วันจันทร์ที่ 28 ตุลาคม พ.ศ. 2556

ລະບົບເຄືອຂ່າຍທ້ອງຖີ່ນ

ບົດທີ 1
ບົດສະເໜີ

1.    ຄວາມໝາຍຂອງລະບົບເຄືອຂ່າຍ
ລະບົບເຄືອຂ່າຍຄອມພິວເຕີ ຫຼື ລະບົບເນັດເວີກ ຄືກຸ່ມຂອງຄອມພິວເຕີ ແລະ ອຸປະກອນຕ່າງໆທີ່ຖືກນຳມາເຊື່ອມຕໍ່ເຂົ້າກັນເພື່ອໃຫ້ຜູ້ໃຊ້ລະບົບເຄືອຂ່າຍສາມາດຕິດຕໍ່ສື່ສານແລກປ່ຽນຂໍ້ມູນ ແລະ ໃຊ້ອຸປະກອນຕ່າງໆໃນເຄືອຂ່າຍຮ່ວມກັນໄດ້ ເຄືອຂ່າຍຈະມີຫຼາຍຂະໜາດຕັ້ງແຕ່ຂະໜາດນ້ອຍທີ່ເຊື່ອມຕໍ່ກັນດ້ວຍຄອມພິວເຕີພຽງສອງສາມເຄື່ອງເພື່ອໃຊ້ງານໃນເຮືອນ ຫຼື ບໍລິສັດນ້ອຍໆໄປຈົນເຖິງເຄືອຂ່າຍຂະໜາດໃຫຍ່ເຊື່ອມຕໍ່ກັນທົ່ວໂລກສ່ວນ Home Network  ຫຼື ເຄືອຂ່າຍພາຍໃນເຮືອນເຊິ່ງເປັນລະບົບ LAN
( Local Area Network) ເປັນລະບົບເຄືອຂ່າຍຄອມພິວເຕີຂະໜາດນ້ອຍໆໝາຍເຖິງການນຳເຄື່ອງຄອມພິວເຕີ  ແລະ ອຸປະກອນມາເຊື່ອມຕໍ່ກັນ.
1.    ລະບົບເຄືອຂ່າຍທ້ອງຖິ່ນ  LAN
ລະບົບເຄືອຂ່າຍແບບ LAN ຫຼື ລະບົບເຄືອຂ່າຍສະເພາະບໍລິເວນ ໂດຍປົກກະຕິແລ້ວຈະເປັນລະບົບເຄືອຂ່າຍສ່ວນຕົວ (PrivateNetwork ນັ້ນຄືອົງກອນທີ່ຕ້ອງການໃຊ້ງານເຄືອຂ່າຍເຮັດການສ້າງເຄືອຂ່າຍຄອມພິວເຕີທີ່ ເຊື່ອມຕໍ່ກັນເປັນ ລະບົບ ເຄືອຂ່າຍໃນໄລຍະໃກ້ໆ ເຊິ່ງຈະຊ່ວຍໃຫ້ເກີດປະໂຫຍດແກ່ອົງກອນ ແລະ ທຸລະກິດຕ່າງໆເຊັ່ນ:
-     ສາມາດແບ່ງເບົາການປະມວນຜົນໄປສູ່ເຄື່ອງຕ່າງໆ.
-     ສາມາດແບ່ງປັນໃຊ້ງານອຸປະກອນຕ່າງໆເຊັ່ນ: ເຄື່ອງພິມ, ຊີດິຣອມໄດຣ໌, ເຄື່ອງຄອມພິວເຕີທີ່ມີປະ ສິດທິພາບສູງເປັນຕົ້ນ.
-     ສາມາດແບ່ງປັນໃຊ້ງານຊ໊ອຟແວຣ໌ ແລະ ຂໍ້ມູນຕ່າງໆເຮັດໃຫ້ສາມາດຈັດເກັບຂໍ້ມູນເຫຼົ່ານັ້ນໄວ້ພຽງ ບ່ອນດຽວ.
-     ສາມາດວາງແຜນ ຫຼື ການເຮັດວຽກຮ່ວມກັນເປັນກຸ່ມໄດ້ ບໍ່ວ່າຈະຢູ່ໄກກໍ່ຕາມ.
-     ສາມາດໃຊ້ໃນການຕິດຕໍ່ກັນເຊັ່ນ: ສົ່ງຈົດໝາຍທາງອີເມວ  ການສົ່ງສຽງ ຫຼື ພາບທາງອີເມວເປັນຕົ້ນ.
-     ຊ່ວຍລຸດຄ່າໃຊ້ຈ່າຍໂດຍລວມຂອງອົງກອນ.

