วันพุธที่ 30 ตุลาคม พ.ศ. 2556

ວິຊາການເມືອງ 3 ບົດ​ທີ 1

    
ຄຳນຳ

        ໃນຫຼັກສູດ ການຮຽນ - ການສອນ ວິຊາ ລັດທິສັງຄົມນິຍົມວິທະຍາສາດ  ຈະແນ່ໃສ່ປະກອບ   ຄວາມຮູພື້ນຖານ ຈຳເປັນຂາດບໍ່ໄດ້ໃຫ້ແກ້ ນັກຮຽນ ນັກສຶກສາ ຈະຕ້ອງໄດ້ຮັບຮູ້ ແລະ  ມີຄວາມເຂົ້າໃຈ ຢ່າງຖືກຕ້ອງທາງດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບສັງຄົມນິຍົມ. ໃນຫຼັກສູດນີ້ຈະຍົກໃຫ້ເຫັນ  ຂະບວນການວິວັດ,ການຂະຫຍາຍຕົວຂອງ ລັດທິສັງຄົມນິຍົມວິທະຍາສາດ, ຄວາມຮູ້  ກ່ຽວກັບພາລະກຳປະຫວັດສາດ ຂອງ   ຊົນຊັ້ນກຳມະກອນ, ການຂະຫຍາຍຕົວຂອງຍຸກສະໄໝ, ການສ້າງລະບອບ ປະຊາທິປະໄຕ ປະຊາຊົນ, ການສຳພັນທະພາບ ລະຫວ່າງຊົນຊັ້ນແລະຊັ້ນຄົນໃນສັງຄົມ, ການພົວພັນລະຫວ່າງ ຊົນຊາດ ຊົນເຜົ່າ, ສາດສະໜາ ການພັດທະນາຊັບພະຍາກອນມະນຸດ. ອັນພິເສດ ພວກເຮົາໄດ້ຍົກໃຫ້ເຫັນຍຸດທະສາດ ການຫັນປ່ຽນໂດຍສັນຕິຂອງອິດທິ
ກຳລັງປໍລະປັກທີ່ມີຕໍ່ປະເທດເຮົາ ແລະ ປະເທດສັງຄົມນິຍົມ.
        ການຈັດພີມປື້ມແບບຮຽນ ວິຊາ ລັດທິສັງຄົມນິຍົມວິທະຍາສາດ ຄັ້ງນີ້, ຈະບໍສາມາດປະຕິເສດໄດ້ ຈາກຂໍ້  ຂາດຕົກ
ບົກຜ່ອງໃນດ້ານຕ່າງໆ ເຊັ່ນ: ການພີມ, ການໃຊ້ຄຳເວົ້າ, ໄວຍາກອນແລະອື່ນໆ ທັງໝົດເຫຼົ່ານັ້ນ ຄົງໄດ້ຮັບການຕຳນິ ຕິຊົມຈາກບັນດາທ່ານ ຜູ້ອ່ານ ທັງຫລາຍໃນທາງທີ່ສ້າງສັນ ເພື່ອເຮັດໃຫ້ການປັບປຸງ ຈັດພິມໃນ ຂ້າງໜ້າມີຄວາມສົມບູນຍິ່ງຂື້ນ.




