วันพุธที่ 30 ตุลาคม พ.ศ. 2556

ວິຊາການເມືອງ 3 ບົດ​ທີ 5



ບົດ​ທີ 5
ຕ້ານ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ
        ພາຍຫຼັງການປະຕິວັດສັງຄົມນິຍົມ ເດືອນ ຕຸລາ ລັດເຊຍ ປີ 1917 ໄດ້ຮັບໄຊຊະນະ, ມັນໄດ້ແກ່ດຶງເອົາບັນດາປະເທດ ທີ່ເຄີຍເປັນຫົວເມືອງຂື້ນ ຢູ່ທະວີບອາຊີ, ອາເມລິກາ, ອາເມລິກາລາຕິນ ຕໍ່ສູ້  ຍາດເອົາຄວາມເປັນເອກະລາດແຫ່ງຊາດ. ຫຼາຍປເທດໄດ້ເລືອກເສັ້ນທາງເດີນຂອງຕົນໄປຕາມເສັ້ນທາງສັງຄົມນິຍົມແລະກາຍເປັນລະບົບສັງຄົມນິຍົມແຫ່ງໂລກທີ່ເຂັ້ມແຂງ  ເຊ່ນ: ທາງດ້ານເສດຖະກິດ, ການເມືອງ, ສັງຄົມ.
          ຈາກສະພາບແວດລ້ອມດັ່ງກ່າວ ລັດທິຈັກກະພັດ ແລະອິດທິກຳລັງປໍລະປັກໄດ້ອອກແຮງໂຄສະນາໃສ່ຮ້າຍປ້າຍສີ,
 ບຸກໂຈມຕີ ເພື່ອຫວັງລົບລ້າງສັງຄົມນິຍົມ ດ້ວຍຫຼາຍຮູບຫຼາຍສີ ເນື່ອງນິດລຽນຕິດ ເລີມແຕ່ຊຸມປີທຳອິດຂອງການປະຕິວັດ
ຈົນມາຮອດປະຈຸບັນນີ້.
I.  ສົງຄາມ​ຫັນປ່ຽນ​ໂດຍ​ສັນຕິ,ຈຸດ​ພິ​ເສດ ​ແລະ ສາຍ​ເຫດ​ທີ່​ຈັກກະພັດ​ດຳ​ເນີນ​ສົງຄາມ​ຫັ່ນ​ໂດຍ​ສັນຕິ. 
1.  ສົງຄາມ​ຫັນປ່ຽນ​ໂດຍ​ສັນຕິ
ແມ່ນ  ສົງຄາມທີ່ດຳເນີນຢູ່ພາຍໃນ ຂອງຝ່າຍກົງກັນຂ້າມ ດ້ວຍຫຼາຍພາຫະນະ ແລະ ວິທີການເຊິງໃນນັ້ນ ຕົ້ນຕໍແມ່ນ ໃຊ້ຈິດຕະວິທະຍາ ເພື່ອຊວນເຊື່ອໃນໃຫ້ປະລະທາດແທ້, ອຸດົມການປະຕິວັດ, ແບ່ງແຍກຄວາມສາມັກຄີ ເອກະພາບຢູ່ພາຍໃນ ໂດຍເອົາຄົນພາຍໃນມ້າງຄົນພາຍໃນ ແລະ ໃຊ້ເງິນ ເພື່ອ ຊື້ຈ້າງຈອບອອຍໃຫ້ລົງໄຫຼ ແລ້ວປະຕິບັດ  ຕາມເຈດຈຳນົງຂອງພວກເຂົາ, ໃນກໍລະນີຕ້ອງການ ຈຳເປັນ ກໍ່ໃຊ້  ວິທີການທະຫານ.
    2.  ສາຍເຫດ ຂອງ ຢຸດທະສາດການຫັນປ່ຽນໂດຍສັນຕິ.
ການເຕີບໃຫ່ຍ ເຂັ້ມແຂງຂອງ  ລະບົບສັງຄົມນິຍົມແຫ່ງໂລກ ໃນດ້ານເສດຖະກິດ, ການເມືອງ,ວັດທະນາທຳ - ສັງຄົມ,   ການປ້ອງກັນຊາດ  ປ້ອງກັນຄາມສະຫງົບ ໄດ້ສ້າງຄວາມກ້ຳເກິງ ກັບ    ປະເທດທຶນນິຍົມ ແລະ ກາຍເປັນຂໍ້ຂັດແຍ່ງພື້ນຖານ ນັບມື້ນັບຂ້ຽວຂາດ ລະຫວ່າງ ສັງຄົມນິຍົມ ແລະ ທຶນນິຍົມ.ເມື່ອເປັນເຊັ່ນນັ້ນ  ອິດທິກຳລັງ ຈັກກະພັດ ແລະ ປະຕິການ ຈຶ່ງເຫັນວ່າ ຈະເອົາຊະນະ ສັງຄົມນິຍົມດ້ວຍການເຮັດສົ່ງຄາມ ແມ່ນເປັນໄປໄດ້ຍາກ, ພວກເຂົາຈື່ງໄດ້ຄົ້ນຄວ້າຫາວິທີການ ບຸກໂຈມຕີຄືນໃໝ່ຄື:ຮູບການສັນຕິວິທີ ( ໃຊ້ກົນອຸບາຍຫັນປ່ຽນໂດຍສັນຕິ ).
