ບົດທີ 6
ລະບອບປະຊາທິປະໄຕປະຊາຊົນ
ຫາກເບິ່ງດ້ານຄວາມຮູ້ ກໍ່ຄືຜົນສຳເລັດໃນຕົວຈິງຂອງສັງຄົມມະນຸດ
ແລ້ວຈະເຫັນໄດ້ວ່າ: ປະຊາທິປະໄຕແມ່ນ ໜຶ່ງໃນບັນດາຄຸນຄ່າລວມ ແລະ
ຜົນງານລວມຂອງມວນມະນຸດ, ແຕ່ຄວາມຮັບຮູ້ ແລະ ຜົນງານ ກ່ຽວກັບປະຊາທິປະໄຕນັ້ນ
ເລີມປະກົດຂື້ນນັບແຕ່ສັງຄົມມະນຸດໄດ້ເກີດມີຊົນຊັ້ນ ແລະ ມີລັດ.
ດ້ວຍເຫດນັ້ນ ໃນພາກປະຕິບັດຕົວຈິງ ຜົນງານ
ກ່ຽວກັບປະຊາທິປະໄຕ ສະແດງອອກຢ່າງລະອຽດ ແລະເດັ່ນຊັດທີ່ສຸດ ໂດຍຜ່ານແຕ່ລະບອບສັງຄົມທີ່ມີທາດແທ້ແຕກຕ່າງກັນ. ສະນັ້ນ ເລີມຕັ້ງແຕ່ຫົວທີໂລດ
ບັນຫາປະຊາທິປະໄຕ ຈິ່ງມີລັກສະນະຊົນຊັ້ນທີ່ເດັ່ນຊັດ,ເຊິງກ່ອນອື່ນໝົດ ເປັນມາດຕະເກນການເມືອງ
ຕິດພັນກັບຂະບວນວິວັດແຫ່ງການສືບທອດຂະຫຍາຍຕົວລະຫວ່າງບັນດາລະບອບເຫຼົ່ານັ້ນ. ມາຮອດປະຈຸບັນນີ້ພວກເຮົາ
ຈື່ງເຂົ້າໃຈຢ່າງຖືກຕ້ອງ ແລະ ຊັດເຈນວ່າ
ການກຳນົດລະບອບການເມືອງໜຶ່ງໄດ້ກ່ຽວພັນໂດຍກົງກັບ ປະຊາທິປະໄຕ.
I.
ຄວາມສຳນຶກກຽວກັບປະຊາທິປະໄຕ.
ແມ່ນຄວາມເປັນຈິງແຫ່ງປະຫວັດສາດ ຂອງມະນຸດ ທີ່ໄດ້ສ້າງປະຊາທິປະໄຕ ທີ່ມີຮູບແບບແຕກຕ່າງກັນແລະ
ສືບທອດກັນມາຄື: ລະບອບປະຊາທິປະໄຕ ສະໄໝຂ້າທາດ, ລະບອບປະຊາທິປະໄຕ ສະໄໝທຶນນິຍົມ
ແລະ ລະບອບປະຊາທິປະໄຕປະຊາຊົນ, ປະຊາທິປະໄຕສັງຄົມນິຍົມ. ແຕ່ລະບອບປະຊາທິປະໄຕ ແມ່ນແຕກຕ່າງກັນ
ມະນຸດໄດ້ສ້າງໃຫ້ມີບັນດາຄຸນຄ່າລວມ, ຜົນງານລວມ
ທັງໃນຄວາມຮັບຮູ້ ກໍ່ຄືໝາກຜົນທີ່ກ້າວໜ້າໃນພາກປະຕິບັດຕົວຈິງ ກ່ຽວກັບ
ປະຊາທິປະໄຕ ເຖິງຈະມີຄວາມແຕກຕ່າງກັນກໍຕາມ, ແຕ່ອາດຈະສັງເຂບ ຜົນງານລວມຈຳນວນໜຶ່ງ ກ່ຽວກັບ
ປະຊາທິປະໄຕດັ່ງນີ້:
ໜຶ່ງ: ມວນມະນຸດໄດ້ມີຄວາມຮັບຮູ້ກ່ຽວກັບປະຊາທິປະໄຕ ແຕ່ສະໄໝ ເກຼັກບູຮານ
ພາຍໃຕ້ລະບອບກຳມະສິດ
ຂ້າທາດ. ຕາມຄວາມໝາຍເດີມຄວາມສຳນຶກ !!ປະຊາທິປະໄຕ!! ນັ້ນແມ່ນອຳນາດຂອງປະຊາຊົນ.ຄວາມສຳນຶກອຳນາດ
ໄດ້ສ່ອງແສງເຖິງ ຄວາມເປັນກຳລັງຕັດສິນຊີ້ຂາດ ການຄົງຕົວ, ຂະຫຍາຍຕົວຂອງສັງຄົມ
ນັບທັງຄົງຕົວຂອງລັດໜຶ່ງໆ ທີ່ສົມຄູ່ກັບລະບອບທີ່ແນ່ນອນໃດໜຶ່ງ.
