วันพุธที่ 30 ตุลาคม พ.ศ. 2556

ວິຊາການເມືອງ 3 ບົດ​ທີ 2

ບົດ​ທີ 2
ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ
I.      ຄວາມ​ສຳນຶກ​ກ່ຽວ​ກັບ​ຊົນ​ຊັ້ນກຳມະກອນ​ ແລະ ​ພາລະ​ກຳ​ປະຫວັດສາດ​ ຂອງ​ ຊົນ​ຊັ້ນກຳມະກອນ.
   1.  ຄວາມ​ສຳນຶກ​ກ່ຽວ​ກັບ​ຊົນ​ຊັ້ນກຳມະກອນ
ຊົນ​ຊັ້ນກຳມະກອນ​ແມ່ນ ກຸ່ມຄົນຈຳນວນຫລວງຫລາຍ ທີ່ອອກແຮງງານ  ທຳການຜະລິດ ວັດຖຸ ມາຮັບໃຊ້ສັງຄົມ  ເຊິງຕິດພັນກັບບັນດາວົງຈອນເຕັກນິກທີ່ມີລັກສະນະອຸດສາຫະກຳ, ເປັນກຳລັງການຜະລິດພື້ນຖານ ແລະ ກ້າວໜ້າຂອງສັງຄົມ,  ບໍ່ມີພາຫະນະເປັນຂອງຕົນເອງ. ຈຳເປັນຕ້ອງໄດ້ຂາຍ ກຳລັງແຮງງານຮັບຈ້າງ  ຊົນຊັ້ນນາຍທືນ ແລະ ຖືກຊົນຊັ້ນນາຍທືນຂູດຮີດຄຸນຄ່າສ່ວນເກີນ.
       ຊົນ​ຊັ້ນກຳມະກອນ​ແມ່ນ  ​ກຸ່ມ​ຄົນທີ່​ພ້ອມ​ກັບປະ​ຊາ​ຊົນ ຊາວ​ຜູ້​ອອກ​ແຮງ​ງານ   ​ເປັນ​ເຈົ້າ​ພາຫະນະ​ການ​ຜະລິດ,​ ເປັນ​ເຈົ້າ​ສັງຄົມ​ນິຍົມ,​ ແມ່ນ​ກຸ່ມ​ຄົນທີ່​ມີ​ພາລະ​ກຳ​ປະຫວັດສາດ​  ນຳພາ ​ແລະ ຈັດຕັ້ງ ປະຊາຊົນ​ ຊາວ​ຜູ້​ອອກ​ແຮງ​ງານ​ລົບ​ລ້າງ​ລະບອບ​ນາຍທຶນ ແລະ ລະບອບກຳມະສິດ​ເອກະ​ຊົນ, ການ​ກົດ​ຂີ່​ຂູດ​ຮີດ ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ກອມ​ມູນິດ​ນິຍົມ.
    2.  ຄວາມ​ສຳນຶກ​ກ່ຽວ​ກັບ​ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ
       ພາລະ ​ກຳ​ປະຫວັດສາດ​ ຂອງ​ຊົນ​ຊັ້ນກຳມະກອນ​ແມ່ນ ​ຄວາມ​ສຳນຶກ (ມາດ​ຕະ​ເກນ) ການ​ເມືອງ-ສັງ​ຄົມ ທີ່​ສອງ​ແສງ​ເຖິງ​ຖານະ ​ເສດຖະກິດ-ສັງຄົມ,ບົດບາດ​ພາວະ​ວິ​ໄສ​ທາງ​ດ້ານ​ການ​ເມືອງ​ຂອງ​ ຊົນຊັ້ນກຳມະກອນໃນ​ຂະ​ບວນວິວັດ​ແຫ່ງ​ການ​ຂະຫຍາຍຕົວ  ຂອງການປະ​ຕິ​ວັດ​ມວນ​ມະນຸດ ​ໃນ​ຂະ​ບວນວິວັດ​ແຫ່ງ   ການ​ຕໍ່​ສູ້ ຂອງ​ປະຊາຊົນ​ຊາວ​ຜູ້​ອອກ​ແຮງ​ງານ​ ລົບ​ລ້າງ​ລະບອບ​ນາຍທຶນ ແລະ ບັນດາ​ລະບອບ​ກຳມະສິດ​ສ່ວນ​ຕົວ, ການ​ກົດ​ຂີ່​ຂູດ​ຮີດ​ເທື່ອ​ລະ​ກ້າວ ​ເພື່ອ​ສ້າງ​ສັງຄົມ​ໃໝ່​ ຄື
ສັງຄົມ​ນິຍົມ​ແລະ​ກອມ​ມູນິດ.