    3.  ຈຸດພິເສດຂອງຢຸດທະສາດການຫັນປ່ຽນໂດຍສັນຕິ.
ສະແດງອອກຄື:
1.    ການຫັນປ່ຽນໂດຍສັນຕິທັງເປັນຈຸດໝາຍ, ທັງເປັນມາດຕະການຍຸດທະສາດອັນຕົ້ນຕໍໃນໄລຍະໃໝ່.
2.    ການຫັນປ່ຽນໂດຍສັນຕິ  ເປັນການບຸກໂຈມຕີເຂົ້າພາຍໃນ, ມ້າງເພພາຍໃນ ໂດຍເລັ່ງໃສ່ເປົ້າໝາຍອັນດັບ
ໜື່ງແມ່ນມ້າງການນຳພາຂອງພັກ,ມ້າງອຳນາດລັດ ດ້ວຍການກະທົບເຂົ້າໃສ່ແນວຄິດຈິດໃຈ,ຊື້ຈ້າງດູດດຶງເອົາ
ຖັນແຖວພະນັກງານສະມາຊິກພັກ, ເຮັດໃຫ້ພັກເສຍບົດບາດ, ເສຍຄວາມສັກສິດໃນການນຳພາ.
3.    ການຫັນປ່ຽນໂດຍສັນຕິ ເປັນການໝູນໃສ່ ບັນດາເລລ່ຽມກວມລວມຮອບດ້ານ ນັບທັງການນຳໃຊ້ຮູບການໜີບຮັດ, ຂົ່ມຂູ່, ຍຸແຍ່ທາງດ້ານການທະຫານ, ລ່ຽມລາຍທາງດ້ານການເມືອງ
ສົງຄາມຈິດຕະສາດ, ນັກສືບສອດແນມ ໂດຍຜ່ານການຮ່ວມມືທາງດ້ານເສດຖະກິດ, ວັດທະນາທຳ - ສັງຄົມ ແລະ ການຕ່າງປະເທດ.
4.    ການຫັນປ່ຽນໂດຍສັນຕິ ທີ່ດຳເນີນໃນແຕ່ລະປະທດລ້ວນແຕ່ຜ່ານ 2 ບາດກ້າວເຊັ່ນ:
ບາດກ້າວທີ່ໜຶ່ງ:  ສ້າງການຫັນປ່ຽນ ແລະ ຜັນແຍກຢູ່ພາຍໃນ, ສ້າງວິກິດການ  ທາງດ້ານ
ເສດຖະກິດ - ສັງຄົມ ກ້າວໄປເຖິງວິກິດການທາງດ້ານການເມືອງ ເພື່ອປຸກລະດົມມະຫາຊົນຕໍ່ສູ້ທວງເອົາປະຊາທິປະໄຕ, ຫຼາຍພັກ, ຫຼາຍເຫົ້ງາ, ທວງໃຫ້ແກ້ໄຂຊີວິດການເປັນຢູ່.
ບາດກ້າວທີ່ສອງ:  ໃນເມື່ອຫັນປ່ຽນບໍ່ໄດ້ຮັບໝາກຮັບຜົນ ຫຼື ການຫັນປ່ຽນບັນລຸເຖິງລະດັບໃດໜຶ່ງ, ເມື່ອມີໂອກາດອຳນວຍ ເຂົາກໍ່ຈະປຸກລະດົມ  ຂະບວນການລຸກຂື້ນ    ໂຄ່ນລົ້ມລະບົບການປົກຄອງ ຫຼື ດ້ວຍຮູບການເຮັດ
ລັດຖະປະຫານ.
          II.        ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູຕໍ່ປະເທດສັງຄົມນິຍົມແລະປະເທດເຮົາ.
    1.  ບັນດາອິດທິກຳລັງຈັກກະພັດແລະປະຕິການ ດຳເນີນຍຸດທະສາດຫັນປ່ຽນໂດຍສັນຕິດ້ວຍວິທີ
ການອັນໃດ ຈຶ່ງໄດ້ຮັບໄຊຊະນະຢູ່ປະເທດສັງຄົມນິຍົມ.
ໂດຍຖອດຖອນໄດ້ຈາກບົດຮຽນ ປະຕິບັດຍຸດທະສາດຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກຕໍ່ໂປໂລຍ ໃນປີ 1980 ສົມທົບກັບການປະຕິບັດແນວທາງ ປ່ຽນແປງໃໝ່  ທີ່ຜິດພາດຂອງປະເທດສັງຄົມນິຍົມ ໂດຍສະເພາະແມ່ນອາດີດ
ສະຫະພາບໂຊວຽດໃນປີ 1985 ນັ້ນ,ລັດທິ  ຈັກກະພັດ ໄດ້ນຳໃຊ້ວິທີການທີ່ສຳຄັນດັ່ງນີ້:
ໜຶ່ງ:  ກຳບັນດາບຸກຄົນໃນອົງການ ການນຳພາສູງສຸດຂອງ ພັກ-ລັດ ໂດຍສະເພາະບຸກຄົນ ທີ່ທະເຍີທະຍານ ມັກໃຫຍ່ໄຝ່ສູງ ລັດທິເອກະຊົນ,ແບ່ງແຍກເປັນກຸ່ມ ເປັນຝ່າຍຕ່າງໆ ເຮັດໃຫ້ພາຍໃນແຕກແຍກຄວາມສາມະຄີ ເປັນເອກະພາບຈົນເຖິງການສ້າງຕັ້ງພັກການເມືອງໃໝ່.
