຖານ ທົດແທນການນໍາເຂົ້າຜະລິດທາງນອກ
- ການສ້າງແຜ່ນຍຸດທະສາດໃນຂະບວນການຜະລິດ ເພື່ອສ້າງຄວາມເຂັ້ມແຂງໃນການແຂ່ງຂັນ
ກັບຄູ່ແຂ່ງຫຼາຍອື່ນໆ.
IV. ຫລັກການ ແລະ ເຫດຜົນໃນການເລືອກຫົວຂໍ້
1.  ຫລັກການ
ອີງໃສ່ເປົ້າໝາຍການພັດທະນາເສດຖະກິດຂອງປະເທດ ຕາມນະໂຍບາຍການສົ່ງເສີມການຄ້າ
ເພື່ອເປັນການສ້າງລາຍຮັບໃຫ້ແກ່ເສດຖະກິດຄອບຄົວໃຫ້ໄດ້ຫຼາຍຂື້ນ, ເມື່ອສັງຄົມມີການຂະຫຍາຍ ຕົວເທົ່າໃດ ສັງຄົມຈະມີການພັດທະນາຫຼາຍຂື້ນເທົ່ານັ້ນ, ສະນັ້ນ ນໍ້າເຂົ້າປາອາຫານເປັນສິ່ງທີ່ຈໍາເປັນຕໍ່ການດໍາລົງຊີວິດຂອງມະນຸດໃນສັງຄົມ ການຜະລິດມີຄວາມສໍາຄັນຕໍ່ການຂະຫຍາຍຕາໜ່າງທຸ ລະກິດ ໂດຍສະເພາະການຜະລິດນໍ້າດື່ມເປັນສິນຄ້າ. ກິດຈະກໍາຕົ້ນຕໍ່ການຜະລິດນໍ້າດື່ມກາກະທິງນີ້ ເພື່ອອອກຈໍານາຍໃຫ້ແກ່ລູກຄ້າຢູ່ໃນຕົວເມືອງວັງວຽງ.
2.  ເຫດຜົນ
ເຫດຜົນການເລືອກເອົາຫົວຂໍໍ້ນີ້ ເພາະວ່າທຸກມືນີ້ຄົນເຮົາລວນແຕ່ຕ້ອງການນໍ້າກິນ ແລະ ນໍ້າ
ກໍ່ເປັນທາດໜື່ງທີ່ເຮົາຂາດມັນບໍ່ໄດ້, ໃນການເຮັດທຸລະກິດຜະລິດນໍ້າດື່ມກາກະທິງນີ້ກໍ່ໃຊ້ທຶນ ແລະ ແຮງງານບໍ່ຫຼາຍ ເປັນທຸລະກິດທີ່ລັດຖະບານໄດ້ອະນຸຍາດໃຫ້ດໍາເນີນ ແລະ ສົ່ງເສີມກ່ຽວກັບການຜະ ລິດນັບມືນັບຫຼາຍຂື້ນ, ສະຖານທີ່ຕັ້ງຂອງທຸລະກິດຜະລິດນໍ້າດື່ມກາກະທິງນີ້ແມ່ນຕັ້ງຢູ່ ບ້ານ ສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ, ຊຶງເປັນເຂດທີ່ມີຈຸດສຸມທີ່ມີຄົນອາໃສ່ຢູ່ຫຼາຍ ແລະ ທາງຫຼັງຕິດກັບເດີ່ນຍົນ ທາງໜ້າຕິດກັບເສັນທາງເຂົ້າມາໃນເມືອງ.
ມີອິດສະຫລະໃນການດໍາເນີນງານຄື ເຈົ້າຂອງເປັນຜູ້ບໍລິຫານງານເອງ, ເຈົ້າຂອງຜູ້ດຽວເງິນ
ທຶນແມ່ນໄດ້ມາຈາກເຈົ້າຂອງ, ທຸລະກິດຂະໜາດໃຫຍ່ແມ່ນຕ້ອງມີພື້ນຖານຈາກທຸລະກິດຂະໜາດນ້ອຍ ທັງນັ້ນ.