       ການ​ປະຕິ​ບັດ​ ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ​ໄດ້​ຜ່ານ ​ສອງ​ສະ​ໄໝ​ປະຫວັດສາດ​ຄື: ສະ​ໄໝ​ຊົນ​ຊັ້ນ​ກຳມະກອນ​ໂດຍ​ຜ່ານ​ ພັກ​ນຳພາ​ປະຊາຊົນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ ​ແລະ ສະ​ໄໝ​ກໍ່ສ້າງ​ສັງຄົມ​ໃໝ່ ສັງຄົມ​ນິຍົມ​ ແລະ​ ກອມ​ມູນິດ.

     II.     ເນື້ອ​ໃນ​ພື້ນຖານຂອງ​ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ.
-    ຂະ​ບວນການ​ປະຕິ​ວັດ ​ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ​ ໄດ້​ຜ່ານ ​ສອງ​ສະ​ໄໝ​ປະຫວັດສາດ ​ຄື:  ສະ​ໄໝ​ຊົນ​ຊັ້ນ​ກຳມະກອນ​ໂດຍ​ຜ່ານ​ ພັກ​ນຳພາ​ປະຊາຊົນ​ຍາດ​ເອົາ​ອຳນາດ​ ການ​ປົກຄອງ ແລະ ສະ​ໄໝ​ກໍ່ສ້າງ​ສັງຄົມ​ໃໝ່ ສັງຄົມ​ນິຍົມ​ ແລະ​ ກອມ​ມູນິດ.
   1. ສະໄໝ​ຊົນ​ຊັ້ນ​ກຳມະກອນ​ໂດຍ​ຜ່ານ​ພັກ​ນຳພາ​ປະຊາຊົນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ.
ການຕໍ່ສູ້ຂອງຊົນຊັ້ນກຳມະກອນເພື່ອຍາດເອົາອຳນາດການປົກຄອງ ມີຄວາມແຕກຕ່າງກັນ ໃນຫລາຍດ້ານເປັນຕົ້ນ: ດ້ານສະຖານທີ່,ເວລາ,ເນື້ອໃນ,ຮູບການແລະມາດຕະການຈັດຕັ້ງປະຕິບັດ.
ບັນຫາທີ່ຕັ້ງໄວ້ນັ້ນແມ່ນ ຊົນຊັ້ນກຳມະກອນຜູ້ອອກແຮງງານຈະນຳພາໂດຍຜ່ານພັກການເມືອງຂອງຕົນເພື່ອຍາດເອົາອຳນາດ
ມາຢູ່ໃນກຳມືຂອງຕົນໄດ້ໂດຍມີບົດຮຽນດັ່ງນີ້:
   ໜື່ງ: ບົດຮຽນໃນປະຫວັດສາດໄດ້ໃຫ້ພວກເຮົາເຫັນວ່າ  ການຕໍ່ສູ້ບັນດາຊົນຊັ້ນ, ຊັ້ນຄົນ  ໃນສັງຄົມ ຮ່ວມກັບຊົນຊັ້ນ
ທີ່ນຳພາການຕໍ່ສູ້  ໃນລະຍະນັ້ນ   ສ່ວນໃຫຍ່ແລ້ວແມ່ນ  ໄດ້ຮັບໄຊຊະນະ  ແຕ່ໄຊຊະນະ ດັ່ງກ່າວນັ້ນ ຊ້ຳພັດບໍ່ໄດ້ຮັບຜົນ
ປະໂຫຍດ  ຂອງຜູ້ເຂົ້າຮ່ວມການຕໍ່ສູ້.   ຖ້າຫາກຜົນປະໂຫຍດຂອງຜູ້ທີ່ເຂົ້າຮ່ວມການປະຕິບັດ ບໍ່ໄດ້ຮັບການແກ້ໄຂ, ໝາກຜົນຂອງການປະຕິວັດ ທີ່ຍາດມາໄດ້ນັ້ນຈະຕ້ອງຖືກດັບສູນ (ທຳລາຍ) 
            ສອງ:   ພັກປະຕິວັດຂອງຊົນຊັ້ນກຳມະກອນ ປະກອບດ້ວຍລະບົບແນວຄິດທິດສະດີ ມາກ - ເລນິນ ມີທາດແທ້ ຂອງ
            ຊົນຊັ້ນກຳມະກອນ,ຈະຢູ່ໃນສະພາບແວດລ້ອມຫຸ້ຽງຍາກກໍຕາມ. ພັກ ປະຕິວັດ  ຕ້ອງຢຶດໝັ້ນໃນຍຸດທະສາດ ແລະ ມີຍຸດ
            ໂທບາຍ ທີ່ຖືກຕ້ອງເພື່ອຈັດຕັ້ງຊາວຜູ້ອອກແຮງງານຕໍ່ສູ້.