ສອງ:  ສວຍໃຊ້ການເປີດກ້ວາງ  ປະຊາທິປະໄຕຢູ່ພາຍໃນ  ເພື່ອປຸກປັ້ນ ຈິດຕະສາດເສລີພາບ,  ປະຊາທິປະໄຕ,
 ເລັ່ງທວງໃຫ້ສ້າງຕັ້ງບັນດາການຈັດຕັ້ງແນວໂຮມ,ສະມາຄົມວິຊາຊີບ, ມູນນິທິ, ອົງການສາດສະໜາ,
ອົງການປົກປ້ອງສິດທິມະນຸດ ແລະ ອື່ນໆ.  ໂດຍຫັນເອົາອົງການຈັດຕັ້ງ ດັ່ງກ່າວ ໃຫ້ເຄື່ອນໄຫວຮັບໃຊ້ກົນອຸບາຍທາງດ້ານ
ການເມືອງຂອງເຂົາເຈົ້າເຊັ່ນ: ຕ້ານຄອມມູນິດ ແລະ ລັດທິສັງຄົມນິຍົມ.
               ສາມ:   ກຳນັກສຶກສາ, ຊາວໜຸ່ມ, ປັນຍາຊົນ ເພື່ອສ້າງເປັນກຳລັງສະໜັບສະໜູນອັນທີ່ວ່າ: ປະຊາທິປະໄຕ ແລະ ການປະຕິຮູບ.
         ສີ່:  ກຳບັນດານັກໂທດການເມືອງ ຜູ້ທີ່ບໍ່ພໍໃຈນຳລະບົບການເມືອງສັງຄົມນິຍົມ ເພື່ອສ້າງພວກນີ້ ເປັນຜູ້ນຳຂອງກຸ່ມ ແລະ ພັກການເມືອງຝ່າຍຄ້ານ ເພື່ອຍຸແຍ່ທ້າທ້າຍ ໂຄ່ນລົ້ມ ອຳນາດຂອງພັກ ແລະ ລັດ.
         ຫ້າ: ແຊກຊຶມເຂົ້າແບ່ງແຍກ ແລະມ້າງພາຍໃນ ໂດຍຜ່ານການຊື່ຈ້າງຈອບອອຍ ດ້ວຍຫລາຍຮູບການ.
         ຫົກ:    ຊອກຫາ ແລະ ເປີດເຜີຍຈຸດອ່ອນ ຄວາມຜິດພາດ ໃຈການກໍ່ສ້າງສັງຄົມນິຍົມ ແລະ ໃນການຄຸ້ມຄອງລັດ ເພື່ອບິດເບືອນ ແລະ ທັບຖົມບົດບາດການນຳພາຂອງພັກກອມມູນິດ, ເຮັດໃຫ້ມະຫາຊົນ ຂາດຄວາມເຫຼື້ືອມໃສ່ ຕໍ່ ພັກກອມມູນິດ ກ່າວປະນາມ ເຖິ່ງຕ້ານພັກ ແລະ ລັດ.
         ສິ່ງທີ່ກ່າວມາຂ້າງເທິງນັ້ນ ມັນແມ່ນ  ວິທີການ ອັນສຳຄັນທີ່ພວກເຂົາໄດ້ນຳໃຊ້ ຕໍ່ ບັນດາປະເທດ  ຢູ່ ເອີລົບຕາເວັນອອກ ແລະ ສະຫະພາບໂຊວຽດ ອັນໄດ້ຮັບໄຊຊະນະຢ່າງງົດງາມ.  ຕໍ່ໄຊຊະນະດັ່ງກ່າວ, ອະດີດ  ປະທານນາ
ທິບໍດີ ບຸດສ໌ ໄດ້ເວົ້າຢ່າງເອກອ້າງວ່າ ສະຫະລັດ ໄດ້ຮັບໄຊຊະນະໃນສົງຄາມເຢັນ ( ສົງຄາມຫັນປ່ຽນໂດຍສັນຕິ) ເໜືອສົງຄາມນິຍົມໄປແລ້ວ ”.
         ພາຍຫລັງໄຊຊະນະດັ່ງກ່າວ   ບັນດາອິດທິກຳລັງປະຕິການ ແລະ ຈັກະພັດ ໂດຍສະເພາະ   ແມ່ນຈັກກະພັດ ອາເມຣິກາໄດ້ສຸມປາຍຫອກ  ໃສ່ບັນດາປະເທດສັງຄົມນິຍົມທີ່ຍັງເຫລື່ອເຊັ່ນ: ເຂົາປິດລ້ອມ ນາບຂູ່ ໃສ່ຮ້າຍປາຍສີຕໍ່ກູບາ,  ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫີລ  ດ້ວຍຫລາຍຮູບຫລາຍສີ,   ກ່າວຫາວ່າ ສ ປ ຈີນ ບໍ່ເຄົາລົບ
ສິທິມະນຸດ ແລະ ອື່ນໆ.