1.    ວັດຖຸປະສົງຂອງໂຄງງານ
-     ຜູ່ຮຽນໄດ້ຮຽນຮູ້ລະບົບເຄືອຂ່າຍ ແລະ ເຂົ້າໃຈກ່ຽວກັບການສື່ສານຂໍ້ມູນໃນເຄືອຂ່າຍ.
-     ຜູ່ຮຽນມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບເຕັກໂນໂລຢີ  ແລະ  ຮູບແບບໃນການຈັດເຄືອຂ່າຍ.
-     ພອມກັນນັ້ນຍັງເປັນການປະເມີນຄວາມຮູ້, ຄວາມສາມາດຂອງຕົນເອງດ້ານວິຊາສະເພາະທີີ່ໄດ້ຮຽນ ມາ ແລະ ສ້າງຄວາມສະມັກຄີລະຫວ່າງໝູ່ເພື່ອນພາຍໃນກຸ່ມອີກດ້ວຍ.

1.   ຂອບເຂດຂອງໂຄງງານ
ລະບົບເຄືອຂ່າຍທ້ອງຖິ່ນສ້າງເພື່ອເປັນບົດໂຄງງານຈົບຊັ້ນກາງ ແລະ ເປັນການພັດທະນາລະບົບເຄືອຂ່າຍ ເພື່ອເຮັດໃຫ້ລະບົບເຄືອຂ່າຍສາມາດເປີດໃຊ້ບໍລິການໄດ້ ແລະ ສາມາດສື່ສານຂໍ້ມູນໄດ້ງ່າຍຂຶ້ນເພື່ອເປັນການສຶກສາຄົ້ນຄວ້າ ຂອງບັນດານັກຮຽນ-ນັກສຶກສາຍຸກໃໝ່ໃນປະຈຸບັນລະບົບເຄືອຂ່າຍທ້ອງຖິ່ນນີ້ເປັນທີ່ນິຍົມກັນໃຊ້ຫຼາຍໃນອາຄານ ຫຼື ສະຖານທີ່ຕ່າງໆ.

1.    ວິທີການດໍາເນີນງານ
-     ຈັດກຸ່ມຂຽນບົດໂຄງງານ.
-     ເລືອກຫົວຂໍ້ຂຽນບົດໂຄງງານ.
-     ຂຽນສາລະບານ.
-     ແບ່ງໜ້າທີ່ຮັບຜິດຊອບພາຍໃນກຸ່ມ.
-     ດໍາເນີນບົດໂຄງງານ.


1.    ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບ
-     ຈະໄດ້ຄວາມຮູ້ຄວາມສາມາດໃນການຕິດຕັ້ງລະບົບເຄືອຂ່າຍທ້ອງຖິ່ນຫຼາຍຂຶ້ນ.
-     ເພື່ອສາມາດນໍາໃຊ້ລະບົບເຄືອຂ່າຍເຂົ້າໃນການພັດທະນາຕໍ່ໄປໃຫ້ມີປະສິດຕິພາບຫຼາຍຂຶ້ນ.
-     ເພື່ອຂໍ້ສະດວກສະບາຍໃນການສົ່ງຂໍ້ມູນຂ່າວສານທາງລະບົບເຄືອຂ່າຍ.
-     ເປັນແນວທາງສໍາລັບບຸກຄົນທີ່ສົນໃຈໃນການສຶກສາຄົ້ນຄວ້າເພີ່ມເຕີມ ຫຼື ນໍາໄປພັດທະນາຕໍ່.
-     ເພື່ອສະດວກໃນການຕິດຕໍ່ສື່ສານຫາກັນບໍ່ວ່າຈະເປັນ E-mail, facebook, skye, ແລະ ອື່ນໆ.