ສາມ    ການຕໍ່ສູ້ຂອງຊົນຊັ້ນກຳມະກອນ ເພື່ອຍາດເອົາອຳນາດການປົກຄອງ ບາງເທືອໃຊ້ວິທີ  ຮຸນແຮງປະຕິວັດ  ບາງເທື່ອ
ກໍ່ນຳໃຊ້ວິທີສັນຕິວິທີ ເມື່ອຄວາມສຸກງອມ ທາງດ້ານເສດຖະກິດ ການເມືອງ ສັງຄົມ ໄດ້ເກີດຂື້ນແລ້ວ   ໃນສະພາບຄວາມ
ເປັນຈິງຂອງປະເທດ.
2.   ສະໄໝຊົນຊັ້ນກຳມະກອນນຳພາຊາວຜູ້ອອກແຮງງານກໍ່ສ້າງສັງຄົມນິຍົມໃໝ່
     ໂດຍຊືບທອດ ແລະ ຂະຫຍາຍ ແນວຄິດຂອງທ່ານ ກາກມາກ, ຟ ອັງແກນ, ເລນິນໃຫ້  ໄດ້ປະຕິບັດ ພາລະກຳ
ປະຫວັດສາດຂອງຊົນຊັ້ນກຳມະກອນ.
ການສ້າງສັງຄົມນິຍົມໃໝ່ແມ່ນເລີມຈາກພື້ນຖານຂອງມັນ:
ໜື່ງ:  ພາຍຫລັງຍາດເອົາອຳນາດການປົກຄອງແລ້ວ ພັກ ແລະ ຊົນຊັ້ນກຳມະກອນ ຕ້ອງສືບຕໍ່  ກໍ່ສ້າງແລະ ປັບປຸງຂະຫຍາຍອຳນາດການປົກຄອງ, ປົກປັກຮັກສາອຳນາດ, ປົກປັກຮັກສາປະເທດຊາດ.
ສອງ:  ຮັບປະກັນໃຫ້ມີເສດຖະກິດໝັ້ນທ່ຽງ,ແລະຂະຫາຍຕົວເປັນກ້າວໆ.ກ່ອນອື່ນໝົດຕ້ອງຂະຫຍາຍການຜະລິດຕາມ
ທິດເປັນອຸດສາຫະກຳທັນສະໄໝ່ ເທື່ອລະກ້າວ, ຍົກສູງ ຊີວິດການເປັນຢູ່  ຂອງປະຊາຊົນ ໃຫ້ດີຂື້ນເທື່ອລະກ້າວ.
ສາມ:  ໄປຄ່ຽງຄູ່ກັບການຂະຫຍາຍເສດຖະກິດ, ການເມືອງ, ວັດທະນາທຳສັງຄົມ,ຊັພະຍາກອນມະນຸດ,ໃຫ້ຂະຫຍາຍຕົວ
ຕາມທິດຢຸດຕິທຳ,ສີວິໄລ,ສົມບູນພູນສຸກໃນທົ່ວສັງຄົມ.
ສີ່:  ປະຕິບັດຄວາມສາມັກຄີ,ຮ່ວມສຳພັນ,ຊ່ວຍເຫຼື່ອເຊີງກັນແລະກັນ.