ສາລະບານ

ບົດ​ທີ 1      ເປົ້າ​ໝາຍ​ແລະ​ວິທີ​ຄົ້ນ​ຄ້ວາ​ຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ                                    
    I.     ທີ່ຕັ້ງຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ.
    II.    ເປົ້າ​ໝາຍ​ແລະ​ໜ້າ​ທີ່​ຄົ້ນ​ຄ້ວາ​ຂອງວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ.
    III.   ລັກສະນະ​ແລະ​ພາລະ​ບົດບາດ​ຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ.
ບົດ​ທີ 2      ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ
I.     ຄວາມ​ສຳນຶກ​ກ່ຽວ​ກັບ​ຊົນ​ຊັ້ນກຳມະກອນ​ແລະ​ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ.
    II.    ເນື້ອ​ໃນ​ພື້ນຖານຂອງ​ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ.
    III.   ບັນດາ​ເງື່ອນ​ໄຂ ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ​ທີ່​ຕັດສິນລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ.
    IV.  ທິດ​ທາງ​ແລະ​ມາດ​ຕະການ​ພື້ນຖານ​ເພື່ອ​ກໍ່ສ້າງ​​ແລະ​ຂະຫຍາຍ​ຖັນແຖວ​ຊົນ​ຊັ້ນກຳມະກອນ​ລາວ.
ບົດ​ທີ 3      ພັນທະ​ພາບ​ລະຫວ່າງ​ຊົນ​ຊັ້ນກຳມະກອນ, ຊາວ​ກະສິກອນ​ແລະ​ຊັ້ນຄົນ​ປັນຍາ​ຊົນ.
I.     ຈຸດ​ພິ​ເສດ,ບົດບາດ​ຂອງ​ຊົນ​ຊັ້ນກຳມະກອນ,ຊາວ​ກະສິກອນ​ແລະ​ຊັ້ນຄົນ​ປັນຍາ​ຊົນ.
    II.    ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ​ຂອງ​ພັນທະ​ພາບ​ລະຫວ່າງຊົນ​ຊັ້ນກຳມະກອນ,ຊາວ​ກະສິກອນ ​ແລະ​ຊັ້ນຄົນ​ປັນຍາ​ຊົນ.
I   II.   ເນື້ອ​ໃນ​ພື້ນຖານຂອງ​ພັນທະ​ພາບ ກຳ​ມະກອນ,ຊາວນາ ​ແລະ ປັນຍາ​ຊົນ.
ບົດ​ທີ 4      ​ເສີມ​ຂະຫຍາຍບົດບາດ​ປັດ​ໄຈ​ຄົນ​ໃນ​ປັດຈຸບັນ.
I.     ທັດສະ​ນະ​ຂອງ​ ລັດທິ​ມາກ-​ເລ​ນິນ ກ່ຽວ​ກັບ​ກໍ່ສ້າງ​ສັງຄົມ​ໃໝ່.
    II.    ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດທະນາ​ຄົນ,ທິດ​ທາງ ​ແລະ ວິທີ​ແກ້​ໄຂ.
    III.   ທັດສະນະ,ຈຸດໝາຍ,ທິດ​ທາງ​ໃນ​ການ​ພັດທະນາ​ຊັພະຍາກອນ​ມະນຸດ.
ບົດ​ທີ 5      ຕ້ານ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ
I.     ສົງຄາມ​ຫັນປ່ຽນ​ໂດຍ​ສັນຕິ,ຈຸດ​ພິ​ເສດ ​ແລະ ສາຍ​ເຫດ​ທີ່​ຈັກກະພັດ​ດຳ​ເນີນ​ສົງຄາມ​ຫັນປ່ຽນ​ໂດຍ​ສັນຕິ.
    II.    ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູຕໍ່ປະເທດສັງຄົມນິຍົມແລະປະເທດເຮົາ.
    III.   ທິດທາງ ໜ້າທີໃນການຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູໃນຕໍ່ໜ້າ.
ບົດ​ທີ 6      ລະບອບ​ປະຊາທິປະ​ໄຕ​ປະຊາຊົນ
    I.     ຄວາມ​ສຳນຶກ​ກຽວ​ກັບ​ປະຊາທິປະ​ໄຕ.
    II.    ລະບອບ​ປະຊາທິປະ​ໄຕ. 
    III.   ເສັ້ນທາງ​ກ້າວ​ຂື້ນຂອງ​ປະ​ເທດ​ເຮົາ


ບົດ​ທີ 1
ເປົ້າ​ໝາຍ ​ແລະ ວິທີ​ຄົ້ນຄວ້າ​ຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ
        ​ໃຫ້​ກຳ​ໄດ້ ບັນດາ​ມາດຕະ​ເກນ,ກົດ​ເກນ​ຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ ​ເພື່ອ​ສາມາດ​ອະທິບາຍ,​ໃຫ້​ຄຳ​ຊີ້​ແຈງ​ເຖິງ​ຄວາມ​ແຕກ​ຕ່າງ​ແລະ​ຈຸດ​ພິ​ເສດ ​ອັນເປັນພື້ນຖານ​. ໂດຍ​ສົມທຽບ​ໃສ່​ພາກສ່ວນ​ປະກອບ​ຕ່າງໆ​ຂອງ ລັດທິ​ມາກ-​ເລ​ນິນ ເຊັ່ນ: ປັດ​ຊະ​ຍາ ​ແລະ ​ເສດຖະສາດ.