ບົດທີ 2
ວິທີດໍາເນີນໂຄງງານ

1.    ອຸປະກອນທີ່ນໍາໃຊ້ໃນລະບົບເຄືອຂ່າຍ
1.1. ອຸປະກອນ Hard ware
-  Computer.
-   ຄີມເຂົ້າຫົວ RJ-45.
  -   Printer Canon ip 2770.
  -   Router.
  -   ຫົວ RJ-45.
  -   Switch. 
  -   ສາຍ UTP.
  -   ຝາຄອບຫົວ LAN.
  -   ເຄື່ອງວັດແທກສາຍ UTP.
  -   ມີດ Cuter.
  -   ສາຍປັກສຽບ.
  -   ເຈ້ຍ A4.
  -   ຖານເຄື່ອງວັດແທກສາຍ UTP.


 
1.1.1. ຄອມພິວເຕີ (Computer)
      ຄອມພິວເຕີເປັນເຄື່ອງອີເລັກໂທນິກຊະນິດໜຶ່ງທີ່ຖືກສ້າງຂຶ້ນມາເພື່ອໃຊ້ງານແທນມະນຸດ
ໃນດ້ານການຄິດຄໍານວນແລະສາມາດຈໍາຂໍ້ມູນທັງຕົວເລກແລະຕົວອັກຄະລະໄດ້ເພື່ອຮຽກໃຊ້ງານໃນຄັ້ງຕໍ່ໄປ ນອກຈາກນີ້ຍັງສາມາດຈັດການກັບສັນຍາລັກໄດ້ດ້ວຍຄວາມໄວສູງໂດຍປະຕິບັດຕາມຂັ້ນຕອນຂອງໂປຼແກຼມ ຄອມພິວເຕີຍັງມີຄວາມສາມາດອີກຫຼາຍຢ່າງເຊັ່ນ:ການປຽບທຽບທາງຄະນິດສາດ,ການຮັບຂໍ້ມູນ, ການຈັດເກັບຂໍ້ມູນໃນຕົວເຄື່ອງ ແລະ ສາມາດປະມວນຜົນຈາກຂໍ້ມູນຕ່າງໆໄດ້.


1.1.2.            ເຣົາ​ເຕີ (Router)
ເຣົາເຕີ ​ເປັນ​ອຸປະກອນ​ໃນ​ລະບົບ​ເຄືອ​ຂ່າຍ​ທີ່​ເຮັດ​ຫນ້າທີ່​ເປັນ​ຕົວ​ເຊື່ອມ​ຕໍ່​ໃຫ້​ເຄືອ​ຂ່າຍທີ່​ ມີ​ຂະໜາດ​ ຫຼື​ ມາດຕະຖານ​ໃນ​ການ​ສົ່ງ​ຂໍ້​ມູນ​ຕ່າງ​ກັນ​ສາມາດ​ຕິດ​ຕໍ່​ແລກ​ປ່ຽນ​ຂໍ້​ມູນລະຫວ່າງ​ກັນ​ໄດ້ ເຣົາເຕີຈະ​ເຮັດວຽກ​ຢູ່​ຊັ້ນ Network ຫນ້າທີ່​ຂອງ​ເຣົາເຕີກໍ່​ຄື​ ໂປຼໂຕ​ຄອນ (Protocol) ໂປຼໂຕ​ຄອນ​ເປັນ​ມາດຕະຖານ​ໃນ​ການ​ສື່​ສານ​ຂໍ້​ມູນເທິງ​ເຄືອ​ຂ່າຍ​ຄອມພິວເຕີ  ທີ່​ຕ່າງ​ກັນ​ໃຫ້​ສາມາດ​ສື່​ສານ​ກັນ​ໄດ້.
          