ພາກທີ II
ພາກເນື້ອໃນ

I.   ຕະຫລາດ ແລະ ການສຶກສາທາງດ້ານການຕະຫລາດ
ການສຶກສາກ່ຽວກັບຕະຫລາດ ແມ່ນກ້າວທໍາອິດຂອງການດໍາເນີນທຸລະກິດທຸກປະເພດ, ທຸກ
ຮູບແບບບໍ່ວ່າຈະເປັນຂົງເຂດໃດກໍ່ຕາມ ກ່ອນທີ່ນັກທຸລະກິດຜູ້ໜື່ງຈະທຸມເທເງິນທຶນຊັບສົມບັດຂອງຕົນເອງ, ເພື່ອສ້າງກິດຈະການໂດຍມຸງຫັວງວ່າສິ່ງທີ່ຈະຕອບແທນມານັ້ນຈະຫຼາຍກວ່າຈໍານວນເງິນທີ່ ຕົນເອງທຸມເທລົງໄປ ແລະ ແນ່ນອນເຂົາເຈົ້າຕ້ອງໄດ້ໃຊ້ເວລາສຶກສາເປັນເວລາດົນນານ, ເພື່ອຊອກ ຫາໂອກາດອັນເໝາະສົົມ ເພື່ອປັບປຸງຄວາມສ່ຽງທີ່ອາດຈະເກີດຂື້ນກັບທຸລະກິດຂອງເຂົາ, ໃນໄລຍະ ມານັກເສດຖະສາດ, ນັກບໍລິຫານ ແລະ ນັກການຕະຫລາດຫຼາຍໆທ່ານໄດ້ໃຊ້ຄວາມພະຍາຍາມຂອງ ຕົນເອງເພື່ອຄົ້ນຄ້ວາ ແລະ ສຶກສາບັນຫາຕ່າງໆທາງດ້ານເສດຖະກິດ, ດ້ານບໍລິຫານ ແລະ ການຕະຫລາດ ເພື່ອນໍາໃຊ້ເປັນຫລັກການໃນການດໍາເນີນດ້ານການຜະລິດ, ການຄ້າຂາຍເປັນຕົນແມ່ນທິດສະດີການດໍາເນີນທຸລະກິດທີ່ເວົ້າກ່ຽງກັບກົດເກນແຫ່ງຄວາມຕ້ອງການ ແລະ ຕອບສະໜອງ, ຄົ້ນ ຄ້ວາກ່ຽວກັບຄວາມຕ້ອງການພື້ນຖານຂອງມະນຸດ ແລະ ບັນຫາອື່ນໆອີກຫຼາຍຢ່າງ ພວກເຮົາສາ ມາດ ເວົ້າໄດ້ວ່າການຕະຫລາດແມ່ນໝາກຫົວໃຈສໍາຄັນຂອງການດໍາເນີນທຸລະກິດ.
1.  ກຸ່ມລູກຄ້າເປົ້າໝາຍ
ເນື່ອງຈາກວ່າທີ່ຕັ້ງຂອງທຸລະກິດມີຄວາມເໝາະສົມ ເພາະວ່າເປັນເຂດຊຸມຊົນມີຄົນອາໃສ່ຢູ່
ເປັນຈໍານວນຫຼວງຫຼາຍ ແລະ ມີການພັດທະນາໃນຂົງເຂດທີ່ທຸລະກິດຕັ້ງຢູ່ສໍາລັບກຸ່ມລູກຄ້າ ເປົ້າໝາຍແມ່ນປະກອບມີຫຼາຍປະເພດເຊັ່ນ: ບັນດາຮ້ານອາຫານ, ເຮືອນພັກ ແລະ ຮ້ານຍ່ອຍຕ່າງໆ.
2.  ຂະໜາດຂອງຕະຫລາດ
ສ່ວນແບ່ງຕະຫລາດ ຫຼື ຂະໜາດຂອງຕະຫລາດ ແລະ ການຕະຫລາດເປົ້າໝາຍເປັນໝາກ
ຫົວໃຈຂອງການຕະຫລາດສະໄໝໃໝ່, ມີທຸລະກິດຈໍານວນໜື່ງທີ່ພະຍາຍາມເຮັດການຕະຫລາດໂດຍ ເໜັ້ນໃສ່ຕະຫລາດຊຸມຊົນ ແຕ່ທຸລະກິດເຫຼົານັ້ນກໍ່ຮູ້ດີຢູ່ວ່າ ເຖີງແມ່ນວ່າທຸລະກິດຈະສາມາດພັດທະນາ ຜະລິດຕະພັນໄດ້ພ່ຽງໃດກໍ່ຕາມ ແຕ່ກໍ່ບໍ່ສາມາດສະໜອງຄວາມຕ້ອງການຂອງລູກຄ້າທຸກ ຄົນໄດ້, ເພາະ ຂະໜາດຕະຫຼາດທີ່ໃຫຍ່ ແລະ ຄວາມຕ້ອງການຂອງລູກຄ້າທີ່ຫລາກຫລາຍ ແລະ ແຕກຕ່າງກັນຫຼາຍ ໃນຕະຫລາດ ອາດຈະສາມາດສະເໜີຂາຍຜະລິດຕະພັນ ຫຼື ສິນຄ້າທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າບາງກຸ່ມໄດ້ດີ.
ທຸລະກິດສ່ວນຫຼາຍຈະພິຈາລະນາຂະໜາດ ແລະ ອັດຕາການຈະເລີນເຕີບໃຫຍ່ຂອງສ່ວນຕະ
