วันพุธที่ 30 ตุลาคม พ.ศ. 2556

ວິຊາການເມືອງ 3 ບົດ​ທີ 3



ບົດ​ທີ 3
ພັນທະ​ພາບ​ລະຫວ່າງ​ຊົນ​ຊັ້ນກຳມະກອນ,ຊາວ​ກະສິກອນ​ແລະ​ຊັ້ນຄົນ​ປັນຍາ​ຊົນ.
          ຢູ່ ​ປະ​ເທດ​ກະສິກຳ​ຫຼ້າຫຼັງ,ພາຍຫຼັງ​ພັກ​ປະຕິວັດ​ນຳພາ​ປະຊາຊົນ​ຍາດ​ເອົາ​ອຳນາດ​ ການ​ປົກຄອງ​ດຳ​ເນີນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ລະບອບ​ສັງຄົມ​ນິຍົມ​ໃໝ່​ໃຫ້​ເຂັ້ມ​ແຂງ​ນັ້ນ,​ແມ່ນ​ມີ​ຄວາມ​ຈຳ​ເປັນ​ ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ສ້າງຕັ້ງສຳພັນທະ​ພາບລະຫວ່າງ​ກຳມະກອນ,ຊາວ​ກະສິກອນ ແລະ ປັນຍາ​ຊົນ, ຈັດຕັ້ງ​ແລະ​ນຳພາ​ກ້ອນ​ກຳລັງ​ສຳພັນ​ທະ​ພາບ​​ໄດ້​ດີ ມັນ​ຈະ​ກາຍ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ເພື່ອສືບຕໍ່​ພາລະກິດ​ປະຕິວັດ​ໃນ​ໄລຍະ​ໃໝ່​ແລະ​ຮັບປະກັນ​ໄຊຊະນະ.ຢາກ​ປະຕິບັດ​ ກ້ອນ​ກຳລັງ​ສຳພັນ​ໄດ້​ດີ,ກ່ອນ​ອື່ນ​ໝົດ​ຕ້ອງ​ຮັບ​ຮູ້​ ຈຸດ​ພິ​ເສດພື້ນຖານ​ແລະ​ບົດບາດ​ຂອງ​ແຕ່​ລະ​ຊົນ​ຊັ້ນ ຊັ້ນຄົນ​ໃນ​ພັນທະ​ພາບ​ນັ້ນ.
I.       ຈຸດ​ພິ​ເສດ,ບົດບາດ​ຂອງ​ຊົນ​ຊັ້ນກຳມະກອນ,ຊາວ​ກະສິກອນ​ແລະ​ຊັ້ນຄົນ​ປັນຍາ​ຊົນ.
1.  ຊົນ​ຊັ້ນກຳມະກອນ.
ຊົນ​ຊັ້ນກຳມະກອນ​ແມ່ນກຸ່ມ​ຄົນ​ຈຳນນຫຼວງຫຼາຍ ທີ່​ອອກ​ແຮງ​ງານ​ທຳ​ການ​ຜະລິດ​ວັດຖຸ​ສິງຂອງ
ເຊິ​ງຕິດ​ແໜ້ນ​ກັບ​ບັນດາ​ວົງ​ຈອນ​ເຕັກນິກ​ທີ່​ມີ​ລັກສະນະ​ອຸດສາຫະກຳ ​ເປັນ​ກຳລັງ​ການ​ຜະລິດ​ພື້ນຖານ ແລະ  ກ້າວໜ້າ​ຂອງ​ສັງຄົມ, ບໍ່​ມີ​ພາຫະນະ​ການ​ຜະລິດ​ເປັນ​ຂອງ​ຕົວ​ເອງ​ສະ​ເພາະ   ຈຳ​ເປັນ​ຕ້ອງຂາຍ​ແຮງ​ງານ​ຮັບ​ຈ້າງ ​ໃຫ້​ຊົນ​ຊັ້ນນາຍທຶນ​ ແລະ​ ຖືກ​ນາຍທຶນ​ຂູດ​ຮີດ​ຄຸນຄ່າ​ສ່ວນ​ເກີນ.
ຊົນ ​ຊັ້ນກຳມະກອນ​ແມ່ນ​ກຸ່ມ​ຄົນທີ່​ພ້ອມ​ກັບ​ປະຊາຊົນ​ຊາວ​ຜູ້​ອອກ​ແຮງ​ງານ​ເປັນ​ ເຈົ້າ​ພາຫະນະ​ການ​ຜະລິດ,​ເປັນ​ເຈົ້າ​ສັງຄົມ​ນິຍົມ​ແລະ​ກອມ​ມູນິດ​ນິຍົມ.
2.  ຊົນ​ຊັ້ນຊາວນາ.