                        ຮູບທີ 1 : ອຸປະກອນເຣົາເຕີ (Router)



1.1.2.            ສາຍ​ສັນຍາ​ນ UTP
ສາຍ UTP (Unshied Twisted Pair) ເປັນ​ສາຍ​ສຳລັບ​ກ໊າດ LAN ທີ່​ໃຊ້​ຄອນ​ເນັກ
​ເຕີ ​ແບບ RJ-45  ສາມາດ​ສົ່ງ​ສັນຍາ​ນ​ໄດ້​ໄກປະ​ມານ 100 ແມັດ ຫາກ​ເຮົາ​ໃຊ້ສາຍ​ແບບ​ນີ້​ຈະ​ຕ້ອງ​ເລືອກ​ປະ​ເພດ​ຂອງ​ສາຍ​ອີກໂດຍ​ທົ່ວ​ໄປ​ນິຍົມ​ໃຊ້​ກັນ 2 ລຸ້ນ  ຄື  CAT3 ກັບ CAT5 ເຊິ່ງ​ແບບ CAT3 ຈະ​ມີ​ຄວາມ​ໄວ​ໃນ​ການ​ສົ່ງ​ສັນຍາ​ນ 10 Mbps ແລະ ​ແບບ CAT5 ຈະ​ມີ​ຄວາມ​ໄວ​ໃນ​ການ​ສົ່ງ​ຂໍ້​ມູນ​ທີ່ 100 Mbps ແນະ​ນຳ​​ໃຫ້​ເລືອກ​ແບບ CAT5 ເພື່ອ​ການ​ອັບ​ເກດ​ໃນ​ພາຍ​ຫລັງ​ຈະ​ໄດ້​ບໍ່​ຕ້ອງຍ້າຍ​ສາຍ​ໃ​ໝ່ໃນ​ການ​ໃຊ້​ງານ​ສາຍ​ນີ້  ສາຍ 1 ເສັ້ນ​ຈະ​ຕ້ອງ​ໃຊ້​ຫົວ RJ-45 Connector ຈຳນວນ 2 ຫົວ  ເພື່ອ​ເປັນ​ຕົວ​ເຊື່ອມ​ຕໍ່​ລະຫວ່າງ​ສາຍ​ສັນ​ຍານ​ຈາກ​ກ໊າ​ດ LAN ໄປ​ສູ່ຮັບ ​ຫຼື ​ເຄື່ອງ​ອື່ນ ເຊັ່ນ​ດຽວ​ກັບ​ສາຍ​ໂທລະສັບໃນ​ກໍລະນີນີ້ເປັນ​ການ​ເຊື່ອມ​ຕໍ່​ເຄື່ອງ 2 ເຄື່ອງ​ສາມາດ​ໃຊ້​ຕໍ່​ຜ່ານ​ສາຍ​ພຽງ​ເສັ້ນ​ດຽວໄດ້​ ແຕ່​ຖ້າ​ຫລາຍກວ່າ 2 ເຄື່ອງກໍ່​ຈຳ​ເປັນ​ຕ້ອງ​ຕໍ່​ຜ່ານ​ຮັບ.
                                