ຫລາດທີ່ເໝາະສົມກັບຕົນ, ທຸລະກິດຂະໜາດໃຫຍ່ຈະເລືອກຕະຫລາດໃຫຍ່ໃນຂະນະດ່ຽວກັນສ່ວນຕະຫລາດທີ່ມີການຈະເລີນເຕີບໃຫຍ່ຫຼາຍຈະເປັນປັດໃຈໃນການດຶງດູດຄູ່ແຂ່ງຂັນຫຼາຍຂື້ນ, ຂະໜາດຂອງຕະຫລາດທຸລະກິດຜະລິດນໍ້າດື່ມກາກະທິງນີ້ ແມ່ນມີຂະໜາດໃຫຍ່ພໍສົມຄວນຊຶ່ງໄດ້ກວມເອົາບັນ ດາກຸ່ມຄົນທີ່ອາໃສ່ຢູ່ບ້ານ ສະຫວ່າງ, ວັງວຽງ, ໂພນເພັງ, ຫ້ວຍສະເຫງົ້າ, ເມືອງຊອງ, ວຽງແກ້ວ, ຫ້ວຍແຍ້, ພູດິນແດງ, ປາກເປາະ, ຫ້ວຍງາມ ແລະ ກຸ່ມຄົນອື່ນໆ.
3.  ການຄາດຄະເນຕະຫລາດໃນອານະຄົດ
ວັດຖຸປະສົງທີ່ສໍາຄັນທີ່ສຸດຂອງການຄາດຄະເນຕະຫລາດໃນອານາຄົດຄື ການປະເມີນ ຫຼືຄາດ
ຄະເນຄວາມຕ້ອງການໃນອານາຄົດ ການຄາດຄະເນນີ້ເຮັດໃຫ້ຍາກ ເພາະສະພາບຕະຫລາດປ່ຽນແປງ ຢູ່ສະເໝີ, ມີຜະລິດຕະພັນບາງຊະນິດທີ່ອາດຈະຄາດຄະເນໄດ້ງ່າຍ ຖ້າຄວາມຕ້ອງການບໍ່ປ່ຽນ ແປງໄດ້ງ່າຍ ແຕ່ວ່າຜະລິດຕະພັນສ່ວນຫຼາຍມີການປ່ຽນແປງຢ່າງໄວວາ.
      ວິທີ່ຂອງການຄາດຄະເນມີຕັ້ງແຕ່ວິທີທີ່ງ່າຍຈົນເຖີງວິທີທີ່ຍາກ ທີ່ຕ້ອງອາໃສ່ຜູ້ຊ່ຽວຊານເປັນ
ໜ້າທີ່ຂອງນັກການຕະຫລາດທີ່ຄວນຈະຮຽນຮູ້ກຽວກັບວິທີການຄາດຄະເນ ເພາບໍ່ພຽງແຕ່ຈະຮູ້ເຖີງຄຸນ ປະໂຫຍດ ແລະ ໂທດຂອງການຄາດຄະເນເທົ່ານັ້ນ ຍັງອາດຈະຕ້ອງຮຽນຮູ້ເຖີງວິທີຂອງການຄາດຄະເນທີ່ມີຢູ່ 5 ວິທີຄື: ການສໍາລວດຄວາມຕ້ອງການຂອງຜູ້ຊື້, ການລວບລວມຄວາມຄິດເຫັນ ຂອງພະນັກງານຂາຍ, ຄວາມເຫັນຂອງຜູ້ຊ່ຽວຊານ, ການທົດສອບຕະຫລາດຕົວຈິງ, ການວິເຄາະອະນຸກົມ ເວລາ ເຊັ່ນ: ແນວໂນມທີ່ຈະເກີດຂື້ນ ແລະ ເຫດການທີ່ຄາດບໍ່ເຖີງ ແລະ ໃນບົດນີ້ໄດ້ເລືອກເອົາວິ ທີທີ່ 2 ໃນການຄາດຄະເນຕະຫລາດອານາຄົດຄື: ວິທີການຄາດຄະເນຄວາມຕ້ອງການຂອງຕະຫລາດ ວິທີນີ້ມີປະໂຫຍດຫຼາຍ ເພາະພະນັກງານຂາຍເປັນຜູ້ທີ່ຢູ່ໃກ້ສິດກັບຕະຫລາດຫຼາຍກວ່າຜູ້ອື່ນ, ນອກຈາກ ນັ້ນຍັງໄດ້ການຄາດຄະເນ ດັ່ງນັ້ນທຸລະກິດການຜະລິດນໍ້າດື່ມກາກະທິງນີ້ ຈິງ ຄາດຄະເນຕະຫລາດໃນອານາຄົດຄື:
      ນອກຈາກກຸ່ມເກົ່າທີ່ເຄີຍຊື້ນໍາພວກເຮົາແລ້ວ ນອກຈາກນັ້ນພວກເຮົາຍັງຄາດວ່າຈະມີການປັບ
ປຸງທຸລະກິດໃຫ້ດີຂື້ນກວ່າເກົ່າ ໃຫ້ລູກໄດ້ມີຄວາມສົນໃຈເຂົ້າມາຊື້ສິນຄ້າຂອງພວກເຮົານີ້ຫຼາຍກວ່າເກົ່າ,
ແລ່ວພວກເຮົາຍັງຈະເອົາສິນຄ້າໄປສົ່ງເຖີງທີ່.
4.  ຍຸດທະສາດໃນການວາງແຜນການທາງຕະຫລາດ
ນັກການຕະຫລາດຫຼາຍຄົນໄດ້ຕັ້ງຂໍ້ສັງເກດໄວ້ວ່າ ການແຂ່ງຂັນທາງການຕະຫລາດໃນປັດຈຸ
ບັນມີຄວາມຮຸນແຮງປຽບເໝືອນໜື່ງໃນການເຮັດສົງຄາມການຕະຫລາດ ທີ່ຕ່າງຝ່າຍຕ່າງໃຊ້ຍຸດທະ ວິທີຕ່າງໆ ເພື່ອພິເສດ ຫຼື ທໍາລາຍຄູ່ແຂ່ງຂັນຈົນເຮັດໃຫ້ເກີດຊັບທາງການຕະຫລາດໃໝ່ໆທີ່ໃຊ້ສື່ຄວາມ ໝາຍຂອງການແຂ່ງຂັນທາງການຕະຫລາດຊຶ່ງເພີ່ມຄວາມຮຸນແຮງຂື້ນທຸກວັນ ເຊັ່ນ: ຄໍາວ່າ ການໂຈມຕີ, ການຕະຫລາດແບບກອງໂຈນ, ແຜນການສືບຂ່າວ, ການປິດລ້ອມຄູ່ແຂ່ງຂັນກົດລະຍຸດ