ສອງ: ປະຊາທິປະໄຕ
ຍາມໃດກໍສະແດງອອກ
ໃນຮູບແບບລະບອບສັງຄົມໜຶ່ງ, ຮູບການລັດໜຶ່ງ
ຢ່າງເປັນຮູບ
ປະທຳ: ລັດເຈົ້າທາດ, ລັດນາຍທຶນ, ລັດປະຊາທິປະໄຕ ປະຊາຊົນ ແລະ ລັດສັງຄົມນິຍົມ ເຊິງຊີ້ໃຫ້ເຫັນເຖິງ ລະບອບປະຊາທິປະໄຕ ທີ່ມີລະດັບ ສູງ, ຕ່ຳ ແຕກຕ່າງກັນ ທີ່ສະແດງເຖິງທາດແທ້ ຂອງ
ລະບອບສັງຄົມນັ້ນ.
ສາມ: ປະຊາທິປະໄຕ ຈະປະກົດຕົວຂື້ນ ກໍ່ຕໍ່ເມື່ອ ມີຊົນຊັ້ນ,ມີລັດເທົ່ານັ້ນ, ທາດແທ້ຂອງລະບອບສັງຄົມສະແດງ
ອອກກ່ອນໝູ່ໝົດແມ່ນຢູ່ທາດແທ້ຂອງຊົນຊັ້ນປົກຄອງ, ຍ້ອນວ່າ ຊົນຊັ້ນນັ້ນ
ເປັນຜູ້ຕ່າງໜ້າລວມໃຫ້ແກ່ສັງຄົມ ໃນໄລຍະ
ປະຫວັດສາດທີ່ແນ່ນອນ.
ສີ່: ປະຊາທິປະໄຕຍັງເປັນມາດຕະເກນປະຫວັດສາດເຊິງຕ້ອງເຂົ້າໃຈສອງຄວາມໝາຍດັ່ງນີ້:
· ປະຊາທິປະໄຕ ປະກົດຕົວຂື້ນ ເມື່ອສັງຄົມມີຊົນຊັ້ນ, ມີລັດ ແລະ
ມັນຈະໝົດຄວາມໝາຍໄປໃນເມື່ອບໍ່ມີຊົນຊັ້ນ
ແລະບໍ່ມີລັດ.
· ບັນດາລະບອບປະຊາທິປະໄຕ ລ້ວນແຕ່ມີການກຳເນີດ, ກໍ່ຕົວ,
ຂະຫຍາຍຕົວແຕ່ລະດັບຕ່ຳ ຂື້ນ ສູ່ລະດັບສູງ
ຈາກບໍທັນສົມບູນ ເຖິງບໍລິບູນ ໂດຍຕິດແໜ້ນ ກັບບັນດາເງື່ອນໄຂ ປະຫວັດສາດຕົວຈິງ. ບໍ່ມີປະຊາທິປະໄຕໃດ
ເມື່ອກຳເນີດເກີດຂື້ນມາແລ້ວ ຈະຄົບຖ້ວນ ແລະ
ສົມບູນແບບໂລດ,
ລະບອບປະຊາທິປະໄຕ ທີ່ເກີດມາຕາມຫຼັງ ຕາມທຳມະດາແລ້ວ ແມ່ນ ມີລະດັບປະຊາທິປະໄຕສູງ ກວ່າທຽບກັບລະບອບປະຊາທິປະໄຕທີ່ເກີດຂື້ນຕາມຫຼັງ.
ຫ້າ: ແມ່ນຮັບຮູ້ສິດ ເສລີພາບ, ສະເໝີພາບ ໃນການປະຕິບັດຕົວຈິງ ຂອງພົນລະເມືອງທຸກຄົນ ຕໍ່ໜ້າກົດໝາຍ,
ເບີງລວມແລ້ວ ເນື້ອໃນປະຊາທິປະໄຕ ຍັງສະແດງອອກໃນການພົວພັນ ລະຫວ່າງ ຄົນສ່ວນສ່ວນໜ້ອຍກັບຄົນ
ສ່ວນຫຼາຍ ເຊີງຕາມຫຼັກການແລ້ວ !! ສ່ວນໜ້ອຍປະຕິບັດຕາມສ່ວນຫຼາຍ !!
II. ລະບອບປະຊາທິປະໄຕປະຊາຊົນ.
ຄວາມສຳນຶກ !! ລະບອບປະຊາທິປະໄຕປະຊາຊົນ !! ໄດ້ປະກົດຕົວຂື້ນໃນໄລຍະທີ່ບັນດາ ປະເທດສັງຄົມນິຍົມ
ໄດ້ມີການປ່ຽນແປງ ໃນກາງຊຸມ ປີ80 ຂອງສັດຕະວັດທີ XX ໂດຍສະເພາະໄດ້ຊີ້ໃຫ້ເຫັນສະພາວະຄວາມເປັນຈິງຂອງ
ປະເທດດ້ອຍພັດທະນາກ້າວຂື້ນສັງຄົມນິຍົມ.