            2.   ຍຸດທະສາດຫັນປ່ຽນໂດຍສັນຕິຕໍ່ລາວ
      ນັບແຕ່ມື້  ທີ່ພວກເຮົາ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ມາເຖີ່ງປະຈຸບັນພວກຈັກກະພັດແລະບັນດາອິດທິກຳລັງປໍລະປັກ ໄດ້ລົງມືປະຕິບັດກົນອຸບາຍສອງໜ້າ ໂດຍມີຄວາມຫວັງວ່າ:ຈະສາມາດຍາດແຍ່ ດຶງດູດເອົາປະເທດຂອງພວກເຮົາ ໃຫ້ຄ່ອຍໆຫັນປ່ຽນໄປນິຍົມ ຝ່າຍຕາເວັນຕົກ ແລະ ອີກດ້ານນື່ງກໍ່ໃຊ້  ກຳລັງທາງດ້ານການທະຫານ ສົມທົບກັບກຳລັງປະຕິການລາວພັດຖິ່ນ ປະກອບອາວຸດ ເພື່ອກົດໜີບ ແລະ ກໍ່ກວນ ທາງດ້ານການທະຫານ, ໃຊ້ການປິດລ້ອມຊາຍແດນ, ສ້າງຄວາມເຄັ່ງຕຶງ  ລະຫວ່າງ
ລາວ - ໄທ, ດຳເນີນສົງຄາມບຽດຢຶດຊາຍແດນ.
      ພາຍຫລັງສະຫະພາບໂຊວຽດ ພັງທະລາຍ ແລະ ສະຖານະການຂອງໂລກ ມີການປ່ຽນແປງ ພວກເຂົາ  ໄດ້ບຸກສາກ
ໂຈມຕີລາວ ຢ່າງຮອບດ້ານ.ຫັນປ່ຽນໂດຍສັນຕິໃນທຸກຂົງເຂດ ແລະ ໃນລະດັບສູງກ່າວເກົ່າ    ໂດຍມີການປະສານສົມທົບ
ກັບ ການນຳໃຊ້ ກຳລັງປະກອບອາວຸດ  ຂອງພວກປະຕິການລາວພັດຖິ່ນ ເພື່ອເປີດບັ້ນໂຄສະນາປະກອບອາວຸດ ແລະ ຕີທະລຸ ເຂົ້າເມືອງຈຳນວນໜື່ງຢູ່ເຂດໃຈກາງ ຫວັງສ້າງໃຫ້ເປັນສອງເຂດກຳລັງ, ມ້າງສະຖຽນລະພາບທາງ ດ້ານເສດຖະກິດ-ສັງຄົມ ແລະ ການເມືອງ ເພື່ອໂຄ່ນລົ້ມລະບອບໃໝ່ຂອງພວກເຮົາ.
       ການປະຕິບັດຍຸດທະສາດຫັນປ່ຽນໂດຍສັນຕິ ທີ່ດຳເນີນມາແຕ່ປີ 1992 ເຖິ່ງວ່າ ຖືກພວກເຮົາສະກັດກັ້ນ, ຕອບໂຕ້ ແລະ ທັບມ້າງເປັນແຕ່ລະກ້າວ, ແຕ່ພວກເຂົາ  ກໍ່ພະຍາຍາມ ສືບຕໍ່ປະຕິບັດ ກົນອຸບາຍດັ່ງກ່າວ  ຢ່າງຕັ້ງໜ້າ ແລະ ແນບນຽນກ່ວາເກົ່າ ເຊິ່ງມັນສະແດງອອກ  ແຕ່ລະດ້ານດັ່ງນີ້: 
ດ້ານການເມືອງ:  ພວກເຂົາໄດ້ສຸມໃສ່ເຄື່ອນໄຫວມ້າງເພພາຍໃນ, ໃຊ້ສົງຄາມ  ຈິດຕະວິທະຍາ  ເພື່ອກໍ່ຄວາມແບ່ງແຍກ ກໍ່ຄວາມລະແວງສົງໄສຢູ່່ໃນພະນັກງານ, ສະມາຊິກພັກ, ນັກຮົບ - ລັດຖະກອນ, ກຳມະກອນ ແລະ ປະຊາຊົນ ບັດດາເຜົ່າ.