ຍຸດທະວິທີການຕັດກໍາລັງສົ່ງສະບຽງສາຍບັງຄັບບັນຊາ ເຫຼົ່ານີ້ເປັນຕົນ.
ໃນການແຂ່ງຂັນທາງການຕະຫລາດ ຍ່ອມຈະມີຄູ່ແຂ່ງຂັນຫຼາຍປະເພດ ນັບຕັ້ງແຕ່ຜູ້ນໍາຕະ
ຫລາດ ຊຶ່ງເປັນຜູ້ທີ່ມີສ່ວນຄອງຕະຫລາດສູງທີ່ສຸດອາດຈະເທົ່າກັບ 30%-50% ຫຼື ຕໍ່າກວ່ານັ້ນໃນກໍ
ລະນີທີ່ມີຄູ່ແຂ່ງຂັນໃນຕະຫລາດຈໍານວນຫຼາຍ ຜູ້ນໍາຕະຫລາດຈະພະຍາຍາມຮັກສາຄວາມເປັນຜູ້ນໍາຊຶ່ງ ບໍ່ເປັນເລື່ອງງ່າຍຍຸດທະສາດທີ່ສໍາຄັນໃນການຮັກສາຄວາມເປັນອັນດັບ 1 ຄື: ການຂະຫຍາຄວາມຕ້ອງ ການຕະຫລາດ, ການປົກປ້ອງສ່ວນຄອງຕະຫລາດ ແລະ ການເພີ່ມສ່ວນຄອງຕະຫລາດ ໃຫ້ຫຼາຍທີ່ສຸດ ນອກນັ້ນຍັງມີບາງບໍລິສັດທີ່ມີສ່ວນຄອງຕະຫລາດຢູ່ໃນອັນດັບຕົ້ນໆ ທີ່ຍາກເຂົ້າມາແຂ່ງຂັນ ເພື່ອຍາດເອົາສ່ວນຄອງຕະຫລາດອາດຈະເລືອກທີ່ຈະໂຈມຕີຜູ້ນໍາຕະຫລາດໂດຍກົງ ຫຼື ໂຈມຕີຄູ່ແຂ່ງຂັນຄົນອື່ນໆ ທີ່ມີຂະໜາດເທົ່າທ້ຽມກັນ ນອກຈາກນັ້ນຍັງມີຍຸດທະສາດຜູ້ຕິດຕາມ ແລະ ຜູ້ເຈາະຕະຫລາດຍ່ອຍ ດັ່ງນັ້ນຍຸດທະສາດໃນການວາງແຜນການຕະຫລາດເຮົາຕ້ອງເອົາໃຈໃສໃນການວາງແຜນຄື: ຕ້ອງສັງ ເກດເບີ່ງຄວາມຕ້ອງການຂອງລູກຄ້າເປັນຫລັກ, ມີການໂຄສະນາທຸລະກິດ ຂອງຕົນເອງ, ເໜັ້ນຂອດຂອງການບໍລິຫານການໃຫ້ມີປະສິດຕິພາບຕື່ມອີກ.
5.  ການດໍາເນີນງານ
ສໍາລັບຂັ້ນຕອນຂອງການດໍາເນີນງານ ຫຼື ຂັ້ນຕອນຂອງການຜະລິດແມ່ນມີຄວາມສໍາຄັນຫຼາຍ
ເພາະຜະລິດຕະພັນຈະອອກມາດີມີຄຸນນະພາບ ລູກຄ້າຈະໃຫ້ຄວາມນິຍົມຫຼືບໍ່ ຫຼືທຸລະກິດຈະໄປຫລອດ ໄດ້ນັ້ນກໍ່ເພາະຜະລິດຕະພັນມີຄວາມເໝາະສົມກັບລາຄ່າ ແລະ ຮັບປະກັນເຖີງສຸຂະພາບຜູ້ທີບໍລິໂພກ.
ສໍາລັບວິທີການຜະລິດນໍ້າດື່ມກາກະທິງນີ້ມີຢູ່ 2 ວິທີຄື: 1, ຜ້ານການກັນຕອງດ້ວຍລະບົບຣີ
ເວີສໂອສໂມຊີສ. 2, ຂ້າເຊື້ອດ້ວຍແສງອຸນຕຣາໄວໂອເລັດ ແລະ ໂອໂຊນ.
II.  ການວິເຄາະຄູ່ແຂ່ງ.
ໃນສະພາບປະຈຸບັນທີ່ມີການແຂ່ງຂັນກັນສູງ ການທຸລະກິດທໍາຄວາມເຂົ້າໃຈກັບລູກຄ້າຢ່າງ
ດຽວບໍ່ທັນພຽງພໍເທື່ອ, ທຸລະກິດຈໍາເປັນຕ້ອງສຶກສາຄູ່ແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນທຸລະກິດຜະລິດນໍ້າດື່ມວັງວຽງກາກະທິງນີ້ກໍ່ເປັນທຸລະກິີດໜື່ງ ທີ່ການແຂ່ງຂັນກັນຫຼ່າຍເພາະປະ ຈຸບັນປະຊາກອນມີຈໍານວນຫຼາຍຂື້ນ ຄົນມັກຄວາມສະດວກສະບາຍຫຼາຍຂື້ນ ສະນັ້ນຈື່ງເຮັດໃຫ້ມີການ ພັດທະນາທຸລະກິດ ແລະ ຜະລະດຕະພັນໃຫ້ດີຂື້ນເລື້ອຍໆ ໃນເມື່ອມີຜະລິດຕະພັນໃໝ່ອອກມາເລື້ອຍໆ ກໍ່ເຮັດໃຫ້ທຸລະກິດມີການແຂ່ງຂັນກັນຫຼາຍຂື້ນ, ດັ່ງນັ້ນບັນຫາເລື່ອງການແຂ່ງຂັນກັນໃນ ທຸລະກິດຈຶ່ງເປັນບັນຫາສໍາຄັນທີ່ຜູ້ບໍລິຫານບໍ່ຄວນເບີ່ງຂ້າມ ເພາະມັນເປັນສາຍເຫດໜື່ງທີ່ຈະພາໃຫ້ ທຸລະກິດຂອງ ເຮົາລົ້ມທະລາຍໄດ້.