ພາຍຫຼັງການປະຕິວັດປະຊາທິປະໄຕ ສຳເລັດຜົນ ບັນດາປະເທດຕ່າງໆລ້ວນແຕ່ຕັ້ງເປົ້າໝາຍ ກ້າວຂື້ນສັງຄົມນິຍົມ
ໂດຍກົງ
ໂດຍບໍ່ຜ່ານການຂະຫຍາຍຕົວຂອງທຶນນິຍົມ. ຈີນຕະນາການດັ່ງກ່າວ ຍັງບໍ່ທັນຄຳນຶ່ງ ຢ່າງລະອຽດເຖິງສະພາບ
ຄວາມເປັນຈິງຂອງປະເທດ
ທີ່ມີຄວາມສັບສົນ, ຫຍຸ້ງຍາກ, ແລະ ອຸປະສັກນາໆປະການ
ມີແນວຄິດຮ້ອນຮົນ, ຟ້າວຟັ່ງ
ເຮັດຕາມຕົວແບບຂອງບັນດາປະເທດສັງຄົມນິຍົມ ກ່ອນນີ້
ໃນການກໍ່ສ້າງ ສັງຄົມນິຍົມ ຢ່າງກ້ວາງຂວາງ ແລະ ຮອບດ້ານ.
ສະນັ້ນ, ຈີນຕະນາການໃໝ່ ຂອງການກ້າວຂື້ນສັງຄົມນິຍົມຄື ການສ້າງລະບອບ ປະຊາທິປະໄຕປະຊາຊົນໄດ້ຖືກ
ກຳນົດອອກໃນກອງປະຊຸມສູນກາງຄັ້ງທີ 7 ສະໄໝທີ IV ເຊິງພັກເຮົາໄດ້ຢັ້ງຢືນວ່າ:
!! ການປະຕິວັດຂອງ ປະເທດເຮົາໃນ
ໄລຍະໃໝ່ ແມ່ນ
ໄລຍະແຫ່ງການປັບປຸງ, ຂະຫຍາຍ ແລະ ບູລະນະ ລະບອບ
ປະຊາທິປະໄຕປະຊາຊົນ ຂ້າມຜ່ານ
ຂື້ນສູ່ສັງຄົມນິຍົມເທື່ອລະກ້າວ !! ຈາກນັ້ນ ຈິ່ງສືບຕໍ່ຢືນຢັນ
ເນື້ອໃນຈິດໃຈດັ່ງກ່າວໃນກອງປະຊຸມໃຫຍ່ຄັ້ງທີ່ V – VII
ຂອງພັກ
ປະຊາຊົນປະຕິວັດລາວ ວ່າ: ການປະຕິວັດຂອງປະເທດເຮົາ ແມ່ນ ສືບຕໍ່ກໍ່ສ້າງ ແລະ
ຂະຫຍາຍລະບອບປະຊາທິ
ປະໄຕປະຊາຊົນ, ກໍ່ສ້າງປະຖົມປັດໃຈ ເພື່ອກ້າວຂື້ນສູ່ສັງຄົມນິຍົມເທື່ອລະກ້າວ.
1. ຄວາມຈຳເປັນພາວະວິໄສໃນການກຳນົດໄລຍະຂອງການປະຕິວັດເຮົາໃນປະຈຸບັນ.
ພາຍຫຼັງການປະຕິວັດຊາດ ປະຊາທິປະໄຕສຳເລັດແລ້ວ ພວກເຮົາກ້າວເຂົ້າສູ່ການສ້າງສາພັດທະນາປະເທດຊາດ ໃນໄລຍະ
ຜ່ານມາເຖິງວ່າພວກເຮົາໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາປະເທດຊາດແລ້ວກໍ່ຕາມ.
ແຕ່ເບີງລວມແລ້ວ ການເສີມຂະຫຍາຍປະຊາທິປະໄຕ ໃນຊີວິດສັງຄົມບໍ່ທັນກ້ວາງຂວາງ ເລິກເຊິງ. ສະນັ້ນ, ຈື່ງມີຄວາມຮຽກຮ້ອງໃຫ້ສືບຕໍ່ເຮັດ, ເປັນຕົ້ນແມ່ນການເສີມຂະຫຍາຍປະຊາທິປະໄຕໃນຂົງເຂດເສດຖະກິດ, ວັດທະນາທຳ -
ສັງຄົມ ແລະ ການເມືອງ ເພື່ອແນ່ໃສ່ຂະຫຍາຍກຳລັງການຜະລິດ, ສ້າງປະຖົມປັດໃຈ ເພື່ອນຳເອົາປະເທດຊາດກ້າວຂື້ນສູ່ ຄວາມຮັ່ງມີ, ເຂັ້ມແຂງ,
ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ
ໄດ້ຮັບການປົວແປງນັບມື້ນັບດີຂື້ນເທື່ອລະກ້າວ. ການປ່ຽນແປງໃໝ່ຂອງພັກເຮົານັ້ນ ໄດ້ເປັນການກຳນົດທິດ ແຫ່ງການຂະຫຍາຍຕົວ ຂອງປະເທດເຮົາແລະ ຈະດຳເນີນໄປຕາມ 6 ຫຼັກການ ແລະ 5 ບົດຮຽນດັ່ງນີ້:
6 ຫຼັກການການປ່ຽນແປງໃໝ່ຢູ່ລາວຄື:
ຫຼັກການທີໜຶ່ງ:ຢຶດໝັ້ຈຸດໝາຍສັງຄົມນິຍົມ, ກຳແໜ້ນລັກສະນະ ຂອງການປະຕິວັດ
ຢູ່ປະເທດເຮົາໃນໄລຍະໃໝ່.
ຫຼັກການທີ ສອງ:ຖືເອົາ ລັດທິມາກ - ເລນິນ ເປັນພື້ນຖານແນວຄິດຂອງພັກຊີ້ນຳທຸກພາລະກິດປະຕິວັດຢູ່ປະເທດເຮົາ.
ຫຼັກການທີ ສາມ: ການນຳພາຂອງພັກ ເປັນເງື່ອໄຂຕັດສິນໄຊຊະນະຂອງພາລະກິດປະຕິວັດຢິ໘ປະເທດເຮົາ.
ຫຼັກການທີ ສີ່: ເຊີດຊູ ແລະ ເສີມຂະຫຍາຍປະຊາທິປະໄຕ
ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ເອົາປະຊາຊົນ
ເປັນກົກ ພາຍໃຕ້ການນຳພາຂອງພັກ.
ຫຼັກການທີ ຫ້າ: ເພີມທະວີກຳລັງແຮງ ແລະ ຄວາມສັກສິດຂອງຜະເດັດການປະຊາທິປະໄຕປະຊາຊົນ.
ຫຼັກການທີ ຫົກ: ສົມທົບລະຫວ່າງ ລັດທິຮັກຊາດ ກັບ ລັດທິສາກົນກຳມະຊີບ ແລະ ສາກົນນິຍົມ
ສົມທົບກຳລັງແຮງຂອງ
ຊາດກັບກຳລັງແຮງຍຸກສະໄໝ.
5 ບົດຮຽນການປ່ຽນແປງໃໝ່ຢູ່ປະເທດເຮົາຄື:
ບົດຮຽນທີ່ໜຶ່ງ:ການເພີມທະວີຄວາມສາມັກຄີເປັນເອກະພາບທົ່ວພັກ,ທົ່ວປວງຊົນຕິດແໜ້ນກັບການເຊີດຊູນ້ຳໃຈຮັກຊາດ,
ເສີມຂະຫຍາຍຈິດໃຈເອກກະລາດເປັນເຈົ້າຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົເອງແມ່ນປັດໃຈຕັດສິນຜົນສຳເລັດຂອງການ
ປ່ຽນແປງໃໝ່.
ບົດຮຽນທີ່ ສອງ: ອີງໃສ່ປະຊາຊົນ, ເສີມຂະຫຍາຍກຳລັງແຮງອັນມະຫາສານຂອງປະຊາຊົນແລະເຮັດທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດຂອງປະຊາຊົນ.
ບົດຮຽນທີ ສາມ: ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ
ຄວາມເປັນລະບຽບຮຽບຮ້ອຍ
ໃນສັງຄົມ
ແມ່ນເງື່ອນໄຂອັນຈຳເປັສຳລັບການປ່ຽນແປງໃໝ່.
ບົດຮຽນທີ ສີ່: ເພີມທະວີບົດບາດການນຳພາຂອງພັກ, ໃນທຸກຂົງເຂດວຽກງານ ແລະ
ເຊີດຊູຄວາມສັກສິດແຫ່ງການ
ຄຸ້ມຄອງລັດ ແມ່ນ
ເງື່ອນໄຂຮັບປະກັນໃຫ້ແກ່ການປ່ຽນແປງໃໝ່ ດຳເນີນໄປຢ່າງຖືກຕ້ອງ ຕາມແນວທາງແລະ ຈຸດໝາຍຂອງພັກ.
ບົດຮຽນທີ່ ຫ້າ: ເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ສົມທົບກຳລັງແຮງຂອງຍຸກສະໄໝ ຍາດແຍ່ງເອົາການສະໜັບສະໜູນ ແລະ
ຊ່ວຍເຫຼືອຈາກສາກົນຢ່າງມີຫຼັກການ ແມ່ນສິ່ງທີ່ຂາດບໍ່ໄດ ້ ສຳລັບການ
ສ້າງສາ
ປະເທດຊາດ.
2. ຈຸດໝາຍ, ທາດແທ້ ແລະ ເນື້ອໃນ ຂອງລະບອບປະຊາທິປະໄຕ ປະຊາຊົນເຮົາ.
2.1. ຈຸດໝາຍຂອງລະບອບປະຊາທິປະໄຕ ປະຊາຊົນເຮົາ.
ລະບອບປະຊາທິປະໄຕປະຊາຊົນ ທີ່ພວກເຮົາພວມສ້າງຢູ່ນີ້
ບໍ່ພຽງແຕ່ເໝາະສົມກັບສະພາບແວດ
ລ້ອມຕົວຈິງຂອງປະເທດເຮົາເທົ່ານັ້ນ, ຫາກຍັງສອດຄ່ອງກັບຫຼັກມູນພື້ນຖານ
ຂອງທິດສະດີ
ມາກ - ເລນິນ.
ສະນັ້ນ, ການກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ແມ່ນຂັ້ນຕອນບາດກ້າວເບື້ອງຕົ້ນ
ແຫ່ງການຂ້າມຜ່ານ
ກ້າວໄປສູ່ຈຸດໝາຍສັງຄົມນິຍົມ ແລະ ພັກເຮົາ
ກໍ່ໄດ້ຢັ້ງຢືນຢ່າງເດັດຂາດວ່າ: ອຸດົມຄະຕິ ແລະ ຈຸດໝາຍ ຂອງ
ພວກເຮົາແມ່ນສັງຄົມນິຍົມ.
ສັງຄົມນິຍົມທີ່ພວກເຮົາຈະກ້າວໄປເຖິງນັ້ນ ໄດ້ຖືກສະເໜີອອກໃນກອງປະຊຸມສູນກາງຄັ້ງທີ 9 ສະໄໝ
ທີ V ເຊິງມີ 7 ຄຸນລັກສະນະສັງຄົມນິຍົມດັ່ງນີ້:
ໜຶ່ງ: ປະຊາຊົນມີສິດເປັນເຈົ້າຢ່າງເຕັມສ່ວນ,ມີຄວາມສາມັກຄີເປັນເອກະພາບ ແລະ
ມີຄວາມຕືນຕົວ
ທາງດ້ານການເມືອງສູງ.
ສອງ: ລະບົບການເມືອງ ເຊິງມີພັກເປັນແກນນຳ ໄດ້ມີການປັບປຸງ ແລະ ພັດທະນາເປັນຢ່າງດີ,ຮັບປະ
ກັນສິດ ແລະ
ຜົນປະໂຫຍດອັນສອບທຳຂອງພົນລະເມືອງ ກໍ່ຄືສະມາຊິກສັງຄົມທັງໝົດ.
ສາມ: ເສດຖະກິດໄດ້ຮັບການພັດທະນາໃນລະດັບສູງ ທັນສະໄໝ ແລະ ຂະຫຍາຍຕົວຢ່າງບໍ່ຢຸກຢັ້ງ
ຍ້ອນມີກຳລັງການຜະລິດທີ່ກ້າວໜ້າ
ສີ່: ສັງຄົມມີຄວາມຢຸດຕິທຳ ແລະ .ສີວິໄລ, ສະມາຊິກສັງຄົມໄດ້ຮັບການປົດປ່ອຍ ຈາກການຂູດຮີດ,
ຈາກການເອົາລັດເອົາປຽບ ແລະ
ຄວາມບໍ່ຢຸດຕິທຳໃນດ້ານຕ່າງໆ.
ຫ້າ: ຂະນົບທຳນຽມ ປະເພນີ ແລະ ວັດທະນາທຳແຫ່ງຊາດ ກໍ່ຄື ຂອງແຕ່ລະເຜົ່າ
ໄດ້ຮັບການອານຸລັກ
ຮັກສາ ແລະ ເສີມຂະຫຍາຍໃຫ້ກ້າວໜ້າ ມີສີສັນ
ເອກະລັກຂອງຊາດ.
ຫົກ: ຊົນເຜົ່າຕ່າງໆມີຄວາມສະເໝີພາບ, ມີຄວາມສາມັກຄີ ປອງດອງ ແລະ ເອື້ອເຟື້ອຍຊ່ວຍເຫຼືອເຊິງ
ກັນແລະກັນ ພ້ອມກັນກ້າວໜ້າ, ດຳລົງຊີວິດດ້ວຍຄວາມສັນຕິສຸກໃນວົງຄະນະຍາດແຫ່ງຊາດ.
ເຈັດ: ມີສາຍພົວພັນມິດຕະພາບ ແລະ
ການຮ່ວມມືອັນກ້ວາງຂວາງກັບນາໆຊາດບົນຫຼັກການສະເໝີ
ພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
2.2 ທາດແທ້ລະບອບປະຊາທິປະໄຕປະຊາຊົນເຮົາ.
ທິດສະດີ ມາກ - ເລນິນ ໄດ້ຊີ້ໃຫ້ເຫັນວ່າ:
ບັນຫາອຳນາດການປົກຄອງ ເປັນພື້ນຖານຂອງທຸກການປະຕິວັດສັງຄົມ,
ຈຸດໝາຍພື້ນຖານຂອງການປະຕິວັດກຳມະຊີບແມ່ນ
ປ່ຽນແທນອຳນາດການປົກຄອງເກົ່າ ດ້ວຍອຳນາດການປົກຄອງໃໝ່
ຂອງຊົນຊັ້ນກຳມະກອນ.
ທາດແທ້ປະຊາທິປະໄຕໝາຍເຖິງ
ການລົບລ້າງບັນດາຮ່ອງຮອຍ ຫຼ້າຫຼັງຝືນປະຕິວັດ ຂອງລະບອບລ່າເມືອງຂື້ນ ເກົ່າ
-ໃໝ່ ແລະສັກດີນາທີ່ຫຼົງເຫຼືອໄວ້ໃຫ້ສີ້ນເຊີງ, ປະຕິບັດສິດປະຊາທິປະໄຕເປັນເຈົ້າ ປະເທດຊາດຂອງປະຊາຊົນ ບັນດາເຜົ່າ
ໃຫ້ນັບມື້ສູງຂື້ນ
ໃນທຸກຂົງເຂດຊີວິດສັງຄົມ. ໃນນັ້ນກ່ອນອື່ນໝົດ ແມ່ນເລັ່ງໃສ່ ປົດປ່ອຍຄົນອອກຈາກການພົວພັນ ສັງຄົມຫຼ້າຫຼັງ
ທີ່ຍັງຕິດພັນກັບ ແບບແຜນການດຳລົງຊີວິດຂອງກຸ່ມຄົນ, ຊົນຊັ້ນຊັ້ນຄົນໃນສັງຄົມ, ເອົາໃຈໃສ່ໃນ ການພັດ
ທະນາຊັບພະຍາກອນມະນຸດ
ເພື່ອຂະຫຍາຍ
ກຳລັງການຜະລິດ
ໃຫ້ນັບມື້ນັບສູງຂື້ນ.ການປະຕິບັດເນື້ອໃນປະຊາທິປະໄຕ
ປະຊາຊົນ
ຍາມໃດກໍ່ຕິດພັນກັບການຊີ້ນຳ ນຳພາຂອງພັກ,ຢູ່ໃນຂອບເຂດລະບຽບກົດໝາຍຂອງລັດທີ່ກຳນົດອອກ ແລະ
ປະຊາທິປະໄຕຂອງຄົນສ່ວນໜ້ອຍຂື້ນກັບປະຊາທິປະໄຕຂອງຄົນສ່ວນໃຫຍ່ໃນສັງຄົມ.
ທາດແທ້ຂອງປະຊາຊົນ
ສະແດງເຖິງການເຂົ້າຮ່ວມຂອງປະຊາຊົນບັນດາເຜົ່າ ໃນພາລະກິດປະຕິວັດໃນໄລຍະໃໝ່. ການເຂົ້າຮ່ວມຂອງປະຊາຊົນ, ຊົນຊັ້ນ ແລະ ຊັ້ນຄົນ ໃນສັງຄົມ ເພື່ອສ້າງໃຫ້ມີ ພັນທະພາບ ກຳມະກອນ, ຊາວກະສິກອນ, ແລະ ປັນຍາຊົນ ປະຕິວັດເປັນພື້ນຖານ ພາຍໃຕ້ການນຳພາຂອງພັກນັ້ນ ຈະຮັບປະກັນໃຫ້ແກ່ການ
ປະຕິບັດ
ຈຸດໝາຍສັງຄົມນິຍົມ ສຳເລັດຢູ່ປະເທດເຮົາ.
ທາດແທ້ປະຊາຊົນສະແດງອອກ: ທຸກການຕົກລົງກ່ຽວກັບແນວທາງ, ນະໂຍບາຍຂອງພັກຕ່າງໆ,ລະບຽບກົດໝາຍ
ຂອງລັດ
ລ້ວນແຕ່ສ່ອງແສງເຖິງເຈດຈຳນົງ,ຄວາມມຸ້ງມາດປາດຖະໜາຂອງປະຊາຊົນ ແລະ
ແນ່ໃສ່ຮັບໃຊ້ສິດຜົນປະໂຫຍດ
ຂອງປະຊາຊົນບັນດາເຜົ່າ.
2.3 ເນື້ອໃນພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນເຮົາ ສະແດງອອກໃນຂະບວນວິວັດການ
ຂະຫຍາຍຕົວແຕ່ລະດ້ານດັ່ງນີ້:
ກ. ດ້ານການເມືອງ.
ເພີມທະວີບົດບາດການນຳພາຂອງພັກໃນທຸກຂົງເຂດຊີວິດສັງຄົມ
ເປັນປັດໃຈພື້ນຖານ ແລະ ຕັດສິນຜົນສຳເລັດຂອງ
ການປ່ຽນແປງໃໝ່
ຢ່າງຮອບດ້ານແລະມີຫຼັກການຂອງພັກເຮົາ. ຢາກເຮັດໄດ້ແນວນັ້ນມັນຮຽກຮ້ອງໃຫພວກເຮົາ
ຕ້ອງເອົາໃຈໃສ່ສ້າງພັກຢ່າງຮອບດ້ານ: ການເມືອງ,ແນວຄິດ,ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ອັນພົ້ນແມ່ນເດັ່ນການປັບປຸງ,ບູລະນະລະບົບການຈັດຕັ້ງແລະແບບແຜນວິທີນຳພາຂອງພັກຂັ້ນຕ່າງໆ,ປະຕິບັດຢ່າງເຂັ້ມງວດ
ຫຼັກການລວມສູນ ປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກ້ວາງຂວາງ, ຄວາມສາມັກຄີເອກະພາບ
ພາຍໃນ
ບົນພື້ນຖານແນວທາງຂອງພັກ-ລັດ.
ຂ. ດ້ານເສດຖະກິດ
ຜົນສຳເລັດຂອງການຂະຫຍາຍຕົວດ້ານເສດຖະກິດຢູ່ປະເທດເຮົາ
ແມ່ນການຮັບຮູ້ ແລະ ນຳໃຊ້ຢ່າງຖືກຕ້ອງ ຕໍ່ ແນວຄິດເສດຖະກິດແຜນໃໝ່ ຂອງ ທ່ານ ເລນິນ, ໃນນັ້ນໄດ້ກຳນົດເອົາ ໂຄງປະກອບເສດຖະກິດແຫ່ງຊາດ
ໂດຍຖືເອົາກະສິກຳ-ປ່າໄມ້ ເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວຂອງອຸດສາຫະກຳ ແລະ ການບໍລິການ
ການຜະລິດເປັນສິນຄ້າ ໂດຍເລີມຈາກຄອບຄົວຊາວກະສິກອນ, ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າດີຂື້ນ.
ການສືບຕໍ່ເປີດກ້ວາງການຮ່ວມມືທາງດ້ານເສດຖະກິດກັບຕ່າງປະເທດ ເພື່ອເພີມຄວາມສາມາດ
ໃນການລົງທຶນ,ຍົກລະດັບເຕັກນິກ,ເຕັກໂນໂລຢີ, ການຜະລິດ, ການປຸງແຕ່ງ ແລະການນຳໃຊ້ບົດຮຽນຄຸ້ມຄອງເສດຖະກິດ
ແມ່ນທ່າອ່ຽງພາວະວິໄສ ແລະ ຈຳເປັນ.
ເຖິງຢ່າງໃດກໍ່ຕາມ ເພື່ອພັດທະນາເສດຖະກິດແຫ່ງຊາດ ໄປຕາມທິດສັງຄົມນິຍົມ ຕ້ອງເອົາໃຈໃສ່ສ້າງ ພາກສ່ວນ
ເສດຖະກິດຂອງລັດ
ແລະ ລວມໝູ່ໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ ດ້ວຍການຍົກລະດັບທາງດ້ານເຕັກນິກ, ການຄຸ້ມຄອງທີ່ທັນສະໄໝ່, ສ້າງຕັງຂື້ນບົນພື້ນຖານຄວາມສະມັກໃຈ.
ຄ. ດ້ານວັດທະນາທຳ - ສັງຄົມ.
ປັດໄຈຕັດສິນທີ່ສຳຄັນ ໃຫ້ແກ່ການພັດທະນາປະເທດຊາດ
ໃຫ້ຂະຫຍາຍຕົວແມ່ນ
ການເອົາໃຈໃສ່ ພັດທະນາຊັບ
ພະຍາກອນມະນຸດໂດຍເລັ່ງໃສ່ ຍົກລະດັບຄວາມຮັບຮູ້ຂອງປະຊາຊົນໃຫ້ສູງຂື້ນ,ສ້າງເງື່ອນໄຂ ໃຫ້ລູກຫຼານຂອງປະຊາຊົນ
ບັນດາເຜົ່າໄດ້ຮັບການສຶກສາ, ມີວິຊາຊີບ, ມີວິຊາສະເພາະ
ແລະ ມີສຸຂະພາບ
ທີ່ແຂງແຮງ.
ການສ້າງຊັບພະຍາກອນມະນຸດ ໃນສະເພາະໜ້າຄວນເລັ່ງໃສ່ສຶກສາອົບຮົມແນວຄິດຮັກຊາດ, ມູນເຊື້ອຄວາມສາ
ມັກຄີຮັກແພງ
ຊ່ວຍເຫຼືອເຊິງກັນແລະກັນ ລະຫວ່າງເຜົ່າຕ່າງໆ, ປົກປັກຮັກສາມູນເຊື້ອ ວັດທະນາທຳອັນດີງາມຂອງແຕ່
ລະເຜົ່າໃຫ້ກາຍເປັນວັດທະນາທຳຂອງຊາດ. ພ້ອມກັນນັ້ນ
ກໍ່ບູລະນະ ແລະ ຈັດຕັ້ງປະຕິບັດນະໂຍບາຍ ສະຫວັດດີການ
ສັງຄົມ ແລະ
ວຽກສັງຄົມສົງເຄາະໃຫ້ຄົບຖ້ວນ ແລະ ສອດຄ່ອງກັບສະພາບທາງດ້ານເສດຖະກິດ-ສັງຄົມຂອງປະເທດ
ເຊິງກ່ອນອື່ນໝົດ
ແມ່ນການສ້າງໂອກາດ ໃຫ້ສະມາຊິກໃນສັງຄົມ ໄດ້ຮັບການສຶກສາ, ສ້າງໂອກາດໃຫ້ມີວຽກເຮັດງານທຳ
ໃນສັງຄົມຫຼາຍຂື້ນ, ສົ່ງເສີມການປະກອບອາຊີບ ເພື່ອເພີມລາຍໄດ້ຕົວຈິງຂອງພົນລະເມືອງ.