    III.   ບັນດາ​ເງື່ອນ​ໄຂ ພາວະ​ວິ​ໄສ ​ແລະ​ ອັດຕະວິ​ໄສ​ ທີ່​ຕັດສິນ ພາລະ​ກຳ​ປະຫວັດສາດ​ ຂອງ​ຊົນ​ຊັ້ນກຳມະກອນ.
    1.  ບັນດາເງື່ອນໄຂພາວະວິໄສ  ອັນພື້ນຖານທີ່ສຸດ ທີ່ຕັດສິນ  ພາລະກຳປະຫວັດສາດ ຂອງຊົນຊັ້ນກຳມະກອນ
ຊົນຊັ້ນກຳມະກອນປະຕິບັດ ພາລະກຳປະຫວັດສາດ  ຂອງຊົນຊັ້ນກຳມະກອນຂອງຕົນ  ດ້ວຍການເຂົ້າຮ່ວມຕໍ່ສູ້
ໂດຍກົງ ຕ້ານກັບຊົນຊັ້ນນາຍທຶນ ສະແດງອອກ     ດັ່ງນີ້:
ໜຶ່ງ:   ການຕໍ່ສູ້ຂອງຊົນຊັ້ນກຳມະກອນ  ຮ່ວມກັບຊາວຜູ້ອອກແຮງງານອື່ນໆ ຕ້ານກັບຊົນຊັ້ນນາຍທຶນ ບໍ່ແມ່ນ  ເກີດຈາກ
ຄວາມປະສົງແບບອັດຕະວິໄສຂອງຊົນຊັ້ນ ກຳມະກອນ, ບໍ່ແມ່ນຊົນຊັ້ນກຳມະກອນຕົກຢູ່ໃນພາວະທຸກຈົນທີ່ສຸດ  ຈິ່ງຄຽດແຄ້ນ  ຕໍ່ຊົນຊັ້ນນາຍທຶນ, ຫາກແມ່ນຖືກກຳນົດ ດ້ວຍຖານະເສດຖະກິດ - ສັງຄົມພາວະວິໄສ ແລະ ມີມາແຕ່ເດີມ
ທີ່ຕິດຕົວມານຳ ຊົນຊັ້ນກຳມະກອນເຊັ່ນ:
     ຊົນຊັ້ນກຳມະກອນ ເປັນຜະລິດຕະພັນຂອງອຸດສະຫະກຳທັນສະໄໝ, ຕິດພັນກັບການຜະລິດທັນສະໄໝ ຈິ່ງກາຍເປັນຕົວແທນ  ໃຫ້ແກ່ກຳລັງການຜະລິດທີ່ກ້າວໜ້າ ຂອງສັງຄົມ, ມີການຈັດຕັ້ງ, ມີລະບຽບວິໄນ,ມີຄວາມຮູ້ຄວາມ
ສາມາດນັບມື້ນັບສູງ.
ສອງ: ໃນແບບວິທີການຜະລິດຂອງນາຍທຶນ,ພື້ນຖານອຸດສະຫະກຳການຜະລິດກໍ່ທັນສະໄໝ,ລັກສະນະ ສັງຄົມກໍ່ນັບມື້ນັບ
ສູງຂື້ນ,ກຳລັງການຜະລິດນັບມື້ນັບຂັດແຍ່ງຢ່າງຂ້ຽວຂາດ ກັບການພົວພັນການຜະລິດທືນນິຍົມ.ຂໍ້ຂັດແຍ່ງດັ່ງກ່າວ
ສະແດງອອກ ເປັນຂໍ້ຂັດແຍ່ງ  ລະຫວ່າງ ຊົນຊັ້ນກຳມະກອນ ກັບຊົນຊັ້ນນາຍທືນ ເຊິງນັບມື້ນັບດຸເດືອດ ຂ້ຽວຂາດ, ເປັນຂໍ້
ຂັດແຍ່ງພື້ນຖານແລະພາວະວິໄສຢູ່ໃນ ລະບອບທືນນິຍົມແລະ ບໍອາດສາມາດແກ້ໄຂໄດ້ໃນຂອບເຂດລະບອບທືນນິຍົມ.    ເພື່ອແກ້ໄຂຂໍ້ຂັດແຍ່ງດັ່ງກ່າວມີແຕ່ເສັ້ນທາງດ່ຽວຄື:   ລົບລ້າງການຜະລິດທືນນິຍົມ ແລະ  ຊົນຊັ້ນນາຍທືນ
(ດ້ວຍການປະຕິວັດ)  ໂດຍແມ່ນຊົນຊັ້ນກຳມະກອນເປັນຜູ້ນຳໜ້າພາທາງ.