1.  ຈຸດແຂງຂອງຄູ່ແຂ່ງຂັນ.
ທຸກໆທຸລະກິດປະກອບມີທັງຈຸດແຂງ ແລະ ຈຸດອ່ອນ ຢູ່ນໍາກັນຖ້າທຸລະກິດມີຈຸດອ່ອນຫຼາຍ
ເກີນໄປກໍ່ຈະເຮັດໃຫ້ທຸລະກິດດັ່ງກ່າວນັ້ນລົ້ມທະລາຍໄດ້ຄື: ດັ່ງທຸລະກິດຂອງຄູ່ແຂ່ງຂອງພວກເຮົາກໍປະ ກອບມີຈຸດແຂງເຊັ່ນ:
- ທຸລະກິດຂອງຄູ່ແຂ່ງຕັ້ງມາເປັນເວລາທີ່ດົນມາແລ້ວເຮັດໃຫ້ມີລູກຄ້າປະຈໍາ ແລະ ຜູ້ສະໜອງ
ວັດຖຸດິບຫຼາຍ.
- ມີປະສົບການໃນການດໍາເນີນທຸລະກິດ.
- ມີເງິນທຶນຫຼາຍ.
- ເປັນທີ່ຮູ້ຈັກຂອງຄົນສ່ວນຫຼາຍ.
2.  ຈຸດອ່ອນຂອງຄູ່ແຂ່ງ.
ນອກຈາກຈຸດແຂງແລ້ວການປະກອບທຸລະກິດກໍ່ຕ້ອງປະກອບມີຈຸດອ່ອນ ທຸລະກິດຂອງຄູ່ແຂ່ງ
ປະກອບມີຈຸດອ່ອນເຊັ່ນ:
- ທີ່ຕັ້ງບໍ່ເໝາະສົມເພາະຕັ້ງສະຖານທີ່ແອອັດຫຼາຍ.
- ຂາດການສຶກສາທາງການຕະຫລາດ.
- ຍັງຂາດຄວາມເອົາໃຈໃສ່ໃນການບໍລິການລູກຄ້າ.
- ຄວາມຮູ້ໃນການບໍລິຫານມີໜ້ອຍ.
- ນໍ້າບໍ່ສະອາດ, ຜ້ານຈາກການກັນຕອງບໍ່ດີ.
3.  ຂໍ້ໄດ້ປຽບທາງທຸລະກິດ.
ການທີ່ບຸກຄົນຕັດສິນໃຈເລືອກປະກອບທຸລະກິດປະເພດໃດໜື່ງນັ້ນຈະຕ້ອງມີຂໍ້ມູນ ແລະ ສິ່ງ
ຈູງໃຈບາງຢ່າງ, ຊື່ງເຮັດໃຫ້ບຸກຄົນເຫຼົ່ານັ້ນຕ້ອງການປະກອບທຸລະກິດຂອງຕົນເອງຫຼາຍກວ່າການເປັນ ລູກນ້ອງຄົນອື່ນ ສໍາລັບທຸລະກິດຜະລິດນໍ້າດື່ມວັງວຽງກາກະທິງມີຂໍ້ໄດ້ປຽບດັ່ງນີ້:
- ລາຄາຂອງສິນຄ້າມີລັກສະນະຕໍ່າກວ່າ, ຜະລິດຕະພັນມີຄຸນນະພາບ.
- ມີທີ່ຕັ້ງເໝາະສົມ.
- ມີຄວາມຮູ້ທາງດ້ານການບໍລິຫານທຸລະກິດ.
- ມີການບໍລິການລູກຄ້າທີ່ດີ, ສົ່ງສິນຄ້າໄປໃຫ້ເຖີງທີ່.
- ຕົ້ນທຶນທຸລະກິດຕໍ່າ, ເຮັດໃຫ້ໄດ້ປຽບທາງດ້ານລາຄາ ແລະ ໄດ້ຮັບຜົນຕອບແທນສູງ.
- ມີການສຶກສາທາງດ້ານການຕະຫລາດກ່ອນຕັ້ງທຸລະກິດ.
- ມີການວາງແຜນທາງດ້ານການຕະຫລາດເປົ້າໝາຍ.
- ມີທຶນເປັນຂອງຕົນເອງ.
- ມີອາຄານສະຖານທີ່ເປັນຂອງຕົນເອງ.
III. ງົບປະມານການລົງທຶນ.
ການຕັດສິນໃຈປະກອບທຸລະກິດກໍຄື ການຕັດສິນໃຈກ່ຽວກັບການລົງທຶນ ໝາຍເຖີງການລົງ
ທຶນທີ່ໃຫ້ຜົນຕອບແທນໄລຍະຍາວໃນອານາຄົດຮຽກວ່າ ງົບປະມານການລົງທຶນ ການປະກອບ ທຶນເບື່ອງຕົ້ນ ມີການພົວພັນວຽກງານການບັນຊີ-ການເງິນ ແລະ ເປັນປັດໃຈສໍາຄັນທີ່ສຸດຕໍ່ການລົງ ທຶນຕ່າງໆ ຈະຕ້ອງໄດ້ລ່ຽງງົບປະມານການລົງທຶນໃຫ້ລະອຽດ, ເພື່ອຫລີກລ້ຽງຈາກຂໍ້ຜິດພາດພ້ອມ ກັນນັ້ນກໍ່ເຮັດໃຫ້ມີເງິນທຶນໝູນວຽນພຽງພໍກັບຄວາມຕ້ອງການ. ແຫຼງທີ່ມາຂອງງົບປະມານການລົງທຶນ ຂອງທຸລະກິດມາເປັນທຸລະກິດໂດຍແມ່ນເອກະຊົນເປັນຜູ້ສ້າງຕັ້ງຂື້ນ 100%.
1.  ທຶນຄົງທີ່.
ທຶນຄົງທີ່ຄືຊັບສິນທີ່ບໍ່ຖືກໃຊ້ໃຫ້ໝົດໄປຕະຫຼອດໄລຍະເວລາສັ້ນໆ ທຶນຄົງທີມັກຈະບໍ່ແປງສະ
ພາບເປັນເງິນສົດໄດ້ງ່າຍ ແລະ ມັກຈະເສື່ອມມູນຄ່າລົງຕະຫຼອດໄລຍະເວລາທີ່ຍາວນານທຶນຄົງທີ່ໄດ້
ແກ່: ອາຄານ, ເຄື່ອງຈັກ, ອຸປະກອນ, ພາຫະນະ, ແລະ ອື່ນໆ ທີ່ມີອາຍຸການນໍາໃຊ້ເກີນກວ່າ 1 ປີ
ຂື້ນໄປ.