       I.             ທີ່​ຕັ້ງຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ ​ໃນ​ລະບົບ​ວິທະຍາສາດ​ຂອງ​ທິ​ດສະດີ ມາກ-​ເລ​ນິນ.
ລັດທິ​ມາກ -​ ເລ​ນິນ ແມ່ນ ​ວິທະຍາສາດທີ່​ເປັນຄວາມ​ເອກະ​ພາບ​  ໃນ​ສາມ​ພາກສ່ວນ​    ປະກອບ​ຄື:ປັດ​ຊະຍາ  ມາກ - ​ເລ​ນິນ, ​  ເສ​ຖະສາດ​ການ​ເມືອງ, ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ. ໃນ​ບົດວິທະຍາ​ນິພົນ !! ຕ້ານ​ດຸ​ຍລິງ !!   ຂຽນ​ໂດຍ​ທ່ານ ຟ. ອັງ​ແກນ ໄດ້​ຍົກ​ໃຫ້​ເຫັນ​ ກ່ຽວ​ກັບບັນຫາ​  ການ​ຕໍ່ສູ້​ຊົນ​ຊັ້ນ ຂອງ​ຊາວກຳມະ​ຊີບ ( ຊາວຜູ້​ອອກ​ແຮງ​ງານ ) ການ​ປະຕິວັດ​ສັງຄົມ​ນິຍົມ ​ແລະ ການ​ກໍ່ສ້າງ​ສັງຄົມ​ໃໝ່.
          ສັງ​ລວມ​ແລ້ວ  ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ​  ແມ່ນ ທິດ​ສະ​ດີ​ທີ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​  ເງື່ອນ​ໄຂ   ​ແລະເສັ້ນທາງ​ປົດ​ປ່ອຍ ​ຊົນ​ຊັ້ນກຳມະກອນ, ຊາວ​ຜູ້​ອອກ​ແຮງ​ງານ​ອື່ນໆ,ກ່ຽວ​ກັບ​ລັກສະນະ​ ກົດ​ເກນ ແລະ ບັນດາຮູບ​ການ​ຕໍ່ສູ້​  ຂອງ​ຊົນ​ຊັ້ນກ​ຳມະກອນ ແລະ ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ພາຍ​ໃຕ້​ການ​ຊີ້ນຳ  ​ນຳພາ​ຂອງ​ ພັກ ມາກ​ຊິດ - ເລ​ນິນ​ນິດ ​ເພື່ອ​ແນ່​ໃສ່​ດັດ​ສ້າງ​ສັງຄົມ​ເກົ່າ, ກໍ່ສ້າງ​ສັງຄົມ​ໃໝ່ ສຳ​ເລັດ​ຜົນ​ຄື: ສັງຄົມນິຍົມ ກ້າວ​ຂື້ນສູ່​ສັງຄົມ​ຄອມ​ມູນິດ.
       II.          ເປົ້າ​ໝາຍ ​ແລະ ໜ້າ​ທີ່ ​ຄົ້ນຄວ້າ​ຂອງວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ.
 ກ. ເປົ້າ​ໝາຍ​ຄົ້ນ​ຄ້ວາດ້ານ​ພາວະ​ວິ​ໄສ, ອັດຕະວິ​ໄສ​  ຂອງ​ຂະ​ບວນການ​ຫັນປ່ຽນ​ຈາກ​ ລັດທິ​ ທຶນນິຍົມ​ເປັນ ​ສັງຄົມ​ນິຍົມ.
         ·          ເປົ້າ​ໝາຍຄົ້ນ​ຄ້ວາ​ດ້ານ​ພາວະ​ວິ​ໄສ:
1.        ຄົ້ນ​ຄ້ວ​າກົດ​ເກນ​ການ​ຕໍ່​ສູ້​ຂອງ​ຊົນ​ຊັ້ນກຳມະກອນ ( ​ເສັ້ນທາງ,ຮູບ​ການ,ວິທີ​ການ)
2.        ຄົ້ນ​ຄ້ວ​າລັກສະນະກົດ​ເກນ​ການ​ຕ່າງໆ​ຂອງ​ຂະ​ບວນການ​ປະຕິວັດ.
           ·             ເປົ້າ​ໝາຍ​ຄົ້ນ​ຄ້ວາ​ດ້ານ​ອັດຕະວິ​ໄສ:
1.        ຄົ້ນ​ຄ້ວາ​ບົດບາດ​ ການ​ນຳພາ​ຂອງ​ພັກ​ການ​ເມືອງ, ການວາງ​ຍຸດ​ທະ​ສາດ, ຍຸດ​ໂທ​ບາຍ​ໃນ​ການ​ດຳ​ເນີນ​ການ​ປະຕິວັດ.
2.        ຄົ້ນ​ຄ້ວາ ​ການຈັດຕັ້ງ​ ແລະ​ ເສີມ​ຂະຫຍາຍ​ຄວາມ​ສັກສິດ​ຂອງ​ລັດ​  ທີ່​ສະ​ແດງ​ເຈດ​ຈຳນົງ, ສິດ