III. ເສັ້ນທາງກ້າວຂື້ນຂອງປະເທດເຮົາ.
ຈຸດໝາຍສຸດທ້າຍຂອງພັກເຮົາແມ່ນນຳພາປະເທດຊາດ,ປະຊາຊົນກ້າວໄປເຖິງຈຸດໝາຍສັງຄົມນິຍົມ;ຢາກເຮັດສຳເລັດ
ຈຸດໝາຍດັ່ງກ່າວ
ພວກເຮົາຕ້ອງເອົາໃຈໃສ່ສ້າງບັນດາປະຖົມປັດໄຈດ້ານຕ່າງໆເຊິງພັກເຮົາໄດ້ກຳນົດແຈ້ງໃນ ກອງປະຊຸມ
ສູນກາງຄັ້ງທີ 9 ສະໄໝທີ V ດັ່ງນີ້:
1.
ສ້າງແລະປັບປຸງພັກ ໃຫ້ໜັກແໜ້ນ ແລະ
ເຂັ້ມແຂງທຸກດ້ານ.
2.
ສ້າງອຳນາດລັດປະຕິວັດ
ທີ່ໜັກແໜ້ນເຂັ້ມແຂງ.
3.
ສ້າງພື້ນຖານວັດຖຸເຕັກນິກ,ສ້າງເສດຖະກິດແຫ່ງຊາດໃຫ້ນັບມື້ນັບຂະຫຍາຍຕົວ.
4.
ສ້າງລະບົບຄຸ້ມຄອງລັດທີ່ມີຄວາມສັກສິດ.
5.
ສ້າງລະບົບກົດໝາຍໃຫ້ນັບມື້ນັບສົມບູນ.
6.
ສ້າງຄວາມສາມັກຄີ
ປອງດອງລະຫວ່າງປະຊາຊົນເຜົ່າຕ່າງໆ ແລະ ລະຫວ່າງຊັ້ນຄົນຕ່າງໆ.
7.
ສ້າງຊັບພະຍາກອນມະນຸດ.
8.
ສ້າງກຳລັງປອງກັນຊາດ -
ປ້ອງກັນຄວາມສະຫງົບພາຍໃນເຂັ້ມແຂງ.
9.
ສ້າງສະພາບແວດລ້ອມ ພາຍນອກ ອັນອຳນວຍ ສຳລັບ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ທັງໝົດທີ່ກ່າວມາຂ້າງເທິງນັ້ນ
ແມ່ນເນື້ອໃນຕົ້ນຕໍຂອງການສ້າງລະບອບປະຊາທິປະໄຕ ປະຊາຊົນກໍ່ຄືການສ້າງປະຖົມ
ປັດໃຈ ເພື່ອກ້າວຂື້ນສັງຄົມນິຍົມເທື່ອລະກ້າວ
ຢູ່ປະເທດເຮົາ. ບົນເສັ້ນທາງກ້າວຂື້ນນັ້ນຈະຕ້ອງໄດ້ຜ່ານ ບາດກ້າວຈຳນວນໜຶ່ງ
ເຊິງໃນແຕ່ລະບາດກ້າວຈະຕ້ອງມີເນື້ອໃນ ແລະ ລະດັບຄາດໝາຍລະອຽດພໍສົມຄວນ. ດັ່ງນັ້ນ ຈຶ່ງເປັນໄລຍະທີ່ຕ້ອງເປັນໄປສຳລັບການກ້າວຂື້ນຂອງປະເທດເຮົາ,ແມ່ນການກຳນົດທີ່ຖືກຕ້ອງແລະເຊື່ອໃນຜົນສຳເລັດດັ່ງກ່າວ.
ຄຳຖາມຄົ້ນຄວ້າ
1. ປະຊາທິປະໄຕແມ່ນຫຍັງ? ເປັນຫຍັງເຮົາຈຶ່ງບໍ່ສາມາດສ້າງສັງຄົມນິຍົມໂດຍກົງໄດ້? 2. ທາດແທ້ປະຊາທິປະໄຕ ປະຊາຊົນສະແດງອອກແນວໃດ?
3. ເນື້ອໃນພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນສະແດງອອກໃນແຕ່ລະດ້ານຄືແນວໃດ?
4. ບັນດາປະຖົມປັດໃຈທີ່ກ້າວຂື້ນສັງຄົມນິຍົມມີຫຍັງແດ່?
ไม่มีความคิดเห็น:
แสดงความคิดเห็น