ຕາຕະລາງທີ 1 ທຶນຄົງທີ.

ລ/ດ
ລາຍການ
ມູນຄ່າ
1
ທີ່ດິນ
30,000,000
2
ສິ່ງປູກສ້າງ
60,000,000
3
ພາຫະນະ
50,000,000
4
ເຄື່ອງຈັກ
15,000,000
5
ອຸປະກອນອື່ນໆ
7,000,000

ລວມ
162,000,000

2.  ທຶນໝູນວຽນ.
ທຶນໝູນວຽນຄືທຶນທີ່ປ່ຽນສະພາບເປັນຊັບສິນທີ່ມີສະພາບຄອງ ແລະ ປ່ຽນເປັນເງິນສົດໄດ້ງ່າຍ
ທຶນໝູນວຽນໄດ້ແກ່ເງິນສົດ, ລູກໜີ້, ສິນຄ້າໃນສາງ, ວັດຖຸດິບ ແລະ ສິນຄ້າສໍາເລັດຮູບໄດ້ແກ່ຈໍາພວກ ນີ້ເປັນຕົ້ນ: ສໍາລັບທຶນໝູນວຽນຂອງພວກເຮົາແມ່ນນໍາໃຊ້ເຂົ້າໃນການຈ່າຍຄ່າຕ່າງໆດັ່ງນີ້:



ຕາຕະລາງທີ 2: ການນໍາໃຊ້ທຶນໝູນວຽນ.

ລ/ດ
ລາຍການ
ມູນຄ່າ
1
ຄ່າໄຟຟ້າ
700,000
2
ວັດຖຸດິບ
9,000,000
3
ຄ່າແຮງງານພະນັກງານ
8,000,000
4
ຄ່ານໍ້າປະປາ
1,000,000
5
ຄ່າໂທລະສັບ
500,000
6
ຄ່າລາຍຈ່າຍສິ້ນເປືອງອື່ນໆ
4,000,000
7
ເງິນສົດ
10,000,000

ລວມ
33,200,000

3.  ແຫລງທີ່ມາຂອງທຶນ.
ອັດຕາການລົ້ມລະລາຍຂອງທຸລະກິດຂະໜາດນ້ອຍຊີ້ໃຫ້ເຮົາເຫັນວ່າຜູ້ປະກອບການທຸລະກິດ
ຂະໜາດນ້ອຍເປັນຈໍານວນຫຼາຍໄດ້ເຮັດໃຫ້ຄວາມຜິດພາດຢ່າງຮ້າຍແຮງ ໃນເມື່ອພວກເຂົ້າເລີ່ມຕົ້ນ
ດໍາເນີນທຸລະກິດ ອັດຕາການລົ້ມລະລາຍນີ້ຍັງຊີ້ໃຫ້ເຫັນວ່າ ສາຍເຫດທີ່ສໍາຄັນຢ່າງໜື່ງທີ່ເຮັດທຸລະກິດລົ້ມລະລາຍຄື: ການຂາດເງິນທຶນໃນການດໍາເນີນທຸລະກິດ ດັ່ງນັ້ນຈຶ່ງເຮັດໃຫ້ອັດຕາລົ້ມລະລາຍ ຂອງທຸລະກິດຢູ່ໃນລະດັບສູງເຮັດໃຫ້ເປັນການຍາກທີ່ທຸລະກິດຈະກູ້ຢືມເງິນເພື່ອໃຊ້ເປັນເງິນທຶນ ເພື່ອ
ເລີ່ມຕົ້ນທຸລະກິດໃໝ່, ການທີ່ຜູ້ປະກອບທຸລະກິດຮູ້ເຖີງຈໍານວນເງິນທີ່ຈະນໍາມາລົງທຶນ ແລະ ແຫລງ ທີ່ມາຂອງທຶນເປັນເລື່ອງທີ່ສໍາຄັນສໍາລັບເຈົ້າຂອງທຸລະກິດ.
ທຸລະກິດຜະລິດນໍ້າດື່ມວັງວຽງກາກະທິງນີ້ແມ່ນໄດ້ມາຈາກທຶນຂອງຕົນເອງ 100% ດັ່ງນັ້ນ,
ຈິ່ງເປັນຂໍ້ສະດວກໃນການລົງທຶນເຮັດທຸລະກິດນີ້.

Ä    ຄວາມຕ້ອງການເງິນທຶນໃນການປະກອບທຸລະກິດ.

ຕາຕະລາງທີ 3: ຄວາມຕ້ອງການເງິນທຶນໃນການປະກອບທຸລະກິດ
ລ/ດ
ຄວາມຕ້ອງການທຶນ
ມູນຄ່າເປັນເງິນ
1
ທຶນຄົງທີ່
162,000,000
2
ທຶນໝູນວຽນ
32,200,000

ລວມທຶນທັງໝົດ
194,200,000
4.  ການຫລັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ.

ຕາຕະລາງທີ 4: ຫຼັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ

ລ/ດ
ລາຍການ
ມູນຄ່າເດີມ
ອາຍຸການນໍາໃຊ້ (ປີ)
ຄ່າຫຼຸ້ຍຫ້ຽນ
1
ສິ່ງປຸກສ້າງ
60,000,000
20
3,000,000
2
ພາຫະນະ
50,000,000
10
5,000,000
3
ເຄື່ອງຈັກ
15,000,000
10
1,500,000
4
ອຸປະກອນອື່ນໆ
7,000,000
6
600,000

ລວມ
132,000,000

10,100,000

5.  ການຄາດຄະເນຍອດຂາຍປະຈໍາປີ.
- ຜົນທີ່ຄາດວ່າຈະໄດ້ຮັບສາມາດຂາຍສິນຄ້າໄດ້ ແລະ ລູກຄ້າທີ່ມາຊື້ຜະລິດຕະພັນນັ້ນໄດ້
ໃຊ້ຜະລິດຕະພັນທີ່ມີຄຸນນະພາບ ແລະ ສາມາດຊື້ຕາມທີ່ຕ້ອງການໄດ້.