ອຳນາດ​ຂອງຊົນ​ຊັ້ນກຳມະກອນ​ຊາວ​ຜູ້​ອອກ​ແຮງ​ງານ.
3.        ຄົ້ນ​ຄ້ວາ​ ການ​ກໍ່ສ້າງ​ ແລະ​ ປັບປຸງ​ສຳພັນ​ທະ​ພາບ​ ລະຫວ່າງ​ຊັ້ນຄົນ​ຕ່າງໆ​ໃນ​ສັງຄົມ.
4.          ຄົ້ນ​ຄ້ວາ​ສາຍ​ພົວພັນ​ລະຫວ່າງ​ກຳລັງ​ຕ່າງໆ​ໃນ​ສັງຄົມ (ກຳລັງ​ພົນ,ຂະ​ບວນການ​ກຳມະກອນ ຊາວນາ, ປັນຍາ​ຊົນ)
ຂ.  ໜ້າ​ທີ່​ຄົ້ນ​ຄ້ວາມີ​ຄື: ຄົ້ນ​ຄ້ວາ​ຮູບ​ຖານ​ເສດຖະກິດ - ສັງຄົມ​ກອມ​ມູນິດນິຍົມ
-    ຄົ້ນ​ຄ້ວາ​ສາຍ​ພົວພັນ​ລະຫວ່າງ​ກຳລັງ​ດ້ານ​ຕ່າງໆ ໃນ​ຂະ​ບວນການ​ສ້າງ​ສັງຄົມ​ນິຍົມ
             ( ບັນດາ​ຊົນ​ຊາດ,ຊົນ​ເຜົາ,ຊາດ​ໜຶ່ງ ​ແລະ ປະຊາ​ຊາດ​ອື່ນໆ​ໃນ​ຂອບ​ເຂດ​ທົ່ວ​ໂລກ)
-    ຄົ້ນ​ຄ້ວາ​ກົດ​ເກນ,ມາດຕະ​ການ​ຕ່າງໆ ແຫ່ງການ​ກຳ​ເນີ​ດລັດທິ​ສັງຄົມ​ນິຍົມ.
-    ຄົ້ນ​ຄ້ວາ​ສາຍ​ເຫດ​ສົງຄາມ ​ແລະ ສັນຕິພາບ
       III.      ລັກສະນະ​ແລະ​ບົດບາດ​ຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ.
ກ.  ລັດທິສັງຄົມນິຍົມວິທະຍາສາດມີ 3 ລັກສະນະຄື:
·         ລັກສະນະ​ພັກ.
1.    ສະແດງອອກໂດຍກົງຢູ່ໃນ ທິດສະດີ, ມາດຕະເກນ, ຫຼັກມູນ ທີ່ມີໜ້າທີ່ໃຫ້ຄວາມກະຈ່າງ
ແຈ້ງເຊ່ນ: ພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນ, ພັກກອມມູນິດກັບການປະຕິວັດ ສັງຄົມນິຍົມ.
    2.    ສະແດງເຖິງລະບົບແນວຄິດຂອງຊົນຊັ້ນກຳມະກອນ, ຜົນປະໂຫຍດຂອງຊົນຊັ້ນກຳມະກອນ
ຊາວຜູ້ອອກແຮງງານ ແລະ ຊົນຊັ້ນອື່ນໆ ໃນສັງຄົມ.
    3.    ສະແດງອອກໃນພັກກອມມູນິດເປັນຜູ້ນຳໜ້າພາທາງ.
·         ລັກສະນະ​ສາກົນ.
   1.  ການກຳເນີດ ແລະ ການຂະຫຍາຍຕົວ ໄດ້ຜ່ານຂະບວນວິວັດການສົມທົບ,ການເຄື່ອນໄຫວ
ທິດສະດີກັບພຶດຕິກຳຈາກບົດຮຽນແຫ່ງການຕໍ່ສູ້ຂອງຊົນຊັ້ນກຳມະກອນ,ພາລະກິດການກໍສ້າງສັງຄົມນິຍົມຢູ່ບັນດາປະເທດສັງຄົມນິຍົມ.
   2.  ຖອດຖອນບົດຮຽນໃໝ່ ທີ່ໃຫຍ່ຫລວງໃນພາລະກິດປ່ຽນແປງໃໝ່.
   3.  ສົມທົບຢ່າງຖືກຕ້ອງລະຫວ່າງໜ້າທີ່ຂອງຊາດ ແລະ ໜ້າທີສາກົນ, ຜົນປະໂຫຍດຂອງຊາດ
ແລະຜົນປະໂຫຍດຂອງສາກົນ.
     ·         ລັກສະນະ​ປະດິດ​ສ້າງ
    1.  ບໍ່ແມ່ນທິດສະດີຄຳພີຕາຍຕົວແຂງກະດ້າງ, ຫາກໄດ້ຮັບການເພີມເຕີມ ແລະ ເສີມຂະຫຍາຍຢ່າງປະດິດສ້າງ.
    2.  ຮຽກຮ້ອງຕ້ອງຕໍ່ສູ້ຕ້ານກັບລັດທິແກ້, ລັດທິສວຍໂອກາດ.
    3.ສືບຕໍ່ເສີມຂະຫຍາຍບົນພື້ນຖານຄົ້ນຄ້ວາ,ສະຫລູບສັງລວມບັນດາປະກົດການໃໝ່ໃນຊີວິດສັງຄົມ ແລະ ຮັບເອົາຢ່າງມີ ການ ເລືອກເຝັ້ນ.
       