     2.    ບັນດາເງື່ອນໄຂອັດຕະວິໄສທີ່ເປັນພື້ນຖານເພື່ອປະຕິບັດພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນ
   ໜື່ງ:  ເບື້ອງຕົ້ນຊົນຊັ້ນກຳມະກອນບໍ່ທັນຮັບຮູ້ໄດ້ກ່ຽວກັບການຂະຫຍາຍຕົວຂອງເສດຖະກິດ - ສັງຄົມແລະ ພາລະກຳ
ປະຫວັດສາດຂອງຕົນ, ການຕໍ່ສູ່ກໍ່ຍັງຖືກຈຳກັດ. ຈາກນັ້ນ ທ່ານ ກາກມາກ,ອັງແກນເຊີງເປັນນັກປັນຍາຊົນທີ່ມີຄວາມຮັບຮູ້
ຢ່າງພາວະວິໄສ ແລະ ມີວິທີ ວິທະຍາສາດກ່ຽວກັບ  ບົດບາດປະຫວັດສາດຂອງຊົນຊັ້ນກຳມະກອນ ຈື່ງສັງລວມ  ຈາກພຶດຕິກຳເປັນທິດສະດີ, ເພື່ອສຶກສາອົບຮົມໃຫ້ ຊົນຊັ້ນກຳມະກອນເຂົ້າໃຈແຈ້ງພາລະກຳປະຫວັດສາດຂອງຕົນ.
   ສອງ:  ຊົນຊັ້ນກຳມະກອນໄດ້ປະສານສົມທົບກັບລັດທິມາກ-ເລນິນແລະຂະບວນການຮັກຊາດ, ເພື່ອໄດ້ໄປເຖິງ  ການກຳເນີດຂອງພັກນຳພາຊົນຊັ້ນກຳມະກອນຂື້ນ. ພັກໄດ້ຖືກມອບໝາຍໜ້າທີ່ຈາກຊົນຊັ້ນກຳມະກອນ ແລະ ປະຊາຊົນ
ໃຫ້ນຳພາຂະບວນວິວັດດັ່ງກ່າວເຮັດໃຫ້ໄດ້ຮັບຜົນປະໂຫຍດພື້ນຖານມາສູ້ກຳມະກອນ ແລະ ປະຊາຊົນ.
     ພັກຄອມມຸນິດ ຕ້ອງໄດ້ປັບປຸງກໍ່ສ້າງ,ຂະຫຍາຍໃຫ້ເຂັມແຂງທາງດ້ານ: ການເມືອງແນວຄິດ,ການຈັດຕັ້ງຢ່າງເປັນປະຈຳ ເພື່ອປົກປັກຮັກສາ ມູນເຊື້ອທາດແທ້ຂອງຊົນຊັ້ນກຳມະກອນ.ເດັດດ່ຽວຢຶດໝັ້ນລັດທິມາກ-ເລນິນ,ຍົກສູງຄຸນທາດປະຕິວັດ
ຄວາມສາມາດນຳພາ,ແລະກຳລັງແຮງສູ້ຮົບຂອງພັກ.
  ສາມ:  ເຖິງວ່າ ຊົນຊັ້ນກຳມະກອນເປັນກຳລັງທີ່ນຳໜ້າ ໃນຂະບວນວິວັດ  ພາລະກຳປະຫວັດສາດ  ກໍ່ຕາມ,  ແຕ່ຢາກໃຫ້
ສຳເລັດໜ້າທີ໋ທຸກດ້ານ  ຕ້ອງໄດ້ເອົາໃຈໃສ່: ຕ້ອງດຶງດູດເອົາກຳລັງແຮງມະຫາສານ ເຂົ້າຮ່ວມໃຫ້ກ້ວາງຂວາງແລະໜັກແໜ້ນ
ໃນທຸກດ້ານ. ດັ່ງນັ້ນ,ຈຶ່ງສາມາດຍາດເອົາອຳນາດການປົກຄອງກໍ່ຄືປົກປັກອຳນາດ ແລະ ການຈັດຕັ້ງກໍ່ສ້າງສັງຄົມໃໝ່ ກໍ່ຄືສັງຄົມນິຍົມໃຫ້ສຳເລັດຜົນ.
  ສີ່ :   ຕ້ອງມີການປຸກລະດົມກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ ຊຶ່ງແມ່ນ  ກຳລັງແຮງຂອງ ພັກຄອມມູນິດ-ກຳມະກອນ ແລະ ມວນມະນຸດທີ່ກ້າວໜ້າ ກ້າວສູ່ຈຸດໝາຍຂອງຍຸກສະໄໝຄື: ສັນຕິພາບ, ເອກກະລາດ, ເສລີພາບ, ປະຊາທິປະໄຕ ແລະ ສັງຄົມນິຍົມ.