      ດ້ວຍຖ້ອຍທຳນອງທີ່ພວກເຂົາຕັ້ງຂື້ນວ່າ: ລະບອບພັກດຽວ ແມ່ນລະບອບພະເດັດການ,ບໍ່ມີປະຊາທິປະໄຕ   ບໍ່ມີສິດ
ເສລີພາບ; ອອກແຮງໂຄສະນາກໍ່ຫາງສຽງຕຳນິ ໂຈມຕີການນຳພາຂອງພັກ, ການຄຸ້ມຄອງຂອງລັດ ດ້ວຍການຄວັດເລີກບັນດາປະກົດການຫຍໍ້ທໍ້ ແລະ ຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ ແລະ ປະຊາຊົນພວກເຮົາ, ເຮັດໃຫ້ພະນັກງານ, ທະຫານ, ຕຳລວດ ແລະ ປະຊາຊົນເຮົາ ບໍ່ເຂົ້າໃຈແນວທາງນະໂຍບາຍ, ເກີດມີແນວຄິດລັ່ງເລ, ຂາດຄວາມເຊື່ອໝັ້ນຕໍ່ການນຳພາ ຕໍ່ແນວທາງ, ຕໍ່ນະໂຍບາຍ, ຕີຖອຍຈິງໃຈບຸກປະຕິວັດ ຂອງພະນັກງານ, ສະມາຊິກພັກເຮົາຫລຸດລົງ, ບໍ່ຫ່ວງໃຍນຳວຽກງານ ແລ່ນ ນຳຜົນປະໂຫຍດສ່ວນຕົວ ແລະ ລາຍໄດ້ທີ່ບໍ່ຖືກກົດໝາຍ ເຊິ່ງສົ່ງຜົນສະທ້ອນບໍ່ດີ ຕໍ່ການປະຕິບັດແນວທາງນະໂຍບາຍຂອງພັກ ທີ່ໄດ້ກຳນົດອອກ.
ດ້ານເສດຖະກິດ: ພາຍຫລັງທີ່ພວກເຮົາໄດ້ມີນະໂຍບາຍເປີດກ້ວາງການພົວພັນເສດຖະກິດກັບ ຕ່າງປະເທດ, ພວກສັດຕູກໍ່ໄດ້ສວຍໃຊ້ນະໂຍບາຍດັ່ງກ່າວ ເພື່ອທຳລາຍມ້າງເພພວກເຮົາ ດ້ວຍຫລາຍລະດັບ ຫລາຍຂະໜາດ
ແຕກຕ່າງກັນເຊັ່ນ: ພວກເຂົາໄດ້ສວຍໃຊ້ນັກລົງທຶນ, ນັກທຸລະກິດ, ນັກທ່ອງທ່ຽວ, ອົງການຈັດຕັ້ງ      ທາງດ້ານເສດຖະກິດ ວາງລະບົບການວາງຂໍ້ກຳນົດຕ່າງໆ ເພື່ອສະກັດກັ້ນການກູ້ຢືນ ຫລື ມີເງືອນໄຂທາງການເມືອງ ເພື່ອໜີບຮັດການພັດທະນາເສດຖະກິດຢູ່ປະເທດເຮົາ.
         ວີທີການໂດຍທົ່ວໄປແລ້ວແມ່ນໃຊ້ເງິນຄຳເພື່ອຊື່ຈ້າງຈອບອອຍພະນັກງານເປັນຕົ້ນແມ່ນ  ຜູ້ມີອຳນາດ, ມີສິດຕົກລົງບັນຫາຕ່າງໆ ເພື່ອອະນຸຍາດ ຫລື ປອຍໃຫ້ເຂົາເຈົ້າເຄື່ອນໄຫວເສລີຜິດກົດໝາຍ.
ທາງດ້ານວັດທະນາທຳ - ສັງຄົມ: ປະເທດເຮົາເປັນປະເທດທີ່ປະກອບດ້ວຍຫລາຍຊົນເຜົ່າ, ມີຮີດຄອງປະເພນີ, ມູນເຊື່ອວັດທະນະທຳ, ການເຊື່ອຖື, ມີລະດັບການສຶກສາ ແລະ ການພັດທະນາທີ່ແຕກຕ່າງກັນ. ດັ່ງນັ້ນ,ການສວຍໃຊ້ບັນຫາຊົນເຜົາ ມັນເປັນກົນອຸບາຍ ຍຸດທະສາດທີ່ມີມາ ແຕ່ດົນນານຂອງ ລັດທິຈັກກະພັດໃນການ
ແຊກຊຶມ ເຂົ້າພາຍໃນ ເພື່ອກຳເອົາ ແລະ ແບ່ງແຍກຄວາມສາມັກຄີປ່ອງດ່ອງ ລະຫວ່າງເຜົາຕ່າງໆ, ເຮັດໃຫ້ພີ່ນ້ອງຊົນເຜົາຫ່າງເຫີນຈາກພັກ ແລະ ອຳນາດການປົກຄອງ, ຍຸຍົງສົ່ງເສີມ ແລະ ຟືນຟູແນວຄິດ ເຜົາຊົນຄັບແຄບ ເຫັນແຕ່ຜົນປະໂຫຍດສະເພາະ ບໍ່ເຫັນຜົນປໂຫຍດລວມຂອງຊາດ.
         ພວກເຂົາໄດ້ ສວຍໃຊ້ສາສະໜາຈຳນວນໜື່ງ, ອົງການຈັກຕັ້ງສາສະໜາ ເພື່ອສ້າງຄວາມປັ່ນປ່ວນ ແບ່ງແຍກຜູ້ທີ່ເຊື່ອຖື ສາສະໜາແຕກຕ່າງກັນ. ໃຊ້ເງີນຊື່ຈ້າງ, ດຶງດູດໃຫ້ເຂົ້າສາສະໜາ, ສ້າງຄວາມຫຍຸ້ງຍາກ ສັບສົນໃນການເຮັດໜ້າທີ່ອຳນາດການປົກຄອງ.