        ຂ.  ພາລະບົດບາດລັດທິສັງຄົມນິຍົມວິທະຍາສາດມີ 3 ພາລະບົດບາດຄື:
·         ພາລະບົດບາດສ້າງໂລກະທັດ ແລະ ຊີວະທັດ ສັງຄົມ - ກອມມູນິດ.
-  ຊີ້ແຈງໃຫ້ຊາວຜູ້ອອກແຮງງານເຫັນແຈ້ງເຖິງການຂະຫຍາຍຕົວທີ່ຕ້ອງເປັນໄປຈາກການຫັນປ່ຽນ
ທຶນນິຍົມຂື້ນສູ້ສັງຄົມນິຍົມ.
-  ຊີ້ໃຫ້ເຫັນແຈ້ງເຖິງເສັ້ນທາງປົດປ່ອຍຕົນເອງ ແລະ ປົດປ່ອຍທົ່ວສັງຄົມ.
·         ພາລະບົດບາດສຶກສາອົບຮົມ.
-  ເຮັດໃຫ້ຊົນຊັ້ນກຳມະກອນ ຊາວຜູ້ອອກແຮງງານ ເຫັນແຈ້ງເຖິງຄວາມເປັນເອກະພາບ ໂດຍພື້ນ
ຖານທາງດ້ານຜົນປະໂຫຍດຂອງຊາວຜູ້ອອກແຮງງານດ້ວຍກັນ ແລະ ຜົນປະໂຫຍດທີ່ຂັດແຍ່ງກັບ
ຊົນຊັ້ນນາຍທຶນ.
-  ຢຶດໝັ້ນຫຼັກການຂອງຊົນຊັ້ນກຳມະກອນ.
·         ພາລະບົດບາດກຳນົດການເຄື່ອນໄຫວ ( ການເມືອງ ).
-  ເຮັດໃຫ້ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ມີ ຈີນຕະນາການທາງດ້ານການເມືອງ
ສັງຄົມ ເພື່ອວິເຄາະ ໄຈ້ແຍກເຫດການທີ່ເກີດຂື້ນຢ່າງພາວະວິໄສ.
-  ຕັດສິນການເລືອກເຟັ້ນເສັ້ນທາງເດີນດ້ວຍຕົນເອງ
                                            ຄຳຖາມຄົ້ນຄ້ວາ
  1.    ທີ່​ຕັ້ງພາລະບົດບາດຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ ໃນ​ລະບົບ​ວິທະຍາສາດ​ຂອງ​ທິ​ດສະດີ ມາກ-​ເລ​ນິນ ມີຄືແນວໃດ?
  2.    ເປົ້າ​ໝາຍ ​ແລະ ໜ້າ​ທີ່ ​ຄົ້ນຄວ້າ​ຂອງວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດມີຄືແນວໃດ?.
  3.    ລັກສະນະ​ແລະ​ບົດບາດ​ຂອງ​ວິຊາ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດມີຄືແນວໃດ?.

ไม่มีความคิดเห็น:

แสดงความคิดเห็น