IV.    ທິດ​ທາງ​ ແລະ​ ມາດ​ຕະການ​ພື້ນຖານ​ ເພື່ອ​ກໍ່ສ້າງ​​ ແລະ​ ຂະຫຍາຍ​ຖັນແຖວ​ຊົນ​ຊັ້ນກຳມະກອນ​ລາວ.
    ບັນດາປະເທດ ທີ່ຍາດໄດ້ໄຊຊະນະ ລ້ວນແຕ່ແມ່ນ ປະເທດທີ່ມີການຂະຫຍາຍຕົວ   ທາງດ້ານອຸດສາຫະກຳທີ່ບໍ່ທັງສູງ, ຊົນຊັ້ນກຳມະກອນ ຍັງບໍ່ທັງໄດ້ຮັບການພັດທະນາຫຼາຍດ້ານ, ທາງດ້ານ ປະລິມານ ແລະ ຄຸນນະພາບກໍ່ຍັງບໍ່ພຽງພໍ ສະນັ້ນຈຶ່ງຄວນເອົາໃຈໃສ່ ຕໍ່ການພັດທະນາຊົນຊັ້ນກຳມະກອນຄື:
ໜຶ່ງ:ພັກລັດຕ້ອງໄດ້ເອົາໃຈໃສ່ເປັນພິເສດໃນການປັບປຸງແລະ ຂະຫຍາຍຖັນແຖວຊົນຊັ້ນກຳມະກອນບົນພື້ນຖານການ
ຮັກສາຄວາມສະຫງົບສຸກ ທາງດ້ານການເມືອງ, ຂະຫຍາຍເສດຖະກິດເປັນກ້າວໆ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງປະຖົມປັດໃຈເພື່ອຫັນເປັນ ອຸດສາຫະກຳຫັນເປັນທັນສະໄໝ ອັນນັ້ນແມ່ນທິດທາງ ແລະ ມາດຕະການພື້ນຖານ ທັງແມ່ນ  ເງື່ອນໄຂ ແລະສິ່ງແວດລ້ອມໂດຍກົງ ເພື່ອກໍ່ສ້າງ ແລະ ຂະຫຍາຍຖັນແຖວຊົນຊັ້ນກຳມະກອນ ໃນສະເພາະໜ້າ  ແລະຍາວນານ.
ສອງ:     ເອົາໃຈໃສ່ການກໍ່ສ້າງ ຍົກລະດັບວັດທະນະທຳ, ວິທະຍາສາດ - ເຕັກນິກ ເຕັກໂນໂລຊີ,ຄວາມສຳນານງານ ໃນບັນດາຂະແໜງການຕ່າງໆ  ໃຫ້ນັບມື້ນັບຫຼາຍ ດຶງດູດເອົາບັນດາ  ພາກສ່ວນເສດຖະກິດຕ່າງໆ ເຂົ້າໃນການສ້າງ ,ຝຶກອົບ
ຮົມວິຊາຊີບ ໃຫ້ນັບມື້ນັບຫຼາຍ , ສາມາດຕອບສະໜອງພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ.
ສາມ:  ເອົາໃຈໃສ່ຕໍ່ການກໍ່ສ້າງພັກຂອງຊົນຊັ້ນກຳມະກອນ ໃຫ້ເຂັ້ມແຂງທຸກດ້ານ ເພື່ອເປັນ ແກນນຳພາ ຂອງລະບົບການເມືອງ ໂດຍສະເພາະແມ່ນ ການຈັດຕັ້ງກຳມະບານ ປະກອບສວນເຂົ້າໃນການສຶກສາຝຶກອົບຮົມ,ໂຄສະນາ,
ຈັດຕັ້ງຊົນຊັ້ນກຳມະກອນ ຮັບບົດບາດອັນຕັ້ງໜ້າຂອງຕົນກາຍເປັນຊົນຊັ້ນນຳໜ້າຢ່າງແທ້ຈິງ ໃນຂະບວນວິວັດ ຫັນ ເປັນອຸດສາຫະກຳ ແລະ ທັນສະໄໝ.