ຕາຕະລາງທີ 5: ຄາດຄະເນຍອດຂາຍປະຈໍາປີ

ລ/ດ
ເນື້ອໃນລາຍການ
ຫົວໜ່ວຍ
ຈໍານວນ/ປີ
ລາຄາ
ລວມເປັນເງິນ
1
ຂາຍນໍ້າດື່ມ
ຕຸກ
50,000
3,000
150,000,000

ລວມ



150,000,000

ສໍາລັບການຄິດໄລ່ການຂາຍນໍ້າດື່ມແມ່ນ ຄິດໄລ່ເປັນຕຸ໋ກບໍລິການໄປສົ່ງໃຫ້ເຖີງທີ່ແມ່ນຂາຍ
ຕຸ໋ກລະ 3,000 ກີບ.


6.  ການຄິດໄລ່ຕົ້ນທຶນລາຍຈ່າຍຂອງທຸລະກິດ.
ຕາຕະລາງທີ 6: ລາຍຈ່າຍຂອງທຸລະກິດ

ລ/ດ
ເນື້ອໃນລາຍການ
ຫົວໜ່ວຍ
ຈໍານວນ/  ປີ
ລາຄາ
ລວມເປັນເງິນ
1
ຄ່າໃຊ້ຈ່າຍຄົງທີ



18,100,000

ຄ່າແຮງງານພ/ງ



8,000,000

ຄ່າຫຼຸ້ຍຫ້ຽນຊັບສົມຄົງທີ່



10,100,000
2
ຄ່າໃຊ້ຈ່າຍປ່ຽນແປງ



9,300,000

ຄ່າແຮງງານທາງກົງເຂົ້າການຜະລິດ



8,000,000

ຄ່າສິ້ນເປືອງຕ່າງໆ



500,000

ອາກອນ



800,000

ລວມ



27,100,000








7.  ຄາດຄະເນລາຍໄດ້ຈາກການຂາຍ
ຕາຕະລາງທີ 7: ຄາດຄະເນລາຍໄດ້ຈາກການຂາຍ

ລ/ດ
ເນື້ອໃນລາຍການ
ຕໍ່ວັນ
ຕໍ່ເດືອນ
ຕໍ່ປີ
1
ຂາຍນໍ້າດື່ມເປັນຈໍານວນ
250 ຕຸ໋ກ
7,750 ຕຸ໋ກ
50,000 ຕຸ໋ກ
2
ຂາຍຄິດເປັນເງິນ




ລາຍໄດ້ຈາກການຂາຍ
750,000
23,250,000
150,000,000

ລວມ
750,000
23,250,000
150,000,000

8.   ການຄິດໄລ່ຜົນໄດ້ຮັບ
ຕາຕະລາງທີ 8: ຄິດໄລ່ຜົນໄດ້ຮັບ

ລ/ດ
ເນື້ອໃນລາຍການ
ຕໍ່ວັນ
ຕໍ່ເດືອນ
ຕໍ່ປີ
I
ພາກລາຍຮັບ
750,000
23,250,000
150,000,000

ຮັບຈາກການຂາຍ
750,000
23,250,000
150,000,000





II
ພາກລາຍຈ່າຍ
95,250
2,000,000
27,100,000
1
ຄ່າໃຊ້ຈ່າຍຄົງທີ(ຕົ້ນທຶນຄົງທຶນ)
90,000
1,850,000
26,100,000

ຄ່າແຮງງານພະນັກງານບໍລິຫານ
50,000
1,100,000
16,000,000

ຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ
40,000
750,000
10,100,000
2
ຄ່າໃຊ້ຈ່າຍປ່ຽນແປງ(ຕທປປ)
5,250
150,000
1,300,000

ຄ່າສິ້ນເປືອງຕ່າງໆ
2,500
55,000
500,000

ອາກອນ
2,750
60,000
800,000

ຜົນໄດ້ຮັບໃນປີ (I-II)


122,900,000






¬  ຄາດຄະເນການເສຍອາກອນກໍາໄລ
-     ຄາດຄະນຍອດຂາຍ ປີ1 ເທົ່າກັບ 150,000,000 ກີບ
-     ຄາດຄະເນລາຍຈ່າຍປີ 1 ເທົ່າກັບ 27,100,000 ກີບ
-     ອີງຕາມກົດໝາຍສ່ວຍອາກອນທາງຮ້ານໄດ້ຖືກອາກອນແບບເໝົາ
-     ອາກອນມອບເໝົາ 67,000 ກີບຕໍ່ເດືອນ
-     ອາກອນຕໍ່ປີ 67,000 ກີບ x 12 ເດືອນ = 800,000 ກີບ

-     ກໍາໄລສຸດ 122,900,000 ກີບ/ປີ





9.   ຄາດຄະເນກະແສເງິນສົດ

ຕາຕະລາງທີ 9: ຄາດຄະເນກະແສເງິນສົດຂອງທຸລະກິດ ສໍາລັບ 4 ປີ

ລ/ດ
ລາຍການ
ປີທີ 1
ປີທີ 2
ປີທີ 3
ປີທີ 4
ລວມເງິນສົດ
1
ລາຍຮັບ






ເງິນສົດເລີ່ມຕົ້ນ
8,000,000
9,000,000
10,000,000
11,000,000
38,000,000

ຍອດຂາຍເງິນສົດ
150,000,000
150,000,000
150,000,000
150,000,000
600,000,000
2
ລວມເງິນສົດ
158,000,000
159,000,000
160,000,000
161,000,000
638,000,000