                   ສິ່ງທີ່ພົ້ນເດັນ ໃນເງື່ອນໄຂປະຈຸບັນນີ້ ພວກເຂົາໄດ້ສຸມໃສສ້າງຄວາມປັ່ນປ່ວນ, ສ້າງຄວາມບໍ່ສະຫງົບ ທາງສັງຄົມເຊັ່ນ: ກຳເອົາຊາວໜຸ່ມ ນັກຮຽນ ນັກສຶກສາ ເພື່ອເບື່ອເມົາ, ຫລີ່ນກີນຟູມເຟື່ອຍ, ນັກເລງ ໂສເພນີ, ເຜີຍແຜ່ຜະລິດຕະພັນ ວັດທະນະທຳແບບເຊື່ອມຊາມ ລາມົກ, ສ້າງແບບແຜນດຳລົງຊີວິດ ແບບຕາເວັນຕົກ ສ້າງແນວຄິດປະຊາທິປະໄຕນາຍທືນ.
      ສັງລວມແລ້ວ:         ຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູຕໍ່ລາວເຖິ່ງແມ່ນວ່າຈະໄດ້ຖືກພວກເຮົາ ສະກັດກັ້ນ
ຕອບຕ້ານໄດ້ສ່ວນໃດສ່ວນນື່ງກໍ່ຕາມ, ແຕ່ພວກເຂົາຍັງສືບຕໍ່ດ້ວຍຫລາຍຮູບຫລາຍສີ ເຊີ່ງພວກເຮົາບໍ່ສາມາດເຫັນໄດ້ ແລະ ຄວບຄຸມໄດ້ທັງໝົດ. ສະນັ້ນ ພວກເຮົາຈະຕ້ອງມີສະຕິລະວັງຕົວກ່ວາເກົ່າ ແລະ ຊອກວິທີການ, ມາດຕະການແກ້ໄຂຢ່າງຖືກຕ້ອງ ແລະ ທັນການ.

           III. ທິດທາງ ໜ້າທີໃນການຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູໃນຕໍ່ໜ້າ.
ໂດຍອິງໃສ່ບົດຮຽນອັນອຸດົມຮັ່ງມີຂອງພັກເຮົາ, ສະພາບຈຸດພິເສດ ສະພາບການຕົວຈິງຢູ່ພາຍໃນ ແລະ ຕ່າງປະເທດ, ມູນເຊື່ອພິລະອາດຫານ ຕໍ່ສູ້ບໍ່ຍ້ອມຈຳນົນ ຂອງປະຊາຊົນລາວບັນດາເຜົ່າ ແລະ ການຖອດຖອນ
ບົດຮຽນຈາກປະເທດສັງຄົມນິຍົມອ້າຍນ້ອງ ເພື່ອຕອບໂຕ້ ສະກັດກັ້ນ ແລະ ດັບມອດກົນອຸບາຍດັ່ງກ່າວ. ພວກເຮົາຕ້ອງຊືບຕໍ່ກຳແໜ້ນ ແລະ ປະຕິບັດ ຕາມະຕິ 11 ຂອງກົມການເມືອງສູນກາງພັກ ກ່ຽວກັບ ວຽກງານ  ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເປັນເຈົ້າການຕໍ່ສູ້  ຕ້ານຍຸດທະສາດ ຫັນປ່ຽນໂດຍສັນຕິຂອງສັດຕູໃນທຸກຂົງເຂດ, ທຸກທ້ອງຖິ່ນ.
      ຢາກເຮັດໄດ້ແນວນັ້ນ ຕ້ອງກຳແໜ້ນ 3 ຫຼັກການ, ເດັດດ່ຽວປະຕິບັດ 5 ວຽກງານທີ່ຮີບດວ່ນດັ່ງນີ້:
ສາມຫຼັກການ
ໜຶ່ງ: ເດັດດ່ຽວປັບປຸງ,ສ້າງພັກຂອງພວກເຮົາໃຫ້ກຳແໜ້ນທາງດ້ານ ການເມືອງ - ແນວຄິດເຂັ້ມແຂງທາງດ້ານການ
ຈັດຕັ້ງ, ປົກປັກຮັກສາຄວາມເປັນເອກະພາບພາຍໃນພັກ, ພາຍໃນອົງການນຳພາທຸກຂັ້ນ, ຕ້ອງປະຕິບັດ    ຢ່າງເຂັ້ມງວດ
ຫຼັກການ ລວມສູນປະຊາທິປະໄຕ,ດັດແປງໃໝ່ເນື້ອໃນການດຳລົງຊີວິດຂອງພັກ, ສ້າງໃຫ້ໄດ້ແນວຄິດນຳໜ້າ, ແນວຄິດເປັນເຈົາຕົນເອງ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຕ້ານແນວຄິດຄຳພີຕາຍຕົວແຂງກະດ້າງໃນວຽກງານ, ເປັນແບບຢ່າງໃນການປະຕິບັດໜ້າທີ່, ປຸກລະດົມພາຍໃນພັກ ຕ້ານທຸກປະກົດການຫຍໍ້ທໍ້ອາດຍາສິດ, ສໍ້ລາດບັງຫລວງ, ເຮັດໃຫ້ການນຳພາຂອງພັກ ໃນທຸກຂັ້ນຕິດພັນ ກັບ ຂະບວນການ   ຂອງມະຫາຊົນ.
         ສອງ:  ເສີມຂະຫຍາຍກຳລັງແຮງສັງລວມໃນການປະຕິບັດ ບັນດາໂຄງການພັດທະນາເສດຖະກິດ -ສັງຄົມ ແລະ ເອົາວຽກງານພັດທະນາເສດຖະກິດ - ສັງຄົມ ຕິດພັນກັບວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ໃນສະເພາະໜ້າແມ່ນ ແກ້ໄຂບັນຫາຄວາມຫຍຸ້ງຍາກ  ທາງດ້ານເສດຖະກິດ ຊີວິດການເປັນຢູ່   ຂອງປະຊາຊົນ, ພະນັກງານ, ລັດຖະກອນໃຫ້ດີຂື້ນກວ່າເກົ່າ.
         ສາມ:  ສ້າງ ແລະ ປັບປຸງ ລະບົບຜະເດັດການ ຂອງອຳນາດປະຊາທິປະໄຕ ປະຊາຊົນ, ໃນນັ້ນຕ້ອງຖືເອົາການຍົກສູງ ຄຸນນະພາບ ຂອງກຳລັງປະກອບອາວຸດ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ທົ່ວປວງຊົນ
ເປັນກຳລັງຫລັກແຫລ່ງຕົ້ນຕໍໃນການປ້ອງກັນຄວາມສະຫງົບ ເພື່ອມ້າງກົນອຸບາຍ ຫັນປ່ຽນໂດຍສັນຕິຂອງສັດຕູ
    1.  ຫ້າບັນຫາທີ່ຕ້ອງຮີບດ່ວນແກ້ໄຂ.
ໜຶ່ງ:  ການຫັນລົງຮາກຖານ ສ້າງສະໜາມປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສ້າງປ້ອມໝັ້ນສູ້ຮົບ
ແລະ ກຸ່ມສູ່ລົບຕິດລຽນ.
          ສອງ:  ສືບຕໍ່ຕິດຕາມ ແລະ ເລີກຮື້ກຳລັງປະຕິການໃຕ້ດີນ, ຕ້ານສົງຄາມຈິດຕະສາດ, ນັກສືບສອດແນມຂອງສັດຕູ ທີ່ພວມແຊກຊືມເຂົ້າພາຍໃນຂອງພວກເຮົາ.
          ສາມ:  ເປີດຂະບວນການ ຕ້ານການສໍ້ລາດ  ບັງຫລວງ   ທີ່ພວມເປັນບັນຫາ ເຊິງສັດຕູສວຍໃຊ້ໃນການຫັນປ່ຽນ
ໂດຍສັນຕິ, ທັງເປັນບັນຫາໃຫ້ເກີດຄວາມບໍ່ເຊື່ອໝັ້ນ ຂອງປະຊາຊົນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.
          ສີ່:  ປະຕິບັດແຜນນະໂຍບາຍກ່ຽວກັບຊົນເຜົ່າໃຫ້ດີ,ແກ້ໄຂບັນຫາທີ່ຄົງຄ້າງ ແລະ ຈຸດບົກຜ່ອງຕ່າງໆໃນວຽກງານ
ຊົນເຜົ່າທີ່ພວມຖືກສັດຕູສວຍໃຊ້.
          ຫ້າ:    ເພີມທະວີການຄຸ້ມຄອງຢ່າງໃກ້ຊິດຕໍ່ການເຄື່ອນໄຫວຂອງອົງການສາສະໜາຕ່າງປະເທດປະຈຳລາວ ແລະ
ອົງການ  ສະສະໜາທີ່ຢູ່ລາວ, ສະກັດກັ້ນ  ຄວາມພະຍາຍາມ  ຂອງຄົນບໍ່ດີສວຍໃຊ້ສາສະໜາ  ເພື່ອດຳເນີນການຫັນປ່ຽນ
ໂດຍສັນຕິ.
    2.  ບັນດາມາດຕະການ ຕ້ານການຫັນປ່ຽນໂດຍສັນຕິ.
ໜຶ່ງ:  ເປີດບັ້ນສຶກສາອົບຮົມການເມືອ - ນຳພາແນວຄິດ ເຮັດໃຫ້ທົ່ວພັກທົ່ວປວງຊົນ,ທົ່ວກຳລັງປ້ອງກັນຊາດ -
ປ້ອງກັນຄວາສະຫງົບ ເຂົ້າໃຈ ແລະ ປະຕິບັດຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ - ລັດ, ຮັບຮູ້ຢ່າງເລິກເຊິງເຖິງ
ຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ.
               ສອງ:  ປັບປຸງ ແລະ ຍົກສູງການປ້ອງກັນພາຍໃນ ແລະ ປ້ອງກັນຄວາມສະຫງົບທາງດ້ານເສດຖະກິດ.
ຄະນະພັກທຸກຂັ້ນທຸກຂະແໜງການ ເອົາໃຈໃສ່ປັບປຸງ ບູລະນະກົດລະບຽບປ້ອງກັນສຳນັກງານ, ກົດລະບຽບກ່ຽວກັບການ
ພົວພັນເຮັດວຽກນຳຕ່າງປະເທດ,ປະຕິບັດຢ່າງເຂັ້ມງວດຕໍ່ຜູ້ມາລົງທຶນຕາມລະບຽບກົດໝາຍການລົງທຶນ.
               ສາມ:  ສະກັດກັ້ນການບຸກໂຈມຕີ, ສ້າງເຫດການວຸ້ນວາຍ, ການລຸກຮື້ຂື້ນຢູ່ບັນດາບໍລິເວນ ແລະ ເປົ້າໝາຍສຳຄັນ.
    ສີ່:  ປັບປຸງ ແລະ ຄຸ້ມຄອງ ກວດກາ ຄົນເຂົ້າ,ອອກເມືອງຢ່າງຖືກຕ້ອງ.
    ຫ້າ:  ເພີມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ພາຍໃຕ້ລະບຽບກົດໝາຍ ແລະ ລັດຖະທຳມະນູນ ດ້ວຍການກຳແໜ້ນ ແລະ ຄຸ້ມຄອງສຳມະໂນຄົວ ຢູ່ໃນຂົງເຂດຄວາມຮັບຜິດຊອບ  ຂອງອຳນາດການປົກຄອງທຸກຂັ້ນ.
          ຫົກ:  ກໍ່ສ້າງ ແລະ ປັບປຸງ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ.
          ເຈັດ:ປັບປຸງການເຄື່ອນໄຫວດ້ານການຕ່າງປະເທດ ໃຫ້ສອດຄ່ອງກັບພຶດຕິກຳ  ທີ່ວ່າ:    ເພີມມິດຫຼຸດຜ່ອນສັດຕູ.
          ແປດ: ເພີມທະວີການຊີ້ນຳ ນຳພາຂອງຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ສັງລວມແລ້ວ: ບັນດາຫຼັກການ, ໜ້າທີ່ວຽກງານ ແລະ ມາດຕະການ ເພື່ອສະກັດກັ້ນ ແລະ ຕອບຕ້ານຍຸດທະສາດຫັນປ່ຽນ
ໂດຍສັນຕິທີ່ວາງອອກ ເຖິງຈະຖືກຕ້ອງ ແລະ ຄົບຖ້ວນພຽງໃດກໍ່ຕາມ, ແຕ່ຖ້າບໍ່ເຊື່ອມຊືມ, ປະຕິບັດບໍ່ເຂັ້ມງວດ  ຂອງທຸກຂະແໜງການແລ້ວ ທິດທາງແລະມາດຕະການ ເຫຼົ່ານັ້ນກໍ່ຈະບໍ່ປະກົດຜົນເປັນຈິງ. ດັ່ງນັ້ນ ຍິ່ງກ່ວາເວລາໃດໝົດພວກເຮົາຕ້ອງເພີມທະວີຄວາມຮັບຜິດຊອບ ແລະ ຕັດສິນໃຈສູງ  ໃນການຈັດຕັ້ງປະຕິບັດ ທິດທາງ ແລະ ບັນດາມາດຕະການເຫຼົ່ານັ້ນ ໃຫ້ເປັນເອກະພາບກັນ ໃຫ້ເກີດດອກອອກຜົນ   ເພື່ອແນ່ໃສ່ປົກປັກຮັກສາລະບອບໃໝ່
ຂອງພວກເຮົາໃຫ້ໝັ້ນຄົງ ຖາວອນຕະຫຼອດໄປ.



ຄຳຖາມຄົ້ນຄວ້າ

1.    ສົງຄາມຫັນປ່ຽນໂດຍສັນຕິຂອງສັດຕູແມ່ນຫຍັງ?ຈຸດພິເສດຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ
ສະແດງອອກຄືແນວໃດ?
2.    ຈົ່ງສົມທຽບ ແລະ ຍົກໃຫ້ເຫັນ ສະພາບຄວາມເປັນຈິງ ທີ່ອິດທິກຳລັງປໍລະປັກ ດຳເນີນ  ຍຸດທະສາດ
ຫັນປ່ຽນໂດຍສັນຕິຕໍ່ປະເທດສັງຄົມນິຍົມ ແລະ ປະເທດເຮົາ ດ້ວຍຮູບການ ແລະ ວິທີການຄືແນວໃດ?
3.    ເພື່ອຕອບໂຕ້ ແລະ ຕ້ານ  ຍຸດທະສາດຫັນປ່ຽນໂດຍສັນຕິ ຄວນເຮັດແນວໃດ?    ໃນກົມກອງ,
ຂະແໜງການ, ທ້ອງຖິ່ນຂອງພວກທ່ານໄດ້ຈັດຕັ້ງປະຕິບັດແນວໃດ?

ไม่มีความคิดเห็น:

แสดงความคิดเห็น