ສີ່:  ຢູ່ໃນປະເທດທືນນິຍົມ ທີ່ຂະຫຍາຍຕົວ ແລະ ຢູ່ໃນປະເທດທີ່ພວມພັດທະນາຈຳນວນນຶ່ງ ຊົນຊັ້ນກຳມະກອນ  ມີ
ຈຳນວນຫຼວງຫຼາຍ , ມີຫຼາຍລະດັບ ຄວາມຮູ້, ຄວາມສາມາດ ນຳໃຊ້ຜົນສຳເລັດ  ຂອງວິທະຍາສາດ - ເຕັກນິກຄວາມຊຳນານແຕ່ຊົນຊັ້ນກຳມະກອນແລະພັກປະຕິວັດຂອງຊົນຊັ້ນກຳມະກອນ ຍັງພົບຄວາມຫຍຸ້ງຍາກສັບສົນ ເພາະ ລັດທິທືນນິຍົມສະໄໝໃໝ່ຍັງມີຄວາມສາມາດບົ່ມຊ້ອນ ໃນການຂະຫຍາຍຕົວແລະມີຄວາມສາມາດ (ປັບຕົວ) ແລະ ອີກດ້ານນຶ່ງຊົນຊັ້ນກຳມະກອນແລະພັກກອມມູນິດ,ພັກກຳມະກອນຈຳນວນນຶ່ງຖຶກຜັນແຍກ.    ສະນັ້ນໃນສະເພາະໜ້າບັນດາພັກປະຕິວັດ ທີ່ແທ້ຈິງຕ້ອງຍຶດໝັ້ນໃນອຸດົມການສັງຄົມນິຍົມ ດ້ວຍລະບົບແນວຄິດມາກ-ເລນິນ ຮັກສາຄຸນລັກສະນະ ແລະ ລັກສະນະທີ່ເປັນຫຼັກໃນຫຼັກໝັ້ນການເມືອງ. ບັນດາ ພັກດັ່ງກ່າວຕ້ອງມີຍຸດໂທບາຍ, ຮູບການອອ່ນໂຍນ ແລະມີປະສິດທິຜົນເພື່ອສະນິດຕິດພັນ ແລະກຳໄດ້ຊົນຊັ້ນກຳມະກອນ,ມີຄວາມໜຽວແໜ້ນປຸກລະດົມ
ສະຕິ  ຕື່ນຕົວຂອງເຂົາເຈົ້າ ດຳເນີນການຕໍ່ສູ້ ເປັນປະຈຳໃຫ້ແກ່ພາລະກິດ ປົດປ່ອຍຊົນຊັ້ນກຳມະກອນ ພົ້ນຈາກ   ການກົດ
ຂີ່ຂູດຮີດ.

ຄຳ​ຖາມ​ຄົ້ນ​ຄ້ວາ 
1.    ຊົນ​ຊັ້ນກຳມະກອນ​ແມ່ນ​ຊົນ​ຊັ້ນຄື​ແນວ​ໃດ? ສຳລັບ​ຢູ່​ປະ​ເທດ​ຂອງ​ພວກ​ເຮົາ​ຈະ​ເຂົ້າ​ໃຈ​ຊົນ​ຊັ້ນກ​ຳມະກອນຄື​ແນວ​ໃດ​ຈຶ່ງ​
 ຖືກຕ້ອງ?
   2.    ເນື້ອ​ໃນ​ພື້ນຖານການ​ປະຕິບັດ​ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນກຳມະກອນ​ສະ​ແດງ​ອອກ​ແນວ​ໃດ? (ສົມ​ທຽບ​ພຶດຕິ​ກຳ​ຕົວ​ຈິງ)
    3.    ເປັນ​ຫຍັງ​ຈຶ່ງ​ເວົ້າ​ວ່າ: ການ​ນຳພາ​ຂອງ​ພັກ​ແມ່ນ​ປັດ​ໃຈ​ຕັດ​ສິນ​ການ​ປະຕິບັດ​ພາລະ​ກຳ​ປະຫວັດສາດຂອງ​ຊົນ​ຊັ້ນກຳມະກອນ? 
  4.  ຢາກ​ພັດທະນາ,ຂະຫຍາຍ​ຖັນ​ແຖວ​ຊົນ​ຊັນ​ກຳມະກອນ​ລາວ​ເຮົາ ​ໃຫ້​ເຕີບ​ໃຫຍ່​ດ້ານ​ປະລິມານ​ແລະ​ຄຸນ​ນະພາ​ບຈະ​ເຮັດ​ແນວ​ໃດ?

ไม่มีความคิดเห็น:

แสดงความคิดเห็น