ຄ່າຫຼຸ້ຍຫ້ຽນ
10,100,000
10,100,000
10,100,000
10,100,000
40,400,000

ຄ່າແຮງງານ
16,000,000
16,000,000
16,000,000
16,000,000
64,000,000

ຄ່າສິ້ນເປືອງອື່ນ
500,000
500,000
500,000
500,000
2,000,000

ອາກອນມອບເມົາ
800,000
800,000
800,000
800,000
2,400,000
3
ລວມລາຍຈ່າຍ
27,100,000
27,100,000
27,100,000
27,100,000
108,400,000

ເງິນສົດສຸດທິ
130,900,000
131,900,000
132,900,000
133,900,000
529,600,000



ພາກທີ III
ພາກສະຫຼຸບ
I.   ສະພາບລວມ
ຜ່ານການສຶກສາກ່ຽວກັບການຂຽນບົດລາຍງານທ້າຍການສຶກສາ ກ່ຽວກັບການຜະລິດນໍ້າດື່ມນີ້
ເຫັນວ່າທຸລະກິດດັ່ງກ່າວມີຄວາມເປັນໄປໄດ້ສູງພໍສົມຄວນ ເພາະວ່າສັງເກດຈາກສະຖານທີ່ຕັ້ງກໍ່ເໝາະ ສົມ, ຄວາມຕ້ອງການຂອງຕະຫລາດ ແລະ ລູກຄ້າເປົ້າໝາຍກໍ່ມີຫຼາຍ, ຂັ້ນຂອງການດໍາເນີີນງານກໍ່ບໍ່ ຫຍຸ້ງຍາກຫຼາຍ, ຄູ່ແຂ່ງຂັນກໍໍ່ມີນ້ອຍ, ງົບປະມານການລົງທຶນກໍ່ບໍ່ຫຼາຍແຕ່ໄດ້ຮັບຜົນຕອບແທນຫຼາຍ ຫຼື ເວົ້າໄດ້ວ່າຜົນຕອບແທນເໝາະສົມ ທີ່ສໍາຄັນການເຮັດທຸລະກິດນີ້ແມ່ນເຮັດໃຫ້ມີລາຍຮັບເຂົ້າໃນຄອບ ຄົວ, ບົດລາຍງານນີ້ມີຜົນດີໃຫ້ແກ່ຜູ້ທີ່ຈະນໍາໄປສຶກສາ ຫຼື ນໍາໄປປະກອບທຸລະກິດຕົວຈິງ.
II.  ຈຸດດີ ແລະ ຈຸດອ່ອນຂອງການຂຽນບົດ
1.  ຈຸດດີ.
-    ເປັນການສ້າງຄວາມສາມັກຄີພາຍໃນກຸ່ມ ແລະ ສ້າງລາຍໄດ້ໃຫ້ແກ່ຄອບຄົວເຮັດໃຫ້ສະ
ມາຊິກພາຍໃນກຸ່ມມີວຽກເຮັດງານທໍາ ແລະ ມີບົດບາດໃນສັງຄົມ.
-    ເປັນການຊອກຫາຄວາມຮູ້ ແລະ ປະສົບການໃນການເຮັດທຸລະກິດ.
-    ເພື່ອເຮັດໃຫ້ຮູ້ກ່ຽວກັບການເຮັດທຸລະກິດການຜະລິດນໍ້າດື່ມ.
-    ຮູ້ກ່ຽວກັບການສ້າງແຜນຍຸດທະສາດໃນການບໍລິຫານ ເພື່ອສ້າງຄວາມເຂັ້ມແຂງໃນການ
ແຂ່ງຂັນກັບຄູ່ແຂ່ງລາຍອື່ນໆ.
-    ເຮັດໃຫ້ກາສະແດງຄວາມຮູ້, ຄວາມສາມາດຂອງຕົນ ໂດຍການສະແດງໃນການຂຽນບົດ
ລາຍງານທ້າຍການສຶກສາ.
-    ເຮັດໃຫ້ມີຄວາມກ້າຫານ ແລະ ຮູ້ຈັກວິທີການຕິດຕໍ່ພົວພັນກັບບຸກຄົນພາຍນອກເປັນຕົນ
ແມ່ນການລົງເກັບຂໍ້ມູນຕົວຈິ່ງຈາກສະຖານທີ່ປະກອບການ ເພື່ອມາປະກອບເຂົ້າໃນການຂຽນບົດລາຍ ງານທ້າຍການສຶກສາຄັ້ງນີ້.
-    ເຮັດໃຫ້ສາມາດນໍາເອົາຄວາມຮູ້ທີ່ໄດ້ສຶກສາໄປຈັດຕັ້ງປະຕິບັດໃນການດໍາເນີນງານທຸລະກິດ
2.  ຈຸດອ່ອນ.
ຜ່ານການສຶກສາຄົ້ນຄ້ວາມາ ເຫັນວ່ານອກຈາກຈຸດດີແລ້ວ ຍັງມີຈຸດອ່ອນຄຽງຄູ່ກັນໄປດັ່ງນັ້ນ
ຈຸດອ່ອນຂອງການຂຽນບົດລາຍງານທ້າຍການສຶກສາກ່ຽວກັບການຜະລິດນໍ້າດື່ມມີດັ່ງນີ້:
-    ເພາະວ່າຄວາມຮູ້ຄວາມສາມາດ ແລະ ຄວາມກ້າຫານຍັງມີໜ້ອຍໃນການລົງເກັບກໍາຂໍ້ມູນ
ເປັນຕົນແມ່ນການສອບຖາມ ແລະ ເກັບກໍາເອົາຂໍ້ມູນນໍາສະຖານທີ່ຜະລິດ.
-    ຍ້ອນຄວາມຮູ້ ແລະ ປະສົບການໃນການຂຽນບົດລາຍງານທ້າຍການສຶກສາຍັງບໍ່ສູງ
-    ບັນດາເອກະສານທີ່ໃຊ້ໃນການຄົ້ນຄ້ວາຍັງມີໜ້ອຍ.

2 ความคิดเห็น: