วันพุธที่ 30 ตุลาคม พ.ศ. 2556

ວິຊາການເມືອງ 3 ບົດ​ທີ 4



ບົດ​ທີ 4     
ເສີມ​ຂະຫຍາຍ​ບົດບາດ​ປັດ​ໄຈ​ຄົນ​ໃນ​ປະຈຸ​ບັນ
        ປະຫວັດສາດ​ການ​ຂະຫຍາຍຕົວ​ຂອງ​ສັງ​ຄົມ​ໃນ​ແຕ່​ລະ​ຍຸກ ​ແຕ່​ລະສະ​ໄໝ ຍາມ​ໃດ​ກໍ່ຕິດ​ພັນ​ໂດຍ​ກົງ​ກັບ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ, ຄົນ​ແມ່ນ​ອັດຕະພາບ​ຂອງ​ການ​ຂະຫຍາຍຕົວ​ສັງຄົມ. ນັບ​ແຕ່​ສັງຄົມ​ໄດ້​ມີ​ຊົນ​ຊັ້ນ​ກຳ​ເນີ​ດຂື້ນ. ບັນຫາ​ຄົນ​ໄດ້​ກາຍ​ເປັນ​ບັນຫາ​ໃຈ​ກາງ ຂອງ​ຫຼາຍ​ທັດສະນະ ​ການ​ເມືອງ - ສັງຄົມ  ແລະ​ນັບ​ມື້ນັບ​ສະ​ແດງ​ອອກ ​ເຖິງ​ລັກສະນະ​ເຄັ່ງຮ້ອນ​ຂອງ​ມັນ​ຢ່າງ​ເຕັມ​ຮູບ​ແບບ.
          ດ້ວຍ​ເຫດ​ນັ້ນ ມ​ເຖິງ​ປະຈຸ​ບັນນີ້ ປັດ​ໃຈ​ຄົນ​ໄດ້​ມາ​ນຳ​ສຶກສາ ຄົ້ນ​ຄ້ວາ​ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ ​ເພື່ອ​ສ້າງ​ກຳລັງ​ດັນ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ສັງຄົມ ​ເຊິ​ງສັງຄົມ​ໃໝ່​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຄົບ​ຖ້ວນ ຊັດ​ເຈນ​ກວ່າ​ເກົ່າ ​ເມື່ອ​ມັນ​ໄດ້​ຖື​ເອົາ ລັດທິ​ມະນຸດສະທຳ​ອັນ​ສູງ​ສົ່ງ​ແລະ​ເປນຈິງ ​ເປັນ​ໄມ້​ຫຼ້າ​ວັດ​ແທກ​ດ້ານ​ຄຸນ​ນະພາ​ບ ​ແລະ​ຈຸດໝາຍ​ໄປ​​ເຖິງການສ້າງ​ສັງຄົມ​ເພື່ອ​ຄົນ​ດ້ວຍ​ຄົນ.
I.        ທັດສະ​ນະ​ຂອງ​ ລັດທິ​ມາກ-​ເລ​ນິນ ກ່ຽວ​ກັບ​ກໍ່ສ້າງ​ສັງຄົມ​ໃໝ່​ເພື່ອ​ຄົນ,ດ້ວຍ​ຄົນ​ແລະ​ການສະ​ແດງ​ອອກ​ໃນ​ພຶດຕິ​ກຳ.
1 ຄວາມ​ສຳນຶກ​ຂອງ​ຄົນ ແລະ ບົດບາດ​ຂອງ​ຄົນ
          ລັດທິ​ມາກ​ເລ​ນິນ ຊ້ີບ​ອກວ່າ: ຄົນ​ແມ່ນພະ​ລິດ​ຕະພັນ​ແຫ່ງ​ການ​ພົວພັນ​ສັງຄົມ ​ເປັນ​ອັດຕະພາບ​ຂອງທຸກໆການ​ພົວພັນ​ສັງຄົມ ​ແລະ ຜ່ານການ​ພົວພັນ​ນັ້ນ ຈິ່ງ​ສະ​ແດງ​ທາດ​ແທ້​ສັງຄົມ​ຂອງ​ຄົນ.ປັດ​ໄຈ​ຄົນ ເປັນ​ສັນຍາ​ລັກ​ສະ​ເພາະ​ທີ່ ກຳນົດ​ດ້ວຍ​ບົດບາດ​ຂອງ​ຄົນ​ໃນ​ລະບົບ​ແຫ່ງ​ການ​ພົວພັນ​ສັງຄົມ. ສະ​ນັ້ນ ບົດບາດ​ຂອງ​ປັດ​ໄຈ​ຄົນ ຈິ່ງ​ສະ​ແດງ​ອອກ​ດັ່ງ​ນີ້:
- ບົດບາດ​ທາງ​ສັງ​ຄົມ: ຄົນ​ແມ່ນ​ຜູ້​ເປັນ​ເຈ້າ​ສັງຄົມ,​ເປັນ​ປັດ​ໄຈ​ຕັດສິນ​ປະຫວັດສາດ ການ​ຂະຫຍາຍຕົວ​ຂອງ​ສັງຄົມ​ມະນຸດ. ຄົນ​ທັງ​ເປັນ​ຜູ້​ສ​້າງປະ​ຫັວດສາດ ທັງ​ເປັນ​ເປົ່າໝາຍຂອງ​ປະຫວັດສາດ ​ແລະ ຕັດສິນ​ການ​ຂະຫຍາຍຕົວ​ຂອງ​ກະ​ໂຕ​ຄົນ​ເອງ
- ບົດບາດ​ທາງ​ຊີວະ​ພາບ: ​ໂດຍ​ທຳ​ມະ​ຊາດ ຄົນ​ແມານ​ສັດ​ປະ​ເສີດ​ຊະນິດໜຶ່ງ ທີ່​ມີ​ລະດັບ​ການ​ຂະຫຍາຍຕົວ​ສູງ​ກ່ວາ​ສັດ​ທົ່ວໆ​ໄປ ມີ​ການ​ເກີດ​ຂະຫຍາຍຕົວ​ ​ແລະ ສູນຫາຍ​ໄປ (ຕາຍ ) ສະ​ນັ້ນ​ ເພືອຮັກສາ​ສົມ​ດຸນ​ສະຫວ່ງ​ການ​ເກີດ-ຕາຍ ຄົນ​ຈຳ​ຕ້ອງ​ໄດ້​ມີ​ການ​ສືບ​ເຊື່ອ, ຂະຫຍາຍ​ບ​ເຊືອພັນ, ​ເຜົ່າ​ພັນ​ເພືອ​ເຮັດ​ເປັນ​ສັງ​ຄົນ​ມະນຸດ ມີ​ການ​ຂະຫຍາຍຕົວ​ຢ່າງ​ບໍ່ຢຸນຢັ້ງ.
2 ຄົນ​ແມ່ນ​ອັດຕະພາບ​ຂອງ​ສັງຄົມ.
    ກ່ອນໜ້ານີ້ ຜູ້ກໍ່ຕັ້ງ ​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ ກ.ມາກ, ຟ. ອັງ​ແກນ ໄດ້​ເອົາ​ຄົນ​ເຂົ້າ​  ໃນ​ທີ່​ຕັ້ງ​ໃຈກາງ​ຂອງ​ສັງຄົມ ​ເຊິ່ງ ທ່ານ​ທັງ​ສອງ​ເວົ້າ​ວ່າ ສັງຄົມ​ໃໝ່ ແມ່ນ​ສັງຄົມ​ທີ່​ສ້າງ​ເງື່ອນ​ໄຂ ​ເພືອ​ເສີມ​ຂະຫຍາຍ​ກຳລັງ​ແລະ​ຄວາມ​ສາມາດ​ຂອງ​ຄົນ, ຕອບ​ສະໜອງຄວາມ​ຮຽບຮ້ອງ​ຕ້ອງການ​ອັນ​ສົມ​ເຫດ​ສົມ​ຜົນ ແລະ ນັບ​ມື້​ນັບ​ເພີ​ມຂື້ນ​ຂອງ​ຄົນ ໃຫ້​ນັບ​ມື້​ນັບ​ຄົບ​ຖ້ວນ​ພຽງພໍ. ຈຸດ​ນີ້​ ແລະ ກາຍ​ເປັນ​ຈຸດ​ເລີມ​ຕົ້ນ ຂອງ​ການ​ເບິ່ງ​ຄົນ, ການ​ຄົ້ນ​ຄ້ວາກຽ່ວກັບ​ຄົນ ເຊິ່ງ​ໂລກ​ພວມ​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ​  ແມ່ນ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້​ຄົນ​ກາຍ​ເປັນ​ຜູ້​ເປັນ​ເຈ້າ ຫຼື​ ເປັນ​ອັດຕະພາບ​  ຂອງ​ສັງຄົມ​ຢ່າງ​ແທ້​ຈິງ. ຢາກ​ເຮັດ​ໄດ້​ແນວ​ນັ້ນ ຮຽກຮ້ອງ​ໃຫ້​ທຸກ​ລັດ, ທຸກ​ ລະບອບ​ສັງ​ຄົມ ຕ້ອງ​ມີ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ເໝາະສົມ ​ເພື່ອ​ທຸ້ມ​ເທ​ເຂົ້າ​  ໃນ​ການ​ພັດທະນາ​ຄົນ,   ​ເຮັດ​ໃຫ້​ຊັບພະຍາ​ກອນ​ ບຸກຄົນ​ຫາກ​ບໍ່ມີ​ການກຽມພ້ອມ​ ຮັບ​ພາລະກິດ​ທີ່​ສັງຄົມ​ມອບ​ໃຫ້. ຖ້າ​ຊັບພະຍາກອນ​  ບຸກຄົນ​ຫາກ​ບໍ່ມີ​ການກຽມພ້ອມ ໝາຍ​ເຖິ່ງຄົນ​ບໍ່ສາມາດ​ສະ​ແດງ​ບົດບາດ ​ເປັນ​ອັດຕະພາບ​ຂອງ​ສັງ​ຄົມ​ບໍ່​ໄດ້​ສຸດ​ທ້າຍ ສັງຄົມ​ກໍ່ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໄພ​ຄົມ​ຂູ່​ດ້ານ​ຕ່າງໆກໍ່ທະວີ​ຂື້ນ. ພຶດຕິ​ກຳກໍ່​ໄດ້​ຢ້ງຢືນ​ໂດຍ​ຜ່ານ ແຕ່​ລະກາ​ນຂະຫຍາຍຕົວ​ຂອງ​ສັງຄົມ​ມະນຸດ:
-  ໜື່ງ:  ໃນ​ເວລາ​ຄົ້ນ​ຄ້ວາ ກ່ຽວກັບ​ການ​ລົມ​ລະລາຍ ​ຂອງ​ລະບອບ​ທຶນ​ນິຍົມ, ທ່ານ ກ. ມາກ,  ຟ.  ອັງ​ແກນ ໄດ້​ເໜັ້ນໜັກ​ເຖິ່ງຄວາມ​ເປັນ​ເຈົ້າ​ທາດຂອງ​ຄົນ​  ໃນ​ລະບອບ​ທຶນ​ນິຍົມ ​ເຊິ່ງ​ແມ່ນ​ ຊົນ​ຊັ້ນ​  ນ​າຍທຶນເອງ​ເປັນ​ຜູ້​ສ້າງ​ຄວາມ​ເປັນ​ທາດ​ຂອງ​ຄົນ ( ການ​ກົດ​ຂີ່​ຂົ່ມ​​ເຫັງ ) ຂື້ນ​ໃນ​ລະບອບ​ຂອງ​ຕົນ. ການ​ຫັນ​ເປັນ​ທາດ​ຂອງ​ຄົນທີ່​ມີ​ ລັດທຶນ​ນິຍົມ​ໄດ້​ກໍ່ຂື້ນ​ໃນ​ຂອບ​ເຂດ​ອັນ​ແພ່ຫຼາຍ ​ແລະ ​ໃນ​ລະດັບ​ອັນ​ຮ້າຍ​ແຮງ​ນັ້ນ ມັນ​ເປັນ​ສັນຍາ​ລັກ​ບົ່ງ​ບອກ​ສູງສຸດ ທີ່​ຈະ​ນຳພາ​ສັງຄົມ​ນັ້ນ ໄປ​ເຖີ່​ງການ​ພັງ​ທະລາ​ຍ ​ແລະ ປ່ຽນ​ແທນ​ ດ້ວຍ​ລະບອບ​  ສັງຄົມ​ນິຍົມ
-  ສອງ:  ບັນດາ​ຜົນສຳ​ເລັດ​ຂອງ​ລະບອບ​ສັງຄົມ​ນິຍົມ ​ເຮັດ​ໃຫ້​ພວກ​ເຮົາ​ ບໍ່ສາມາດ​ປະຕິ​ເສດ​ໄດ້  ​ຜົນ
ງານ​ໃນ​ການ​ແກ້​ໄຂ​ບັນຫາ​ຄົນ, ນັ້ນ​ແມ່ນ​ການ​ປົດ​ປ່ອຍ​ຊາວ​ຜູ້​ອອກ​ແຮງ​ງານ ເປັນ​ຕື້ຄົນ ​ໃຫ້​ຫຼຸດພ້ົນ​ອອກຈາກ​ສະພາວະ​ການ​ກົດ​ຂີ່​ຂູດ​ຮີດ​ ( ກົດ​ຂີ່​ຂູດ​ຮີດ​ດ້ານ​ຊົນ​ຊັ້ນ ແລະ ຂົ່ມ​ເຫັງ ​ເຕັງ​ເຕັກ​ທາງ​ດ້ານ​ຊາດ; ກົດ​ຂີ່​ຂູດ​ຮີດ​ດ້ານ​ວັດຖຸ ​ແລະ ຈິງ​ໃຈ ) ດ້ວຍ​ຜົນສຳ​ເລັດ​ເຫຼົ່ານັ້ນ ເຮັດ​ໃຫ້​ລັດທິ​ສັງຄົມ​ນິຍົມ​ ສາມາດ​ທ້າທາຍ​ ກັບ​ ລະບອບ​ສັງຄົມ​ອື່ນໆ ໃນ​ການ​ແກ້​ໄຂ​ບັນຫາ​ຄົນ.
-  ສາມ:ໃນ​ຍຸກ​ປະຈຸ​ບັນ, ພາຍ​ຫຼັງທີ່​ລັດທິ​ສັງຄົມ​ນິຍົມ​ຖືກ​ວິ​ກິດ​ການ, ລະບອບ​ສັງຄົມ​ນິຍົມ ຖືກ​ລົ້ມ​ລະລາຍ, ລັດທິ​ທຶນ​ນິຍົມ ​ໂດຍ​ສົມທົບ​ກັບ​ການ​ຂະຫຍາຍຕົວ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ທາງ​ດ້ານ​ ວິທະຍາສາດ -​ເທັກ​ໂນ່​ໂລ່​ຊີ ໄດ້​ໃຊ້​ຄວາມ​ພະຍາຍາມ ​ເພືອ​ແກ້​ໄຂ​ບັນຫາ​ຄົນ ດ້ວຍ​ວີ​ທີ່​ການ​ດັບ​ປັບ​ນະ​ໂຍບາຍ​  ສະຫັວດດີ
ກາ​ນສັງຄົມ ​ໃນ​ດ້ານ​ຕ່າງໆ ເຮັດ​ໃຫ້​ພາບ​ພົນຂອງ​ທຶນ​ນິຍົມ​ດີ​ຂື້ນ, ​ແຕ່​ໃນ​ດ້ານທາດ​ແທ້​ແລ້ວ ຄົນ​ໃນ​ລະບອບ​ທຶນ​ນິຍົມ​  ຍັງ​ຖືກ​ກົດ​ຂີ່​ຂູດ​ຮີດ​ດ້ວຍ​ລະບອບ​ທີ່​​ເລິກ​ເຊິ່ງ​ ​ແລະ ​ແນບນຽນກ່ວາ​ເກົາ.
II.      ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດທະນາ​ຄົນ,ທິດ​ທາງ ​ແລະ ວິທີ​ແກ້​ໄຂ.
         ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ແລະ ​ເລິກ​ເຊິ່ງຕືມອີກ​ກ່ຽວກັບ​ບັນ​ດ້ານ​ທັດສະນະ​ລັດທິ ມາກ ​-​ ເລ​ນິນ ກ່ຽວກັບ​ຄົນໂດຍເລີ່​ມ
ຈາກພື້ນຖານ ​ທິດ​ສ​ະດີ ແລະ ວິທີ​ວິທະຍາ ​ຂອງ​ລັດທິ​ມາກ - ​ເລ​ນິນ ກ່ຽວກັບ​ຄົນ,ອີງ​ໃສ່​ຜົນສຳ​ເລັດ​ໃໝ່ຂອງ​ວິທະຍາສາດ, ບັນດາ​ໂຄງການ​ຄົ້ນ​ຄ້ວາ​ທິດ​ສະ​ດີ​ທີ​ປະກົດ​ຂື້ນ​ໃນ​ຊຸມ​ປີ ຫຼັງມາ​ນີ້ ໄດ້​ໃຫ້  ຄວາມ​ກະຈ່າງ​ແຈ້ງ​ເຖີງ​ແງ່​ມູນ​ດັ່ງ​ນີ້:
v ຄົນ​ແມ່ນ​ອົງ​ປະກອບ​ທີ່​ເປັນ​ຕົນ​ເປັນ​ໂຕ​ຂອງ​ທຳ​ມະ​ຊາດ ​ແລະ ​ເປັນ​ໂຄງ​ປະກອບ​ຂອງ​ຊີວະ​ວິທະຍາ. ເພາະສະ​ນັ້ນ ​ຄົນ​ມີ​ຄວາມ​ຕ້ອງການ​ດ້ານ​ວັດຖຸ​ ​ແລະ​ຈິງ​ໃຈ​ທີ​່ຈຳ​ເປັນຕອ້ງຕອບ​ສະໜອງ​ແລະ​ຍັງ​ມີ​ຜົນ​ປະ​ໂຫຍ​ດດ້ານ​ວັດຖຸ​ ແລະ​ຈິດ​ໃຈ​ຄອບ​ງຳ ສະຕິ, ອາລົມ ​ແລະ ການ​ກະທຳ. ດັ່ງ​ນັ້ນ​ດັ່ງ​ນັ້ນ​ຖ້າ​ປະຕິ​ເສດ​ດ້ານ​ທຳ​ມະ​ຊາດ ​ແລະ ດ້ານ​ຊີວະ​ວິທະຍາ​ຂອງ​ຄົນ​ກໍ​ຈະ​ຕົກ​ໃສ່​ທັດສະນະ​ຈິດຕະນິຍົມ, ບໍ່ຮັບ​ຮູ້​ກາ​ນຄົງ​ຕົວ​ແບບ​ເປັນ​ຈິງ​ຂອງ​ຄົນ, ​ເມື່ອ​ເປັນ​ຄື​ແນວ​ນັ້ນ ການ​ປົດ​ປ່ອຍ​ຄົນ​ຕ້ອງ​ດຳ​ເນີນ​ໄປ​ສອງ​ດ້ານ​ຄື: ຄົນ​ຕ້ອງ​ມີ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ຂອງ​ສັງ​ຄົນທີ່​ດີ,ໃນ​ຂະນະ​ດ່ຽວກັບ​ ຕ້ອງ​ຕອບ​ສະ​ໜອງຄວາມ​ຕອ້ງການ​ດ້ານ​ວັດຖຸ​ນັບ​ມື້​ນັບ​ສູງຂື້ນ.
v ຄົນ​ປະກອບ​ດ້ວຍ​ທາດ​ແທ້​ສັງຄົມ, ມັນ​ສະ​ນິດ​​ແໜນຕິດ​ພັນ​ກັບ​ມະນຸ​ດດ້ວຍ​ກັນ ຈົນ​ບໍ່ສາມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ, ​ແຕ່​ໃນ​ຂະນະ​ດ່ຽວກັນ​ ກໍ່​ເນັ້ນ​ຕົວ​ບຸກຄົນ​ ທີ່​ນັບ​ມື້​ນັບ​ມີ​ຄວາມໝາຍອັນ​ຄົມ​ຖ້ວນ​ສົມບູນເປັນ​ເອກະລາດ​ທີ່​ມີ​ລັກສະນະ ປົກຄອງ​ຕົນ​ເອງ  ນັບ​ມື້​ເຕັມ​ຮູບ​ແບບ. ດ້ວຍ​ເຫດ​ນັ້ນ ລັດທິ​ ສັງຄົມ​ນິຍົມ ​ດ້ວຍ​ທາດ​ແທ້ ແລະ ຈຸດໝາຍຂອງ​ມັນ ຕ້ອງ​ສ້າງ​ບັນດາ​ເງື່ອນ​ໄຂ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ ອັນ​ສະດວກ​ໃຫ້​ແກ່​ການ​ຂະຫຍາ​ຍຕົວຢ່າງ​ເສລີ ແລະ ຮອບ​ດ້ານ ຂອງ​ບຸກຄົນ​ເຊັ່ນ: ສະຕິ​ສຳນຶກ​ກ່ຽວກັບກຽດສັກ​ສີ ແລະ ຄວາມ​ຮັບຜິດຊອບ​ຂອງ​ບຸກຄ​ົນ, ຄວາມ​ຮູ້​ຄວາມ​ສາມາດ​ຂອງ​​ແຕ່ລະຄົນ ແລະ ບັນດາ​ຄຸນ​ທາດ​ອື່ນໆ ທີ່​ຕິດ​ພັນ​ກັບ​ແຕ່ລະຄົນ ເຊີງ​ກໍ່​ໃຫ້​ເກີດ​ອຸປະນິ​ໄສ​ຂອງ​ຄົນ, ລະດັບ​ການ​ປົດ​ປ່ອຍ​ຂອງ​ສັງ​ຄົມ​  ສະ​ແດງ​ອອກ​ໂດຍ​ຜ່ານ​ອິດ​ສະລະ​ພາບ​ຂອງ​ສັງຄົມ.
v ​ໃນ​ສັງຄົມ​ມີ​ຊົນ​ຊັ້ນ ຄົນ​ກໍ່ມີ​ລັກສະນະ​ຊົນ​ຊັ້ນ, ຜ່ານ​ການ​ຕໍ່ສູ່​ເຮັດ​ໃຫ້​ບຸກຄົນ​ນັບ​ມື້​ເຫັນ​ແຈ້ງວ່າ​ຜົນ​ປະ​ໂຫຍ​ດສະ​ ເພາະຂອງ​ຄົນ​ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ ກໍ່ຕໍ່​ເມືອ​ຜົນ​ປະ​ໂຫຍ​ດລວມ ຂອງ​ຊົນ​ຊັ້ນ​ໄດ້​ກາຍ ​ເປັນ​ກຳລັງ​ຄອບ​ງຳ​ການ​ກະທຳ​ຂອງ​ພວກ​ເຂົາ​ເຈົ້າ. ເຖິ່ງຢ່າງ​ໃດ​ກໍ່ຕາມ ບໍ່ຄວນ​ຖື​ເດັດ​ຖານ​ລັກ​ສະ​ນັ້ນ​ຊົນ​ຊັ້ນ, ຈະ​ເຮັດ​ໃຫ້ ລັກສະນະ​ຊາດ ​ແລະ ມວນ​ມະນຸດ​ມົວໝອງ​ໄປ. ໃນ​ແຕ່​ລະບຸ​ກຄົນ ເວລາ​ໃດ​ກໍ່ປະກອບ​ມີ​ຄຸນ​ທາດ​ທີ່​ເກີດ​ຂື້ນ​ຈາກ​ການ​ຮັບ​ເອົາ​ບັນດາ​ ຄຸນຄ່າທີ່​ມີ​ລັກສະນະ​ຊາດ. ຄົນ​ທັງ​ມີ​ລັກສະນະ​ຍຸກ​ສະ​ໄໝ( ຍຸກ​ໃດ​ຄົນ​ນັ້ນ ) ພ້ອມ​ກັນ​ນັ້ນ ຄົນ​ກໍ່ທີ​ລັກສະນະ​ປະຫວັດສາດ ​ໂດຍ​ສືບ​ທອດ​ບັນດາ​ສິ່ງ​ຍອດ​ຍິ່ງ​ຂອງ​ເຜົ່າ ​ແລະ ຂອງ​ຊາດ. ການ​ປະສານ​ສົມທົບ​ຄຸນຄ່າ​ຂອງ​ຊາດ ກັບ​ຄຸ​ນຄ່າ​ອັນ​ກ່າວໜ້າຂອງ​ ຍຸກ​ສະ​ໄໝຢ່າງ​ຖືກຕ້ອງ​ນັ້ນ ຈະ​ສ້າງ​ແຫຼ່ງຄວາມ​ສາມາດ​ອັນ​ໃຫ່ຍຫຼວງ​ໃຫ້​ຄົນ​ບືນ​ຕົວ​ສູ່​ຄວາມ​ສົມບູນ​ແບບ ​ແລະ ​ເສີມ​ຂະຫຍາຍ​ບົນ​ບາດ​ຂອງ​ໃຈ​ຄົນ.
v ຄົນ​ແມ່ນ​ຈຸດໝາຍ, ​ເປັນ​ກຳລັງ​ດັນ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຫັນປ່ຽນ​ແບບ​ປະຕິວັດ. ໃນ​ຄວມ​ເປັນ​ຈິງ ຢູ່​ບອກ​ໃດ​ຫາກ​ມີ​ກຳລັງ​ນຳພາ ການ​ປະຕິວ​ັດມີ​ຈິງ​ສຳນຶກ​ອັນ​ຄົບ​ຖ້ວນ ກ່ຽວກັບ​ບົດບາດ​ຂອງ​ຄົນ ແລ​ະ ຈັດ​ຕັ້ງ​ປະຕິ​ບັດ​ມາດຕະຖານ​ອັນ​ຈຳ​ເປັນ ເພືອ​ໃຫ້​ບົດບາດ​ເຫຼົ່ານັ້ນ ກາຍ​ເປັນ​ຈິງ ພາລະກິດ​ປະຕິ​ວັດ ຢູ່​ບ່ອນ​ນັ້ນ​ກໍ່ສາມາດ​ຍາດ​ເອົາ​ໃຊ້​ຊະນະ
1.  ບັນດາ​ທດິທາງ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ປັດ​ໄຈ​ຄົນ.
ມາດຕະ​ເກນ​ຄົນ ໄດ້​ກວມ​ເອົາ​ບັນດາ​ສາຍ​ພົວພັນ​ແບບ​ສັດ​ຈາ​ວິພາ​ກຂອງ​ອົງ​ປະກອບ ບັນ​ດາ​ປັດ​ໃຈ​ຕ່າງໆ​ເຊັ່ນ : ທຳ​ມະ​ຊາດ-ສັງ​ຄົມ, ວັກ​ຖຸ-ຈິດ​ໃຈ, ບຸກຄົນ-ວົງ​ຄະນາ​ຍາດ, ປະ​ຫັວດສາດ-ຍຸກ​ສະ​ໄໝ, ພາວະ​ວິ​ໄສ-ອັນຕະວະ​ວິ​ໄສ. ດ້ວຍ​ເຫດ​ນັ້ນ ຕ້ອງ​ພິຈາລະ​ນາ​ບັນຫາ​ຄົນ ຈາກຫຼາຍທິດ​ທາງ ​ເພືອດຳ​ເນີນ​ແຜ່ນ​ຍຸດ​ທະ​ສາດ ​ແລະ ທິດ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ປັດ​ໄຈ​ຄົນ. ສະ​ນັ້ນ​ທິດທາງ​ໃໝ່ໆສະ​ແດງ​ອກດັ່ງ​ນີ້.
v    ໃນ​ຂົງ​ເຂດ​ເສ​ດຖະກິດ: ການ​ຂະຫຍາຍ​ເສດຖະກິດ ຍາມ​ໃດ​ກໍ່ຕ້ອງ​ໄດ້​ຕິດ​ພັນ​ກັບ​ການ​ຂະຫຍາຍ​ປັດ​ໄຈ​ຄົນ, ຕ້ອງ​ຄຳ​ນຶກ​ເຖິ່ງຜົນ​ປະ​ໂຫຍ​ດຂອງ​ບຸກຄົນ ແລະ ທຸກ​ຄົນ ສະ​ນັ້ນ ສຳລັບ​ປະ​ເທດ​ທີ່​ມີ​  ພື້ນຖານ​ເສດ​ຖະກິ​ດຂະຫຍາຍຕົວ​ຊ້າ ຕ້ອງ​ເອົາ​ໃຈ​ໃສ່ຂະຫຍາຍ​ເສດຖະກິດທີ່​ມີຫຼາຍພາກ​ສ່ວນ​ ຕາມ​ທິດ​  ສັງ​ຄົມ​ນິຍົມ, ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດທີ່​ມີ​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ. ການ​ຜະ​ລິດ​ສິນຄ້າ ​ແມ່ນ​ສິ່ງ​ແວດ​ລ້ອມ​ທີ່​ຜູກ​ມັດ​ໃຫ້​ແຕ່ລະຄົນ ເວລາ​ໃດ​ກໍ່ຕ້ອງ​ມີ​ການ​ບືນ​ຕົວ, ຊອກ​ຮູ້ ຊອກ​ຮຽນ, ປະດິດ​ສ້າງ ​ແລະ ຮັບຜິດຊອບ​ດ້ວຍ​ຕົນ​ເອງຕໍ່ໝາກຜົນ​ການ​ອອກ​ແຮງ​ງານ​ຂອງ​ຕົນ.
v    ໃນ​ຂົງ​ເຂດ​ການ​ເມືອງ: ​ໃຫ້​ຄວາມ​ສຳຄັນ​ເຖິ່ງການ​ຍົກ​ສູງ​ ລັກສະນະ​ຕັ້ງ​ທາງໜ້າ ການ​ເມືອງຂອງ​ປະຊາຊົນ, ສ້າງ​ເງືອນ​ໄຂ​ເພືອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ໃນ​ການ​ຄຸ້ມ​ຄອງ​ລັດຄຸ້ມ​ຄອງ​ ສັງຄົມ​ນັບ​ມືນັບຫຼາຍຕ້ານ​ທຸກ​ຮູບ​ການ​ ທີລະ​ເມີດ​ສິດ ປະຊາທິປະ​ໄຕ​ຂອງ​ປະຊາຊົນ ເປັນ​ຕົ້ນ​ແມ່ນ​ ທ່າ​ອຽ່ງອາດຍາ​ສິດ,  ສໍ້​ລາດ​ບັງຫຼວງ, ກົດ​ຂີ່​ຂູດ​ຮີດ, ສວຍ​ໂອ​ກາດ. ການ​ເສີມ​ຂະຫຍາຍປະຊາທິປະ​ໄຕ​ຢ່າງ​ແຂງ​ແຮງ​ແມ່ນ​ ຂະ​ບວນວິວັດ​ທີ​ຢັ້ງຢືນ​ເຖິງ​ສິດ​ເປັນ​ເຈົ້າ​ຂອງ​ຄົນ, ​ແມ່ນ​ຂະ​ບວນວິວັດ​ດັບ​ແປງ​ອັນ​ເລິກ​ເຊິ່ງ ​ແລະ ຄົບ​ຂຸດ ຕໍ່ບັນດາ​ສາຍ​ພົວພັນ​ສັງຄົມ.
v    ໃນ​ຂົງ​ເຂດ​ການ​ສຶກສາ: ຕ້ອງ​ສຸ້ມ​ໃສ່​ຈຸດໝາຍ​ໃຈກາງ ສ້າງ​ຄົນ​ລຸ້ນ​ໃໝ່, ຕ້ອງ​ຍູ້​ແຮງ​ການ​ດັບ​​ແປງ​ເນື້ອ​ໃນ​ການ​ສຶກສາ ​ເພືອ​ໃຫ້​ມັນ​ສ່ອງ​ແສງ​ໄດ້​ບັນດາສະຕິ​ ຄວາມ​ຮັບ​ຮູ້​ ອັນ​ສຳ​ຄັນ​ທີ່​ສຸດ​ຂອງ​ຊາດ ​ແລະ ມວນ​ມະນຸດ, ກໍ່ສ້າງ​ລະບົບ​ການ​ຈັກ​ຕັ້ງ ​ແລະກົນ​ໄກ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະສິທິພາ​ບ​ແນ່​ໃສ່​ຍົກ​ສູງ​ຄຸນະພາບ​ການ​ ສຶກສາ, ປະຕິ​ບັນ​ແຜ່ນ​ຍຸກ​ທະ​ສາດ​ກໍ່ສ້າງ​ຊັບພະຍາກອນ​ບຸກຄົນ​ໃຫ້​ແກ່​ປະ​ເທດ​ຊາດ ຄື: ຊອກ​ເຫັນ​ຜູ້​ທີ່​ມີ​ພອນ​ສະຫວັນ, ກໍ່ສ້າງ​ໃຫ້​ເປັນ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ສາມາດ ​ແລະ ນຳ​ໃຊ້​ບຸກຄະລາ​ກອນ​ເຫຼົ່ານັ້ນ​ໃຫ້​ຖືກ​ເປົ້າໝາຍ
v    ໃນ​ຂົງ​ເຂດ​ວັດທະນະທຳ-ສັງຄົມ : ຍົກ​ສູງ​ການ​ເຄືອ​ນ​ໄຫວ​ຕ່າງໆ​ໃນ​ຂົງ​ເຂດ​  ວັດທະນະທຳ, ຕອບ​ສະໜອງຄວາມ​ຮຽກຮ້ອງ​ ຕ້ອງການ​ອັນ​ຮີບ​ດ່ວນ​ຂອງ​ປະຊາຊົນ. ວັດທະນະທຳ​ ຕ້ອງ​ປະກອບ​ສ່ວນ​ ອັນ​ໃຫ່ຍຫຼວງ​ໃນ​ການກໍ່ສ້າງ​ສັງ​ຄົມ​ໃໝ່ ແລະ ຊີ​ວິດ​ໃໝ່, ວັດທະນະທຳ ຕ້ອງ​ກ້າຫານ​ຕໍ່ສູ້ ຕ້ານ​ປະກົດ​ການ​  ຫຍໍ້​ທໍ້ຫຼ້າຫຼັງ,  ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້ ໄຂ​ບັນຫາ​ຮີບ​ດ່ວນ​ຂອງ​ຊີວິດ​ຕົວ​ຈິງ. ວັດທະນະທຳ, ສິລະ​ປະ,ວັນະຄະດີ​  ຕ້ອງ​ປະກອບສ່ວນ​ສ້າງ​ຫາງ​ສຽງສັງຄົມ​ອັນ​ຈົບງາ​ມ, ຖືກຕ້ອງ, ສອດ​ຄອງ​ກັບ​ທ່າ​ອຽງກ້າວ​ຂື້ນ. ຄົນ​ໃນ​ຖານະ​ທີ່​ເປັນ ຈຸດ​ສັງ​ລວມຂອງ​ບັນດາ​ສາຍ​ພົວພັນ​ສັງຄົມ ນັ້ນ ຄວນ​ໄດ້​ມີ​ຊີວິດ​ໃນ​ສິ່ງ​ແວດ​ລ້ອມ ​ອັນ​ອຸດົມສົມບູນຫຼາຍ​ແບບ​ຂອງ ສັງຄົມ​ພົນລະ​ເມືອງ ທີ່​ຈົບ​ງານ.ໃນ​ເວລາ​ດຽ່ວກັນ​ນັ້ນ ຄວນ​ປົດ​ປ່ອຍ​ຄົນ​ອອກ​ຈາກການ​ພົວພັນ​ອັນ​ເກົ່າ​ແກ່ຫຼ້າຫຼັງ, ສືບ​ທອດ​ບັນດາ​ສາຍ​ພົວພັນ ສັງຄົມ  ທີ​່ຈົບງາມ, ສ້າງ​ລະບອບ​ສັງຄົມ​  ສາຍ​ພົວພັນ​ໃໝ່

III.      ທັດສະນະ,ຈຸດໝາຍ,ທິດ​ທາງ​ໃນ​ການ​ພັດທະນາ​ຊັພະຍາກອນ​ມະນຸດ.
          ໂດຍຮັບຮູ້ແຈ້ງບົດບາດຕັດສິນຄົນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມກໍ່ຄືບົດບາດຄວາມສຳຄັນຂອງຄົນ ໃນຂະບວນວິວັດຂະຫຍາຍຕົວ ຂອງປະຫວັດສາດ ເວົ້າລວມ, ການດຳເນີນພາລະກິດ ປ່ຽນແປງໃໝ່ ເພືອຮັບປະກັນສອງໜ້າທີ່ຍຸກທະສາດນັ້ນ, ໃນກອງປະຊຸມສູນກາງຄັ້ງທີ່ 7 ສະໄໝທີ V ໄດ້​ກຳນົດທັດສະນະ, ຈຸດໝາຍ ​ແລະ ທິດ​ທາງ​ພື້ນຖານ​ໃນ​ານພັດທະນາ​ຊັບພະຍາ​ກ່ອນ​ມະນຸດຄື:
1. ດສະນະ​ຂອງ​ພັກ​ເຮົາ.
ທັດສະນະ​ພື້ນຖານ​ຂອງ​ພັກ​ເຮົາ​ຕໍ່ການ​ພັດທະນາ​ຊັພະຍາ​ກ່ອນ​ມະນຸດ (ຄົນ) ມີ 6 ທັດສະນະ​ດັ່ງ​ນີ້:
ໜຶ່ງ: ການ​ພັດທະນາຊັບພະຍາ​ກອນ​ມະນຸດ​ ຕ້ອງ​ດຳ​ເນີນ​ໄປ ​ຕາມ​ທັດສະນະຫຼັກໝັ້ນຊົນ​ຊັ​້ນ​  ແລະ​ອຸດົມ​ຄະຕິ​ພັກ, ​ແນ​ໃສ​ ສອງໜ້າທີ​ຍຸກ​ທະ​ສາດ​ແຫ່ງ​ການ​ປົກ​ປັກ​ຮັກສາ​ລະບອບ​ໃໝ່ ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ກໍ່ຄື ພາລະກິດ​ປ່ຽນ​ແປງ​ໃໝ່ ແລະ​ ເພືອບັນລຸ​ຈຸດ​ໝາຍຍຸດ​ທະ​ສາດ​ຂອງ​ພັກ​ເຮົາ.
ສອງ: ການ​ພັດທະນາ​ຊັບພະຍາກອນ​ມະນຸດ ຕ້ອງ​ດຳ​ເນີນ​ໄປ​ຢ່າງ​ເນືອງນິດ​ລຽນຕິດ ​ເປັນ​ຂະ​ບວນວິວັດ​ຕໍ່​ເນືອງ, ດຳ​ເນີນ​ຢ່າງ​ມີ​ແຜ່ນ​ການ, ມີ​ໂຄງການ , ມີ​ຈຸດ​ສຸມ ​ແນ​ໃສ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ວຽກງານ​ສະ​ເພາະໜ້າ ​ແລະ ຍາວ​ນານ
ສາມ: ່ ການ​ພັດທະນາ​ຊັບພະຍາກອນ​ ແມ່ນ​ວຽກງານ​ອັນ​ຫຍຸ້ງຍາກ, ສັບສົນ​ ທີ່​ຕ້ອງ​ເຮັດ​ດ້ວຍ​ຄວາມ​ຕັ້ງ​ໃຈ​ພະຍາຍາມ ​ເດັດ​ດ່ຽວໜັກ​ແໜ້ນ ບົນ​ຈິດ​ໃຈ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັມ​ແຂງ​ດ້ວຍ​ຕົນ​ເອງ, ຮັບປະກັນ​ສິດທິ​ຜົນ​ ​ແລະ ຕ້ອງ​ດຳ​ເນີນ​ໄປ​ພ້ອມ​ກາຍ​ນພັດທະນາ​ເສດຖະກິດ - ສັງຄົມ.
ສີ່:  ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຕ້ອງ​ດຳ​ເນີນ​ໄປ​ຢ່າງ​ຮອດ​ດ້ານ: ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ​ປະຕິວັດ, ທັດສະນະຫຼັກໝັ້ນ ແລະ​ ຄວາມ​ຮູ້​ຕື່ມ​ຕົວ​ທາງ​ການ​ເມືອງ, ດ້ານ​ສະຕິ​ປັນຍາ, ຄວາມ​ຮູ້ ຄວາມ​ສາມາດ ​ແລະ ວິຊາ​ຊີບ ດ້ານວັດທະນະທຳ ​ແລະ ສຸ​ກຂະ​ພາບ.
ຫ້າ: ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ ​ແມ່ນ​ພາລະກິດ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປ່ວງ​ຊົນ. ດັ່ງ​ນັ້ນ: ​ອົງການ​ພັກອົງການ​ລັດ​ທຸກ​ຂັ້ນ, ທຸກຂະ​ແໜງການ, ບັນ​ດາ​ກຳລັງ​ປະກອບ​ອາວຸດ, ບັນດາ​ອົງການ​ຈັກ​ຕັ້ງ​ມະຫາຊົນ ແນວ​ໂຮມ, ຊາວໜຸ່ມ ,​ແມ່ຍິງ, ກຳມະບານ ແລະ ອົງການ​ຈັກ​ຕັ້ງ​ສັງຄົມ​ອື່ນໆ; ບັນດາ  ​ພາກສ່ວນ​ເສດຖະກິດ ( ພານ​ໃນ ແລະ ຕ່າງປະ​ເທດ ) ບ້ານ, ໜ່ວຍລວມໜູ່, ວັດ ​ແລະ ​ແຕ່​ ລະ​ຄອບຄົວ​  ຈິ່ງ​ຕ້ອງ​ມີໜ້າທີ່​ປະກອບ​ສ່ວນ​ປະຕິບັດ​ຄວາມ​ຮັບຜິດຊອບ.
ຫົກ: ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ ຕ້ອງ​ນຳ​ໃຊ້​ແຫຼ່ງທຶນ​ງົບ​ປະມານ​ຂອງ​ລັດ, ບັນດາ​ການ​ຈັກ​ຕັ້ງ​ສັງຄົມ, ບັນດາ​ພາກສ່ວນ​ເສດຖະກິດ, ຕະຫຼາດຮອດ​ທຶນ​ຮອມ​ປະ​ເພດ​ຕ່າງໆ ຈາກ​ພາຍ​ນອກ; ຕ້ອງ​ຮັບປະກັນ​ທາດ​ແທ້​ມະນຸ​ດສະ​ທຳ ​ແລະ ທາດ​ແທ້​ປະຊາຊົນ​ ຂອງ​ລະບອບ​ພວກ​ເຮົາ​ຄື: ຕ້ອງ​ສ້າງ​ເງືອນ​ໄຂ​ໃຫ້​ແກ່​  ຜູ້​ທຸກ​ຍາກ​ຂາດ​ເຂີ​ນ, ຜູ້​ທີ່ຢູ່​ຊົນະ​ບົດ, ພູ​ດ​ດອຍ ຫ່າງ​ໄກ​ສອກຫຼີກ ​ແລະ ພີ່ນ​້ອງ​ເຜົ່າ​ຕ່າງໆ​ໄດ້​ຮັບ​ກາ​ສຶກສາ, ບຳລຸງ​ຮັກສາ​ສຸກ​ກະພາບ ປິ້ນປົວ​ໃນ​ເວລາ​ເຈັບ​ເປັນ ແລະ​ໄດ້​ຮັບ​ການ​ພັດທະນາ​ທາງ​ດ້ານ​ຈິດ​ໃຈ.
2. ຈຸດໝາຍລວມ​ໃນ​ການ​ພັດທະນາ​ຊັບພະຍາ​ກອນ​ມະນຸ​ດ.
o  ສ້າງ​ຄົນ​ໃຫ້​ເປັນ​ຜົນລະ​ເມືອງ​ດີ ທີ່​ມີ​ນ້ຳ​ໃຈ​ຮັກ​ຊາດ ຮັກ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ ມີ​ລະບຽບວິ​ໄນແລະ​ເຄົາ​ລົມ​ກົດໝາຍ ຮູ້​ຮັບ​ເອົາ ​ແລະ​ຮູ້​ສົມ​ທົບ.
o    ສ້າງ​ຄົນ​ໃຫ້​ເປັນ​ຄົນທີ່​ມີ​ຄວາມ​ຮູ້​ ມີ​ວິຊາ​ຊີບ ​ແລະ ມີ​ຄວາມ​ສາມາດ ດຸ​ໝັ່ນປະດິດ​ສ້າງ ​ແລະ ຮູ້​ປະຢັດ
ມັດທະ​ຍັດ ມີ​ສຸຂະພາບ ພາລະ​ນາ​ໄມ​ສົມບູນ.
o    ສ້າງ​ຄົນ​ໃຫ້​ມີ​ຄວາມ​ສີວິ​ໄລ​ດ້ານ​ຈິດ​ໃຈ ຄື: ມີ​ນ້ຳ​ໃຈ​ມະນຸດສະທຳ ຍຸຕິ​ທຳ ມີ​ຄວາມ​ສາມັກ​ຄິ​ເອືອ​ເຟືອ​ຊ່ວຍ​ເຫຼືອ​ເພື່ອ​ແພ່​ແລະ​ມີ​ຄວາມ​ມັກ ຄວາມ​ນິຍົມ​ອັນ​ຖືກຕ້ອງ.
o    ສ້າງ ​ຄົນ​ໃຫ້​ມີ​ຄວາມ​ຕື່ນ​ຕົວ​ທາງ​ການ​ເມືອງ ​ເສີມ​ຂະຫຍາ​ຍນ້ຳ​ໃຈ​ຮັກ​ຊາດ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ​ໃນ​ລະບອບ​ໃໝ່,ມີ​ສະຕິ​ລະ​ຫວັງ​ຕົວ​ປະຕິວັດ, ມີ​ຄວມ​ເດັດດ່ຽວໜັກ​ແໜ້ນ, ສູ່​ຊົນ​ຜ່ານ​ຜ່າ​ຄວາມ​ຫ້ຍຸງ​ຍາກ​ໃນ​ການ​ປະຕິບັດ ສອງໜ​້າທີ່​ຍຸກ​ທະ​ສາດ​ແຫ່ງ​ການ​ຮັກສາ​ລະບອບ​ໃໝ່​ແລະ​ສ້າງສາ​ປະ​ເທດ​ຊາດ.
3.    ທິດ​ທາງ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ.
·            ທິດ​ທາງ​ວຽກງານ​ພະນັກ​ງານ: ບຳລຸງ​ສ້າງພະນັກງານ​ໂດຍ​ເລີມ​ຈາກ​ຄວາມ​ຮຽກຮ້ອງຕ​້ອງການ​ຕົວ​ຈິງຂອງໜ້າທີ່​ການ​ເມືອງ ​ແລະ ວິຊາ​ສະ​ເພາະ​ໃນ​ແຕ່ລະ​ໄລຍະ, ​ເຮ​ັດ​ໃຫ້ການ​ບຳລຸງ​ສ້າງ​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດ​ທິຜົນ, ​ເອົາ​ໃຈ​ໃສ່​ສ້າງ​ພະນັກງານ​ເຜົ່າ.ໃນຊຸມ​ປີຕໍ່ມາ​ຕ້ອງ​ສຸມ​ໃສ່​ການ​ຝຶກອົບຮົມ,
ຍົກ​ລະດັບ ​ແລະ ກໍ່ສ້າງ​ພະນັກງານ ທັງ 3 ປະ​ເພດ​ຄື: ພະນັກງານ​ນຳພາ, ພະນັກງານ ​ຄຸ້ມ​ຄອງ - ບໍລິຫານ ແລະ ພະນັກງານ​ວິຊາ​ການ​ໂດຍ​ເນັ້ນ 3 ດ້ານ​ຄື:
- ຄວາມ​ຮູ້​ວິຊາ​ສະ​ເພາະ​ລວມທັງ​ຄວາມ​ຮູ້​ດ້ານ​ພາສາ​ຕ່າງປະ​ເທດ.
- ຄວາມ​ສາມາດ​ໃນ​ການ​ຈັກ​ຕັ້ງ​ປະຕິ​ບັດ.
- ຄວາມ​ສາມາດ​ລະດັບ​ທາງ​ດ້ານ​ການ​ເມືອງ.
·            ທິດ​ທາງ​ວຽກງານ​ການ​ສຶກສາ: ພັດທະນາ​ການ​ສຶກສາ​ເພື່ອ​ທຸກ​ຄົນ ຖື​ອັນ​ນັ້ນ​ເປັນ​ນະ​ໂຍບາຍ​ແຫ່ງ​ຊາດ ສ້າງ​ເງືອນ​ໄຂ​ໃຫ້ ການ​ສຶກສາ​ໄດ້​ຮັບ​ການ​ພັດທະນາ​ໄປ​ກ່ອນ ແລະ ຮັບ​ໃຊ້​ ການ​ພັດທະນາ​  ເສດ​ຖະກິດ - ສັງຄົມ ຂອງ​ປະ​ເທດ ​ເຮັດ​​ໃຫ້ການ​ສຶກສາ​ກາຍ​ເປັນ​ພາລະ​ກິ​ດຂອງ​  ທົ່ວ​ປ່ວງ​ຊົນ - ສັງຄົມ     ຂະຫຍາຍ​ການ​ສຶກສາ​ໃຫ້​ໄປ​ເຖິງ​ຮາກ​ຖານ​ປະຊາຊົນ ​ຢູ່​ໃນ​ຊົນ​ນະ​ບົດ​ພູດ​ອຍ, ​ເຂດ​ເຜົ່າ​ຊົນ​ຫ່າງ​ໄກ   ສ້າງ​ທຸກ​ເງືອນ​ໄຂ​ເພືອ​ໃຫ້​ລູກຫຼານບັນດາ​ເຜົ່າ ​ແລະ ຜູ້ທຸກຍາກ​ຂາດ​ເຂີນ​ ໄດ້​ເຂົ້າ​ໂຮງຮຽນ ໂດຍ​ໃຊ້​ທຶນຮອນ​ຂອງ​ລັດ, ຂອງ​ປະຊາຊົນ ແລະ ພາກສ່ວນ​ເສດຖະກິດ​ຕ່າງໆ  ຍົກ​ລະດັບ​ຄຸນະພາ​ບຂອງ​ການ​ສຶກສາຂື້ນ​   ຢ່າງໜັກ​ແໜ້ນ, ສົມທົບ​ການ​ສຶກສາ​ໃນ​ໂຮງຮຽນ ກັບ​ ການ​ສຶກສາ​ໃນ​ຄອບຄົວ ສັງຄົມ​ໃຫ້​ກົມ​ກ່ຽວ ຖື​ເ ອົາ​ການ​ປັບປຸງ​ ຖັນ​ແຖວ​ຄູ - ອາຈານ ເປັນ​ບັນຫາ​ຮີບ​ດ່ວນ ໂດຍ​ເອົາ​ໃຈ​ໃສ່​ມາດຕະຖານ​ວິຊາ​ສະ​ເພາະ ​ແລະ ການ​ປະຕິ​ບັນ   ນະໂຍບາຍ ປັບປຸງ​ ແລະ ​ພັດທະນາ​ການ​ສຶກສາ​ ໃຫ້​ທຸກ​ລະບົບ​ຄື: ສາມັນ​ສຶກສາ, ອາ​ຊີວະ​ສຶກສາ, ການ​ສຶກສາ​ ຂອງ​ລັດ, ​ເອກະ​ຊົນ; ການ​ສຶກສາ​ໃນ​ລະບົບ ​ແລະ ນອກ​ລະບົບ ຫັນ​ເອົາ​ການ​ສຶກສາ​ໄປ​ຕາມ​ທິດ​ທາງ​ທັນ​ສະ​ໄໝ, ນຳ​ເອົາ​ຜົນສຳ​ເລັດ​ທາງ​ດ້ານ​ວິທະຍາສາດ-ເຕັກນິກ​ ​ແລະ​ ເຕັກ​ໂນ່​ໂລ່​ຊີ​ໃໝ່ ເຂົ້າ​ໃນ​ການ​ສຶກສາ​ເທື່ອ​ລະ​ກ້າວ
·            ການ​ສ້າງ​ກຳ​ລັງ​ແຮງ​ງານ: ສຳຫຼວດ​ເກັບ​ກຳ​ຂໍ້​ມູນ ຄວາມ​ຕ້ອງການ​ ກຳລັງ​ແຮງ​ງານ​   ທັງ​ໃນ​ພາກ​ສ່ວນ​ລັດ, ​ເອກະ​ຊົນ ແລະ ຕ່າງປະ​ເທດ ​ເປັນ​ຕົ້ນ​ແມ່ນ​  ຄວາມ​ຕ້ອງການສຳລັບ​ໂຄງການ​ລົງ​ທຶນ ຕາມ​ແຜ່ນ​ພັດທະນາ​ໃນ​ທົວປະ​ເທດ, ​ເກັບ​ກຳ​ການ​ສຳ​ຫຼວດ ສະຖິຕິ​ກຳລັງ​ແຮງ​ງານທີ່​ມີ​ຢູ່​ໃນ​ປະຈຸ​ບັນ ເພື່ອ​ກໍ່ສ້າງ ສະໜອງ​ຄວາມ​ຕ້ອງການ​ໃນ​ແຕ່ລະ​ໄລຍະ​ໃຫ້​ສອດຄ່ອງ ແລະ ທັນ​ການ; ສ້າງ​ສູນ​ຝຶກ​ອົບຮົມ​ວິຊາ​ຊີບ​  ເພື່ອ​ຍົກ​ລະດັບ​ສີມື​ແຮງ​ງານ​ທີ່​ມີ​ຢູ່​ໃຫ້​ຂະຫຍາຍຕົວ​ຂື້ນ; ສົ່ງ​ເສີມ​ໃຫ້​ພາກສ່ວນ​ເສດຖະກິດ​ເອກ​ກະ​ຊົນ ທັນ​ພາຍ​ໃນ​ແລະ ຕ່າງປະ​ເທດ​ ລົງ​ທືນໃນ​ການ​ກໍ່ສ້າງ​ແຮງ​ງານ ເປັນຕົ້ນ​ແມ່ນ ​ການ​ສ້າງ​ໂຮງຮຽນ​ວິຊາ​ຊີບ ​ເຕົ້າ​ໂຮມ​ຈັດຕັ້ງນຳພາ ແລະ ສຶກສາ​ອົບຮົມ​ກຳມະກອນ​ຊາວ​ຜູ້​ອອກ​ແຮງ​ງານ​ໃຫ້​ມີ​ສະຕິຊາດ, ສະຕິ​ຊົນ​ຊັ້ນ, ​ເຄົາລົບ  ລະບຽບວິ​ໃນ ແລະ ກົດໝາຍ​ ເພີ່ມ​ທະວີ​ການ​ປົກ​ປ້ອງ​ ຜົນ​ປະ​ໂຫຍ​ດຂອງ​ຕົນເອງ ​ໂດຍ​ຕິດ​ພັນ​ກັບ​ຜົນ​ປະ​ໂຫຍ​ດ ຂອງ​ລວມໝູ່  ແລະ ຂອງ​ປະ​ເທດ​ຊາດ​ ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​​ແຮງ​ງານ​ ໃຫ້​ທົ່ວ​ເຖິງ​ເປັນຕົ້ນ​ແມ​່ນ   ການ​ພົວພັນ​ດ້ານ​ແຮງ​ງານ, ຄວາມ​ປອດ​ໄພ ​ແລະ ສະພາບ​ແວດລ້ອມ​ໃນ​ການ​ອອກ​ແຮງ​ງານ, ດ້ານ​ຄ່າ​ຈ້າງ​ ແລະ ສະຫັວດດີກາ​ນ  ຕ່າ​ງໆ.