​ຊົນ​ຊັ້ນຊາວນາແມ່ນ​ບັນດາ​ກຸ່ມ​ຄົນທີ​່ອອກ​ແຮງ​ງານ​ຜະລິດ​ວັດຖຸ​ສິ່ງ​ຂອງ​ໃນ​ຂົງ​ເຂດ​ກະ​ສິກຳ ດ້ວຍການ​ອອກ​ແຮງ​ງານ​ແບບ​ກະ​ແຈກກະຈາ​ຍ, ນຳ​ໃຊ້​ການ​ຜະລິດ​ທີ່​ຫຼ້າຫຼັງ​ເຂົ້າ​ໃນ​ການ​ຜະລິດ,ປະສິດທິ​ຜົນ​ຕ່ຳ ໃນ​ເມ່ືອບໍ່​ທັນ​ມີ​ວິທະຍາສາດ,​ເຕັກ​ໂນ​ໂລ​ຊີ​ກະທົບ​ເຂົ້າ​ໃສ່.    ແມ່ນຜູ້​ອອກ​ແຮງ​ງານ​ທີ່​ນຳ​ໃຊ້​ແຮງ​ງານ​ໂດຍ​ກົງ,ພາຫະນະ​ການ​ຜະລິດ​ຄື: ດີ​ນນາ,ປ່າ​ໄມ້..........
ເພື່ອ​ຜະລິດ​ຜະລິດ​ຕະພັນ​ກະສິກຳ, ຊາວນາ​ແມ່ນ​ກຳລັງ​ການ​ຜະລິດ​ອັນ​ໃຫຍ່​ຫຼວງ,ຕິດ​ພັນ​ສະໜິດ​ແໜ້ນ​ກັບ​ມູນ​ ເຊື້ອອັນ​ເກົ່າ​ແກ່​ຂອງ​ຊົນ​ຊາດ​ຊົນ​ເຜົ່າ ​ແລະ ​ເປັນ​ກຳລັງ​ຜູ້ປະຕິວັດ​ທີ່​ເຂັ້ມ​ແຂງ,ກ້າວໜ້າ​ຫາກ​ໄດ້​ຖືກ​ເຕົ້າ​ໂຮມ​ແລະ​ ຈັດຕັ້ງນຳພາ​ທີ່​ດີ.
        3. ຊັ້ນຄົນ​ປັນຍາ​ຊົນ.
        ປັນຍາ​ຊົນ​ແມ່ນ  ​ຊັ້ນຄົນ​ພິ​ເສດ​ຂອງ​ສັງຄົມ, ນອນ​ຢູ່​ໃນ​ກຳລັງ​ອອກ​ແຮງ​ງານ​ດ້ວຍ​ມັນສະໝອງ, ອອກ​ແຮງງານດ້ວຍ
ມັນສະໝອງ​ທີ່​ສັບສົນ ປະດິດ​ສ້າງ. ແບບ​ວິທີ​ການ​ອອກ​ແຮງ​ງານ​ຂ​ອງປັນຍາ​ຊົນຕົ້ນ​ຕໍ່​ແມ່ນ ດ້ວຍສະຕິ​ປັນຍາ ​ເປັນ​ລາຍ​ບຸກຄົນ ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ທຸກ​ຊັ້ນຄົນ.
        ສະນັ້ນ, ຫາກສັງຄົມ​​ໃດ​ຖື​ເບົາ,ທັບ​ຖົມ​ປັນຍາ​ຊົນ ກໍ່​ຈະ​ກາຍ​ເປັນ​ສັງຄົມ​ທີ່​ຫຼາ​ຫຼັງ,ຢຸດ​ສະ​ງັກຊັກ​ຊ້າ.ຂົງ​ເຂດ​ການ​ອອກ​ ແຮງ​ງານ​ແມ່ນ​ຕົ້ນຕໍ​ແມ່ນການ​ຄົ້ນ​ຄ້ວາ, ສິດສອນປະດິດ​ຄິດ​ແຕ່ງ, ປິ່ນປົວ...​ໃນ​ທາງ​ວິທະຍາສາດ,ວິທະຍາສາດ​ສັງຄົມ,​ເຕັກ​ໂນ​ໂລ​ ຊີ,ສິນລະປະ,ນຳພາ,ຄຸ້ມ​ຄອງ​ແລະ​ອື່ນໆ.


II.   ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ​ຂອງ​ພັນທະ​ພາບ​ລະຫວ່າງຊົນ​ຊັ້ນກຳມະກອນ,ຊາວ​ກະສິກອນ​ແລະ​ຊັ້ນຄົນ​ປັນຍາ​ຊົນ.
      ການ​ສຳພັນ​ທະ​ພາບ​ລະຫວ່າງ​ ກຳມະກອນ,ຊາວ​ກະສິກອນ​ແລະ​ປັນຍາ​ຊົນ​ປະຕິວັດ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ໃນ​ທຸກ​ໄລຍະ​ຂອງ​ການ​ປະຕິວັດ​ຄື:
      ໜຶ່ງ:  ​ໃນ​ປະ​ເທດ​ໜຶ່ງໆ​ບໍ່​ວ່າ​ປະ​ເທດ​ກະສິກຳ​ຫຼື​ປະ​ເທດ​ທີ່​ພັດທະນາ​ແລ້ວ,​ເຖິງ​ວ່າ ​ຊົນ​ຊັ້ນ ກຳມະກອນຈະກ້າວໜ້າ​ແລະ​ຈະມີ​ຈິດ​ປະຕິວັດ​ພຽງ​ໃດກໍ່ຕາມ ຖ້ບໍ່​ສຳພັນ​ແໜ້ນ​ກັບ​ຊົນ​ຊັ້ນຊາວ​ກະສິກອນ(ຊາວນາ) ແລະ ປັນຍາ​ຊົນຜູ້​ອອກ​ແຮງ​ງານ​ອື່ນໆ​ໄດ້​ກໍ່​ບໍ່​ສາມາດ​ເຮັດ​ສຳ​ເລັດ​ພາລະ​ກຳ​ປະຫວັດສາດ​ຂອງ​ຕົນ​ເອງ​ໄດ້.
      ສອງ: ຢູ່​ປະ​ເທດ​ກະສິກຳ​ພາລະກິດ​ສ້າງ​ສັງຄົມ​ໃໝ່​ນັບ​ມື້ນັບ​ທັນ​ສະ​ໄໝ່,ສີວິ​ໄລ​ ຕາມ​ທິດ​ສັງຄົມ​ນິຍົມ​ນັ້ນ​ໄດ້​ເກີດ​ມີ​ຄວາມ​ຈຳ​ເປັນ​ດ້ານ​ເສດຖະກິດ - ເຕັກນິກ ຕ້ອງ​ຜູກ​ແໜ້ນ​ລະຫວ່າງ​ກະສິກຳ​ ແລະ​ ອຸດສາຫະກຳ ​ແລະ​ວິທະຍາສາດ​ເຕັກນິກ ​ເຕັກ​ໂນ​ໂລ​ຊີ ນັ້ນມັນ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສຳພັນ​ທະ​ພາບ​ລະຫວ່າງ​ຊາວ​ ກະສິກອນ,ກຳມະກອນ,ປັນຍາ​ຊົນ ແລະບໍ່​ມີ​ປະ​ເທດ​ກະສິກຳ​ທີ່​ຫຼ້າຫຼັງ​ໃດ​ທີ່​ຈະ​ສ້າງ​ສັງຄົມ​ນິຍົມ​ໃຫ້​ສຳ​ ເລັດ​ໄດ້,ຫາກ​ປາສະ​ຈາກບັນຫາ​ດັ່ງກ່າວ.
      ສາມ: ຄວາມ​ຈຳ​ເປັນ​ທາງ​ດ້ານ​ເສດຖະກິດ-​ເຕັກນິກ ທີ່​ເກີດ​ໃນ​ຂະ​ບວນວິວັດ​ການ​ສ້າງ​ປະ​ເທດ​ຊາດ​ໄດ້​ກໍ​່​ໃຫ້​ເກີດ​ມີ​ຄວາມ​ຈຳ ​ເປັນ​ທາງ​ດ້ານ ການ​ເມືອງ-ສັງຄົມ ​ເພື່ອ​ຈຸດປະສົງ​ເຕົ້າ​ໂຮມ​ກຳລັງ​ແຮງ​ຕ່າງໆ ​ເພື່ອ​ແນ່​ໃສ່​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດອັນ​ພື້ນຖານ​ຂອງ​ຊົນ​ຊັ້ນກຳມະກອນ,ຊາວ​ ກະສິກອນ,ປັນຍາ​ຊົນ​ແລະ​ຂອງ​ຊາດ.

III.       ເນື້ອ​ໃນ​ພື້ນຖານຂອງ​ພັນທະ​ພາບ ກຳ​ມະກອນ,ຊາວນາ ​ແລະ ປັນຍາ​ຊົນ.
ກ. ເນື້ອ​ໃນ​ການ​ເມືອງ​ຂອງ​ພັນທະ​ພາບ.
ພວກ​ເຮົາ​ຮູ້​ແລ້ວ​ວ່າ ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນກຳມະກອນ,ຊາວນາ​ແລະ​ຊັ້ນຄົນ​ ປັນຍາ​ຊົນ​ຍາມ​ໃດ  ກໍ່​ເປັນເອກະ​ພາບກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ຜູ້​ອອກ​ແຮງ​ງານ​ທັງ​ປວງ​ແລະ​ຂອງ​ຊາດ.ຫາກ​ເບິ່ງ​ແງ່​ມູມພັນທະ​ພາບແມ່ນ​ ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດການ​ເມືອງ,​ ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ໃໝ່​ຄວນ​ເອົາ​ໃຈ​ໃສ່​ດັ່ງນີ້:
        ໜຶ່ງ: ສ້າງ​ແລະ​ປັບປຸງ​ເງື່ອນ​ໄຂ​ຕ່າງໆ ເພື່ອ​ເຮັດ​ໃຫ້​ຄວາມ​ເປັນ​ເອກະ​ພາບທາງ​ດ້ານ​ຜົນ​ປະ​ໂຫຍ​ດ​ໄດ້​ຮັບປະກັນ​ແລະ​ ໄດ້​ຮັບ​ການຈັດຕັ້ງປະຕິບັດ​ໃນ​ພາກ​ຕົວ​ຈິງ​ເທື່ອ​ລະ​ກ້າວ ​ໂດຍ​ຜ່ານ​ສະ​ຖາ​ບັນ​ຕົ້ນຕໍ​ຄື:
ການ​ເຄື່ອນ​ໄຫວ​ຂອງ​ພັກ, ຂອງ​ລັດ, ຂອງ​ອົງການ​ຈັດຕັ້ງການ​ເມືອ​ງ - ສັງຄົມ ຂອງ​ກຳມະກອນ, ຊາວ​ກະສິກອນ, ປັນຍາ​ຊົນ​ແລະ​ພົນລະ​ເມືອງ​ແຕ່ລະຄົນ.
        ສອງ:  ພັກ​ຄອມ​ມູນິດ​  ຕ້ອງ​ກຳ​ແໜ້ນ​ ແລະ​ ເສີມ​ຂະຫຍາຍ​ບົດບາດນຳ​ພາ​ຂອງ​ຕົນ ​ຕໍ່​  ພັນທະ​ພາບ​ດັ່ງກ່າວນັ້ນ​ ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ​ທາງ​ດ້ານການ​ເມືອງ, ທັງ​ເປັນ​ເນື້ອ​ໃນ​ການ​ເມືອງ​ ທີ່​ມີ​ລັກສະນະ​ຫຼັກການ ເພື່ອ​ສ້າງ​ພັນທະ​ພາບ. ຢາກ​ເຮັດ​ໄດ້​ແນວ​ນັ້ນ ມີ​ແຕ່​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ ແລະ​ພັກ​ເວລາ​ໃດ​ກໍ່​ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ​ທຸກ​ດ້ານ, ພົວພັນ​ຢ່າງ​ຊະນິດ​ແໜ້ນ​ກັບ​ກຳມະກອນ, ຊາວນາ​ ປັນຍາ​ຊົນ​ ແລະ ​ທົ່ວ​ປວງ​ຊົນ.
        ສາມ:  ​ເນື້ອ​ໃນ​ການ​ເມືອງ​ຂອງ​ພັນທະ​ພາບ​ ຕິດ​ພັນ​ກັບ​ຂະ​ບວນວິວັດ ການ​ກໍ່ສ້າງ​ລະ​ບອບ​ປະຊາ​ທິປະ​ໄຕ   ສັງຄົມ
​ນິຍົມ, ລະບົບ​ການ​ເມືອງ​ທົ່ວ​ສັງຄົມ, ພິ​ເສດ​​ແມ່ນ​ການ​ກະທົບ​ຂອງ ພັກ-ລັດ  ຊົນ​ຊັ້ນກຳມະກອນ,ປັນຍາ​ຊົນ ເພື່ອ​ຫັນ​ສັງຄົມ​ໄປ​ຫາ​ຊົນນະບົດ, ​ເຂົ້າ​ສູ່​ກະສິກຳ, ຊາວນາ ​ເພື່ອ​​ເຮັດ​ໃຫ້ເປັນ​ລະບົບ ການ​ເມືອງຢູ່​ຮາກ​ຖານ​ຊົນະ​ບົດ​ໄດ້​ຮັບ​ການ​ສ້າງຕັ້ງ,ປັບປຸງ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ຢ່າງ​ແຂງ​ແຮງ.
        ສີ່: ​ເນື້ອ​ໃນ​ການ​ເມືອງ ພັນທະ​ພາບ​ ຍາມ​ໃດ​ກໍ່​ຕິດ​ແໜ້ນ​ກັບ​ເນື້ອ​ໃນ​ ແລະ​ ການ​ເຄື່ອນ​ໄຫວ​ຂອງ​ເສດຖກິດ, ວັດທະນາ​ທຳ​ - ສັງຄົມ ຂອງ​ກ​ຳມະກອນ, ຊາວນາ,ປັນຍາ​ຊົນ ແລະ ຂອງທົ່ວ​ສັງຄົມ. ບໍ່​ມີ​ເນື້ອ​ໃນການ​ເມືອງ​ລ້ວນໆ ແລະ ລວມໆ ທີ່​ຫາງ​ເຫີ​ນ ຈາກ​ພຶດຕິ​ກຳ​ທາງ​ການ​ເຄື່ອນ​ໄຫວ​ດ້ານ​ຕ່າງໆ​ຂອງ​ຊີວິດ​ສັງຄົມ​ໃນ​ພາລະກິດ​ ປົກ​ປັກ​ຮັກສາ​ແລະ​ສ້າງສາ​ປະ​ເທດ​ຊາດ.​
        ຂ. ເນື້ອ​ໃນ​ເສດຖະກິດ​ຂອງ​ພັນທະ​ພາບ.
​ເນື້ອ​ໃນ​ຂອງ​ເສດຖະກິດ​ພັນທະ​ພາບ ​ແມ່ນ​ເນື້ອ​ໃນ​ກົກ, ຕັດ​ສິນ​ກ່ວາໝູ່,​ ແມ່ນ​ພື້ນຖານ​ເສດຖະກິດ ​ພັນທະ​ພາບ. ໃນ​ເມືອ​ວິ​ເຄາະ​ໄຈ້​ແຍກ​ເນືອ​ໃນ​ເສດຖະກິດ​ພັນທະ​ພາບ, ມັນ​ຈຳ​ເປັນ​ຕ້ອງ​ອີງ​ໃສ່​ພື້ນຖານ​ລວມທີ່​ສຸດ​ຄື: ຂະ​ບວບ​ການ​ວິວັດ ​“ສົມ​ທົບ​ບັນດາ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດຂອງ​ກຳມະກອນ,ຊາວນາ,ປັນຍາ​ຊົນ​ແລະ​ຂອງປວງ​ຊົນ​ທັງ​ຊາດ​ເຊິ່ງລັດ​ເປັນ​ຕົວ​ແທນ.
ເນື້ອ​ໃນ​ນີ້​ໄດ້​ສະ​ແດງ​ອອກ​ດັ່ງ​ນີ້.
       ໜຶ່ງ:​ ເຂົ້າ​ໃຈ​ແຈ້ງ​ເຖິງ​ການ​ຕ້ອງການ ​ເສດຖະກິດ​ຂອງ​ກຳມະກອນ, ຊາວນາ, ປັນຍາ​ຊົນ ​ແມ່ນ​ຄວາມ​ຕ້ອງການ​ທາງ​ດ້ານ​ເສດ​ຖະກິດ​ຂອງ​ແຕ່​ລະ​ອັນ​ຕະພາບ​ຂອງ​ພາວະ​ວິ​ໃສ  ​ໂດຍ​ຕິດ​ພັນ​ກັບ​ໄລຍະ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ. ສະ​ນັ້ນ​ ພັກ - ລັດ​ຕ້ອງ​ກຳ​ແໜ້ນ​ແລະ​ກຳນົດ​ຢ່າງ​ຖືກຕ້ອງ​ຄວາມ​ຕ້ອງການ​ເສດຖະກິດ​ອັນ​ພາວະ​ວິ​ໄສ ​ໃນ​ສະພາບ​ຄວາມ​ເປັນ​ຈິງ ເສດຖະກິດຂອງ​ປະ​ເທດ​ ເພື​່ອວາງ​ແນວທາງ​ເສດຖະກິດ​ ແລະ​ ວິທີ​ແກ້​ໄຂ​ອັນ​ເໝາະ  ​ແນ​ໃສ​່ຄວາມ​ຕ້ອງການ​ເສດຖະກິດ​ດັ່ງກ່າວ.
       ສອງ: ຕ້ອງ​ກຳນົດ​ຢ່າງ​ຖືກຕ້ອງ ​ໂຄງ​ປະກອບ​ເສດຖະກິດ​ແຫ່ງ​ຊາດ, ​ໂຄງ​ປະກອບ​ຂະ​ແໜງການ​  ຜ່ານ​ໂຄງ​ປະກອບ​ເສດຖະກິດ​ນັ້ນ ຈິ່ງ​ສະ​ແດງ​ໃຫ້​ເຫັນ​ການ​ຜູກ​ພັນ​ແບບ​ອິນ​ຊີ ລະ​ຫ່ວາງ​ສາມ​ຂະ​ແໜງ ດ້ານ​ເສດຖະກິດ​ຕົ້ນຕໍ່ຄື:  ອຸດສາຫະກຳ, ກະສິກຳ, ວິທະຍາສາດ,​ເ ຕັກນິກ ​ ເຕັກ​ໂນ​ໂລ​ຊີ. ໃນ​ແງ່​ມູນ​ ຂອງ​ພັນທະ​ພາບ​ແລ້ວ,​ ເຮັດ​ແນວ​ໃດ​ກໍ​ຕ້ອງ​ໃຫ້​ໂຄງ​ປະກອບ​ເສດ​ຖະກິດ ສະ​ແດງ​ອອກ​ໃຫ້​ເຫັນ​ແຈ້ງວ່າ: ກະສິກຳ​ ເປັນ​ຂະ​ແໜງ ສ້າງ​ພື້ນຖານ​ຂັ້ນ​ຕົ້ນ ເພ່ືອ​ເຫັນ​ໃຫ້​ເສດຖະກິດ​ມີ​ສະຖຽນລະ​ພາບ ​ແລະ​ ຂະຫຍາ​ຍຕົວ, ສ້າງ​ປະຖົມ
ປັດ ​ໃຈ​ໃຫ້​ແກ່​ການ​ຫັນ​ເປັນ​ອຸດສາຫະກຳ​ ​ແລະ​ ທັນ​ສະ​​ໄໝ​ເທື່ອ​ລະ​ກ່າວ. ສ່ວນ​ອຸດສາຫະກຳ​ເປັນ​ຕົ້ນ​ ແມ່ນ​​ຂະ​ແໜງການ​ທີ່​ເປັນຫລັກ​ແຫ່​ລງ ຕ້ອງ​ສຸມ​ໃສ່​ຮັບ​ໃຊ້​ແກ່​ກະສິກຳ, ຂະ​ແໜງວີ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຊີ​ໃໝ່ ຕ້ອງ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ,ນຳ​ໃຊ້​ເທື່ອ​ລະ​ກ້າວ​ເພືອຮັບ​ໃສ່​ໃຫ້​ແກ່​ການ​ ຜະ​ລິດ​ກະ​ສິກ​ຳ ​ແລະ​ ອຸດສາຫະກຳ.
       ສາມ: ຕ້ອງ​ຂະຫຍາຍ​ການ​ຕິດຕໍ່, ແລກປ່ຽນ​ເສດຖະກິດ.ສຳພັນ,ຜູກ​ພັນ​ເສດຖະກິດ​ລະຫວ່າງ  ອຸດສາ
ຫະກຳ, ກັບ​ກະສິກຳ ​ແລະ ວິທະຍາສາດ ( ກຳມະກອນ,ຊາວນາ,ປັນຍາ​ຊົນ ) ລະຫວ່າງ​ ຕົວ​ເມືອງ  ​ກັບ​ຊົນນະບົດ, ທົງ​ພຽງ​ກັບ​ພູ​ດອບ,ພາຍ​ໃນ​ກັບ​ຕ່າງປະ​ເທດ.
       ສີ່:  ຫັນ​ບັນດາ​ຮູບ​ການ​ກຳມະສິດ ນຳ​ໃຊ້​ບັນດາ​ພາຫະນະ​ການ​ຜະລິດ,ຈັດ​ແບ່ງ​ກົນ​ໄກ​ເສດຖະກິດ ບັນດາ​ຮູບ​ການ​ຮ່ວມ​ມື ຜະລິດ​ທຸລະ​ກິດ​ໃຫ້​ອຸດົມສົມບູນ,ຫຼາຍ​ຮູບ​ຫຼາຍ​ສີ,ກໍ່ສ້າງ​ການ​ພົວພັນການ​ຜະລິດ​ໝ່​ໃຫ້​ເປັນ​ແຕ່​ລະບາດ​ກ້າວ,​ ເສດຖະກິດ​ຂອງ​ລັດ, ລວມໝູ​ ໃຫ້​ເປັນ​ພື້ນຖານ​ແໜ້ນ​ແກ່ນ​ໃຫ້​ແກ່    ເສດຖະກິດ​ແຫ່ງ​ຊາດ​ ເປັນ​ແຕ່​ລະບາດ​ກ້າວ  ທັງ​ໝົດ​ທີ່ກ່າວ​ມານັ້ນຕ້ອງ​ເອົາ​ໃຈ​ໃສ່​ຢູ່​ບ່ອນ​ວ່າ:  ການ​ກໍ່ສ້າງການ​ພົວພັນ​ການ​ຜະລິດ​ຕ້ອງ​ມີ​  ບັນດາ​ຮູບ​ການ,  ບາດກ້າວ​ເດີນ​ທີ່​ເໝາະ​ສົມ, ຕີ​ລາຄາ​ດ້ວຍ​ໝາກຜົນ​ ການ​ຂະຫຍາຍຕົວ​ ຂ​ອງການ​ຜະລິດ​ ແລະ​ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ.
       ຫ້າ:  ບົດບາດແລະ ​ການ​ປະພຶດ​ຂອງ​ລັດ ຕໍ່​ຂະ​ບວນວິວັດ​ ການ​ສຳພັນ​ທະ​ພາບ​ ຖື​ເປັນ​ບັນຫາ​ສຳຄັນ​ທີ່​ສຸດ.ລັດຕ້ອງ​ມີ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ແລະ​ມາດ​ຕະການ​ຕ່າງໆ​ເພື່ອ​ສ້າງ​ເງື່ອນ​ໄຂ​ອັນ​ສະ​ດວກ​ໃຫ້​ແກ່​ພັນທະ ​ພາບ​ນັນ. ສຳລັບ​ປະ​ເທດ​ກະສິກຳ, ສາຍ​ພົວພັນ​ລະຫວ່າງ​ລັດ​ ກັບ ຊາວນາ​ແມ່ນ​ສຳຄັນ​ທີ່​ສຸດ ​ເຊິ​ງສະ​ແດງ​ອອກ​ຜ່ານ​ ການ​ກະທົບ​ຂອງ​ລະບົບ​ກົດໝາຍ, ນະ​ໂຍບາຍ, ຮູບ​ການ​ເສດຖະກິດ​ຕ່າງໆ​ເຊ່ນ: ກົດໝາຍ​ທີ່​ດີ​ນ, ກົດໝາຍ​ການ​ລົງທຶນ, ນະ​ໂຍບາຍ​ລາຄາ, ລາຄາ​ຜະລິດ​ຕະພັນ, ລາຄາ​ອຸປະກອນ​ການຜະລິດ, ລາຄາ​ການ​ບໍລິການ.....ນະ​ໂຍບາຍການ​ເງີ​ນ,ສິນ​ເຊື່ອ,ທະນາຄານ ປະກັນ​ໄພ​ແລະ​ອື່ນໆ.
       ຄ. ເນື້ອ​ໃນ​ສັງຄົມ​ພັນທະ​ພາບ
        ​ເມື່ອ​ພິຈາລະນາ​ຢ່າງ​ເຖິງ​ຖອງ​ແລ້ວ ຈະ​ເຫັນ​ວ່າ​ເນື້ອ​ໃນ​ການ​ເມືອງ, ​ເສດຖະກິດ​ຂອງ​ພັນທະ​ພາບ​ລ້ວນ​ແຕ່​ສຸ່ມ​ໃສ່​ຈຸດໝາຍ​ຮັບ​ໃຊ້​ຄວາມ​ຕ້ອງການ​ທາງ​ວັດຖຸ​ ແລະ​ ຈິ​ດ​ໃຈ​ ຂອງ​ກຳມະກອນ ຊາວ​ກະສິກອນ​ ແລະ​ປັນຍາ​ຊົນ​ ກໍ່​ຄື​ທົ່ວ​ສັງຄົມ.  ສະນັ້ນ, ການ​ປະຕິບັດ​ພັນທະ​ພາບ​ທາງ​ດ້ານ​ສັງຄົມ​ຕ້ອງ​ເອົາ​ໃຈ​ໃສ່​ດັ່ງນີ້:
       ໜຶ່ງ: ​ໃນ​ການ​ຂະຫຍາຍ​ເສດຖະກິດ​ສິນຄ້າ ຕາມ​ກົນ​ໄກ​ຕະຫຼາດ ​ແນ່ນອນ​ຕ້ອງ​ເກີດ​ມີ​ການ​ຜັນ​ແຍກ​ສອງຂົ້ວ ( ຮັງ​ມີ,ທຸກ​ຈົນ ) ໃນ​ຖັນ​ແຖວກຳມະກອນ ປັນຍາ​ຊົນ ແລະ​ເປັນຕົ້ນ​ແມ່ນ​ໝູ່​ຊາວນາ. ນັ້ນ​ແມ່ນ​ຄວາມ​ເປັນ​ຈິງ​ພາວະ​ວິ​ໃສ ​ເຊິ​ງພັກ-ລັດ ຕ້ອງ​ມີ​ແ​ຜນນະ​ໂຍບາຍ,ນະ​ໂຍບາຍ​ທີ່​ຖືກຕ້ອງ​ເພື່ອ​ດັດສົມ​ໃຫ້​ສົມ​ເຫດ​ສົມ​ ຜົນ,​ເສີມ​ຂະຫຍາຍ​ກຳລັງ​ດັນ​ທາງ​ດ້ານ​ເສດຖະກິດ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ ​ຊາດ.
ທິດ​ທາງ​ລວມການ​ດັດສົມ​ແມ່ນ ຕ້ອງ​ສົ່ງ​ເສີມ​ຄວາມ​ຮັ່ງມີ ລ້ຳ​ລວຍ​ຢ່າງ​ຊອບ​ທຳ ຖືກ​ກົດໝາຍ,ທັງ​ມີ​ມາດ​ຕະການ​ເພື່ອ​ຊ່ວຍ​ຊຸກ​ຍູ້​ໝູນ ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ,ຫຼຸດຜ່ອນ​ຄວາມ​ຍາກຈົນ​ຢ່າງ​ມີ​ປະສິດທິ​ຜົນ.
       ສອງ:  ປະຕິບັດ​ຄວາມ​ສະ​ເມີ​ພາບ​  ສັງຄົມ​ແຕ່​ລະບາດ​ກ້າວ ໃນ​ຂົງ​ເຂດ​ສະຫວັດດີ​ການ ​ສັງຄົມຕໍ່​ນັກຮົບປະຕິວັດ,
ຄອບຄົວ​ ທີ່​ເສຍສະຫຼະ​ຊີວິດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ, ນະ​ໂຍບາຍ​ອຸດ​ໜູນ​ສັງຄົມ ​ຕໍ່​ ຜູ້​ເຖົ້າ​ແກ່    ປ່ຽວພອຍ,
ເດັກນ້ອຍອານາ​ຖາຢູ່​ຕົວ​ເມືອງ​ແລະ​ຊົນນະບົດ.
       ສາມ:  ​ໃນ​ກົນໄກ​ເສດຖະກິດ​ໃໝ່​ນີ້, ກຳມະກອນ, ຊາວນາ, ປັນຍາ​ຊົນ ພວມ​ຂາດ​ວຽກ​ເຮັດ​ງານ​ທຳ,​ເງື່ອນ​ໄຂ​ ການ​ອອກ​ແຮງ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່ ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ນີ້​ແມ່ນ​ບັນຫາ​ສັງຄົມ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ເທື່ອ​ລະ​ກ້າວ​ ໃນ​ຂະ​ບວນວິ​ວັດທະນາ​ການ​ສຳພັນ​ທະ​ພາບ ກຳມະກອນ ຊາວນາ ປັນຍາ​ຊົນ.
       ສີ່:  ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ ຕໍ່​ການ​ຍົກ​ສູງ​ລະດັບ​ການ​ສຶກສາ​ໃຫ້ ກຳມະກອນ,ຊາວນາພິ​ເສດ​ແມ່ນ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ນ້ອຍ,​ເຂດ​ຫ່າງ​ໄກ​ ສອກຫຼີກ.ນີ້​ແມ່ນ​ໜ້າ​ທີ່​ຂອງ ພັກ-ລັດ ​ແລະ​ທົ່ວ​ສັງຄົມ. ແຕ່​ໃນ​ແນວ​ຮົບ​ນີ້,ປັນຍາ​ຊົນ​ມີ​ບົດບາດ​ສຳຄັນ ​ເປັນ​ຜູ້ນຳພາ ​ແລະ​ຕັດສິນໂດຍ​ກົງ​ຕໍ​ຂະ​ບວນວິວັດນີ້.
       ຫ້າ:  ວຽກ​ງານ​ຂື້ນ​ແຜນ​ກຳນົດ ​ແລະ ລົງທຶນ​ ຂະຫຍາຍ​ອຸດສາຫະກຳ,  ວິທະຍາສາດ​ເຕັກ​ນິກ ​ເພື່ອ​ຂະຫຍາຍ​ກະສິກຳ, ສ້າງ​ຊົນນະບົດ​ໃໝ່​ ເປັນ​ເງື່ອນ​ໄຂ​ ແລະ​ ເນື້ອ​ໃນ​ພັນທະ​ພາບ, ທັງ​ສະ​ແດງ​ໃຫ້​ເຫັນ​ແງ່​ໜຶ່ງ​ຂອງ​ຄວາມ​ຢຸດຕິ​ທຳ​ໃນ​ສັງຄົມ.
        ສັງ​ລວມ​ແລ້ວ: ການ​ປະຕິວັດ​ເນື້ອ​ໃນ​ການ​ເມື​ອງ,​ເສດຖະກິດ,ວັດທະນາ​ທຳ​-ສັງຄົມ ຂອງ​ພັນທະ​ພາບ ​ແມ່ນ​ສະ​ແດງ​ອອກ​ເຖິງ​ກຳລັງ​ແຮງ​ສັງ​ລວມ​ໃນ​ການ​ສ້າງ​ຄວາມ​ສາມັກຄີ ເປັນ​ເອກະ​ພາບ ​ເພື່ອ​ປະຕິບັດ​ຄວາມ​ຢຸດຕິ​ທຳ​ໃນ​ສັງຄົມ,​ເຮັດ​ໃຫ້​ຕົວ​ເມືອງ​ຊົນນະບົດ,ທົງ​ພຽງ,ພູດ​ອຍ ຫຍັບ​ເຂົ້າ​ຫາ​ກັນ.

ຄຳ​ຖາມ​ຄົ້ນ​ຄ້ວາ
1.  ຈົ່ງ​ອະທິບາຍ​ຈຸດ​ພິ​ເສດ,ບົດບາດ​ຂອງ​ຊົນ​ຊັ້ນກຳມະກອນ,ຊາວນາ​ແລະ​ປັນຍາ​ຊົນ​ມີ​ຄື​ແນວ​ໃດ?
2.  ຄວາມ​ຈຳ​ເປັນ​ແລະ​ເນື້ອ​ໃນ​ຂອງ​ພັນທພາບ​ລະຫວ່າງ​ຊົນ​ຊັ້ນກຳມະກອນ,ຊາວ​ກະສິກອນ​ແລະ​ປັນຍາ​ຊົນ​ສະ​ແດງ​ອອກ​ແນວ​ໃດ?

ไม่มีความคิดเห็น:

แสดงความคิดเห็น