·            ດ້ານ​ວັດທະນະທຳ: ປົກ​ປັກ​ຮັກສາ​ວັດທະນາ​ທຳ​ອັນ​ດີງາມ​ຂອງ​ຊາດ, ກໍ່​ຄື​ມູນ​ເຊື້ອ​ ວັດທະນາ​ທຳ​​ ​ແລະ ປະ​ເພນີ​ອັນ​ເປັນ​ເອກ​ກະ​ລັກ​ຂອງ​ຊົນ​ເຜົ່າ​ຕ່າງໆ; ສືບຕໍ່​ສ້າງ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ ທີ່​ມີ​ລັກສະນະ​ຊາດ, ປະຊາ​ຊົນ​ ແລະ ກ້າວ​ໜ້າ, ສົມທົບ​ກັບ​ການ​ຮັບ​ເອົ​າ  ວັດທະນະ​ທຳ​ອັນ​ດີງາມ ກ້າວໜ້າ​ ຂອງ​ຊາດ​ຕ່າງໆ ຕ​ຳນິວິຈານ​ອັນ​ຍໍ້​ທໍ້ ​ແລະ ທ່າ​ອ່ຽງອັນ​ຜິດ​ເຂ ຮີດຄອງ​ ທີ່​ກົດ​ໜ່ວງ​ຄວາມ​ກ້າວໜ້າ​  ກຳຈັດ​ປັດ​ເປົ່າ​ຜົນ​ສະທ້ອນ​ບໍ່​ດີ ຂອງ​ວັດ​ທະນະ​ທຳ​ຈາກ​ພາຍ​ນອກ ທີ່ພວມ​ແຊກ​ເຂົ້າ​ທຳລາຍ ວັດທະນະທຳ​ ທະ​ນົບ​ ທຳນຽມ ​ແລະ ປະ​ເພນີ​ທີ່​ດີງາມ​ຂອງ​ຊາດ​ເຮົາ​  ຊຸກຍູ້​ເສີມ​ຂະຫຍາຍພອນ​ສະຫັວນ ແລະ​ ຄວາມ​ສາມາດ​ ຂອງ​ຄົນ​  ໃນ​ການ​ປະ​ດິດຄິດ​ແຕ່ງ​ກຳ​ຈັດ​ແກ້​ໄຂ​ສະພາວະບໍລິຫານ​ຄອບ​ງຳແລະ ສະກັດ​ກັ້ນ ທ່າ​ອ່ຽງທີ່​ຈະ​ຫັນ​ເອົາ​  ການ​ເຄື່ອນ​ໄຫວ​ ທາງ​ດ້ານ​ວັດທະນະທຳ ​ໄປ​ສູ່​ການ​ທຸລະ​ກິດ​ອ້ອຍຕ້ອຍ, ​ແລ່ນນຳ​ເງິນ​ໂດ​ຍບໍ່ ຄຳນຶງ​ເຖິງ​ ແນວ​ທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​.
·        ດ້ານ​ສາທາລະນະ​ສຸກ: ປັບປຸງ​ ແລະ ​ເສີມ​ຂະຫຍາຍດ້ານ​ສາທາລະນະ​ສຸກ ຕາມ​ທິດ​ຖື​ເອົາ ​ການ​ຮັກສາ​ສຸກ​ກະພາບ, ກັນ​ພະຍາ​ດ​ເປັນ​ຕົ້ນຕໍ່ ໂດຍ​ສະ​ເພາະ​ແມ່ນ​ພະຍາດ​ລະບາດ​ທີ່​ເປັນ​ທີ່​ອັນຕະລາຍ, ຖື​ເອົາ​ການ​ເປີດ​ກ້ວາງ​ຍົກ​ລະດັບ​ການ​ປິນປົວ​ເປັນ​ສຳຄັນ. ສ້າງ​ເງືອນ​ໄຂ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ, ຜູ້ທີ່​ຂາດ​ເຂີນ​  ມີ​ລາຍ​ໃດໜ້ອຍ ​ໄດ້​ຮັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ດ້ວຍ​ການ​ຂະຫຍາຍ​ຕາໜ່າງ ດ້ານ​  ສາທາລະນະ​ສຸກ​ ໄປ​ສູ​ພື້ນຖານ​ປະຊາຊົນ ເປັນ​ຕົ້ນ​ແມ່ນ​ເຂດ​ຊົນນະບົດ ພູດ​ອຍຫ່າງ​ໄກ​ສອກຫຼີກ, ວາງ​ນະ​ໂຍບາຍ​   ການ​ບໍລິການ  ​ດ້ານ​ສາທາລະນະ​ສຸກ​ຢ່າງ​ຈະ​ແຈ້ງ, ສົງ​ເສີມ​ໃຫ້​ມີ​ການ​ປະກອບສ່ວນ​ຕ່າງໆ​   ເຂົ້າ​ໃນ​ການ​ຈັກ​ຕັ້ງ​ບໍລິການ ດ້ານ​ສຸຂະພາບ, ກັນ​ພະຍາ​ດ ​ແລະ ການ​ຮັກສ​າພະຍາບານ ໂດຍ​ມີ​ ຂໍ້​ກຳນົດ​  ກົດ​ລະບຽບ​ ໃນ​ການ​ຄຸ້ມ​ຄອງ​ອຳນວຍ ຄວມຄຸມ​ທີ່​ຮັດກຸມ.
·            ດ້ານ​ວຽກງານ​ອົງການ​ຈັກ​ຕັ້ງ​ມະຫາຊົນ: ປັບປຸງ​ກົງຈັກ​ການ​ຈັກ​ຕັ້ງ ອົງການ​ຈັກ​ຕັ້ງ​ມະຫາຊົນ ຂັ້ນ​ຕ່າງໆ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ທາງ​ດ້ານ​ການ​ເມືອງ, ​ແນວທາງ ​ແລະ ການຈັດ​ຕັ້ງ ​ເພື່ອ​ສາມາດ​ເປັນ​  ຜູ້​ເຕົ່າ​ໂຮມ, ຈັດ​ຕັ້ງ​ນຳພາ​ສະມາຊິກ ​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃຫ້​ເດີນ​ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ ກໍ່ຄື​ ການ​ປົກ​ປັກ​ຮັກສາ​ ​ແລະ​ສ້າງສາ​ປະ​ເທດ​ຊາດ; ບຳລຸງ​ສ້າງ​ ພະນັກງານໜຸ່ມນ້ອຍ​ທີ່​ມີ​ຄວາມ​ສາມາດ ​ແລະ ຜ່ານ​ຂະ​ບວນການວຽກງານ​ຕົວ​ຈິ່ງ​ ດ້ວຍ​ການ​ມອບ​ວຽກ ​ແລະ ​ແຕ່ງ​ຕັ້ງ​ເຂົ້າ​ຮັບຜິດຊອບໜ້າທີ່​ ການ​ເມືອງ​ ທີ່​ສົມ​  ກັບ​ຄວາມ​ຮູ້​ຄວາມ​ສາ​ມາດ ​ແລະ ຄຸນສົມບັດ​ຂອງ​ເຂົາ​ເຈົ້າ; ອົງການ​ລັດ​ຕ່າງໆ ຕ້ອງ​ອຳນວຍ​ເງືອນ​ໄຂ​ໃຫ້​ອົງການ​ຈັດ​ຕ້ງມະຫາຊົນ​ໄດ້​ເຄືອ​ນ​ໄຫວ​ສ້າງເສດ​ທະ​ກິດ, ດຳ​ເນີນ​ທຸລະ​ກິດ ສ້າງ​ລາຍ​ຮັບ​ຕາມ​ລະບຽບ ກົດໝາຍຂອງ​ລັດ.
  ທັງໝົດທີ່​ກ້າວ​ມາ​ນັ້ນ​ແມ່ນ​  ທິດ​ທາງ​ລວມ ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ ວຽກງານ​ຕ່າງໆ  ທີ່​ພົວພັນ​ ກັບ ​ວຽກງານ​ເສີມ​ຂະຫຍາຍ​ບົດບາດ​ປັດ​ໄຈ​ຄົນ​ໃນ​ເງືອນ​ໄຂ​ໃໝ່.
                                               

ຄຳ​ຖາມ​ຄົ້ນ​ຄ້ວາ
1.            ຈົ່ງ​ໄຈ​ແຍກ​ຄວາມໝາຍທີ່​ວ່າ: ຄົນ​ແມ່ນ​ອັນ​ຕະພາບ​ຂອງ​ສັງຄົມ ສະ​ແດງ​ອອກ​ຄື​ແນວ​ໃດ?
2.            ບັນດາ​ທິດ​ທາງ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ປັດ​ໄຈ​ຄົນ ສະ​ແດງ​ອອກ​ຄື​ແນວ​ໃດ?
3.            ທັດສະນະ, ຈຸດໝາຍ​ແລະ ທິດ​ທາງ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ປັດ​ໄຈ​ຄົນ​ແມ່ນ​ແນວ​ໃດ?

ไม่มีความคิดเห็น:

แสดงความคิดเห็น