ຮູບທີ 2 : ອຸປະກອນສາຍ UTP

1.1.2.            ສະວິດ (Switch)
ສະວິດ ຫຼື ອິນເຕີເນັດ (Ethernet Switch) ເປັນອຸປະກອນທີ່ເຮັດໜ້າທີ່ກະຈາຍຊ່ອງ
ທາງການສື່ສານຂໍ້ມູນຫຼາຍຊ່ອງທາງໃນລະບົບເຄືອຂ່າຍຄ້າຍກັບຮັບ ແຕ່ຈະຕ່າງກັນທີ່ລັກສະນະການເຮັດວຽກ ແລະ ຄວາມສາມາດໃນເລື່ອງຂອງຄວາມໄວການເຮັດວຽກຂອງສະວິດບໍ່ໄດ້ແບ່ງຄວາມໄວຕາມຈຳນວນຂອງຊ່ອງສັນຍານ )Port) ຕາມມາດຕະຖານຄວາມຄ້າຍຄືຮັບໂດຍແຕ່ລະຊ່ອງສັນຍານ (Port) ຈະໃຊ້ຄວາມໄວເປັນອິດສະລະຕໍ່ກັນຕາມມາດຕະຖານຄວາມໄວເຊັ່ນ: ລະບົບເຄືອຂ່າຍໃຊ້ມາດຕະຖານຄວາມໄວເປັນແບບ 100 Mbps ແລະ ມີເຄື່ອງຄອມພິວເຕີທີ່ຕໍ່ໃນລະບົບ 5 ເຄື່ອງແຕ່ລະເຄື່ອງສາມາດສື່ສານກັນພາຍໃນລະບົບໂດຍໃຊ້ຄວາມໄວເທົ່ກັບ 100 Mbps.
                                   

ຮູບທີ 3 : ອຸປະກອນສະວິດ (Switch)


1.1.2.            ຄິມເຂົ້າຫົວ RJ-45
ເປັນອຸປະກອນທີີ່ໃຊ້ໃນການຕໍ່ຫົວ RJ-45 ແລະ ໃຊ້ບິດເສັ້ນຄະນວນຂອງສາຍ UTP
ແລະ ໃຊ້ໜີບຫົວ RJ-45 ເຂົ້າກັນ.

                                    

ຮູບທີ 4 : ອຸປະກອນຄີມເຂົ້າຫົວ RJ-45


 
1.1.2.            ຫົວ RJ-45.
ຫົວ RJ-45 ຄືຫົວຕໍ່ທີ່ໃຊ້ກັບສາຍສັນຍານເຊື່ອມຕໍ່ເຄືອຂ່າຍແບບສາຍຄູ່ບິດກຽວສາຍ
UTP  ສາຍ UTP ມີຢູ່ 2 ຊະນິດຄື:
1.   ຫົວຕໍ່ໂຕຜູ້ RJ-45 (ຫຼື ທີ່ເອີ້ນວ່າ RJ-45 Connecter ຫຼື  RJ-45 Jack Plug)
ເປັນອຸປະກອນສຳລັບໃສ່ທີ່ປາຍສາຍ UTP ມີລັກສະນະເປັນພາສ໌ຕິກສີ່ຫຼ່ຽມຄ້າຍຄືຫົວຕໍ່ໂທລະສັບມີຊ່ອງສຳລັບສຽບສາຍທີ່ຂ້າງຫຼັງ,  ຂ້າງລຸ່ມສ່ວນຂ້າງເທິງມີຕົວລ໊ອກຖ້າຫັນໜ້າເຂົ້າຂ້າງໜ້າຂອງຫົວຕໍ່ພິນ  1 ຈະຢູ່ທາງຂ້າງຊ້າຍມືຂອງເຮົາໃນຂະນະທີ່ພິນ 8 ຢູ່ເບື້ອງຂວາມື.
2.  ຫົວຕໍ່ໂຕແມ່ RJ-45 (ຫຼື ເອີ້ນວ່າ RJ-45 Jack Face) ມີລັກສະນະເປັນເບົ້າສຽບ
ສຳຫຼັບຫົວຕໍ່  RJ-45   ໂຕຜູ້ ເມື່ອເບິ່ງຈາກຂ້າງທີ່ຈະນຳຫົວຕໍ່ໂຕຜູ້ສຽບພິນ 8 ຈະຢູ່ທາງຊ້າຍສ່ວນພິນ 1 ຈະຢູ່ທາງຂວາ ຫົວຕໍ່ໂຕແມ່ຈະມີລັກສະນະເປັນກ່ອງມີຊ່ອງສຳຫຼັບສຽບຫົວຕໍ່ ທາງໃນກ່ອງຈະມີຂົ້ວຊຶ່ງຈະເປັນສ່ວນ ທີ່ເຊື່ອມກັບສາຍນຳສັນຍານ.

                                        
ຮູບທີ 5 : ຫົວ RJ-45

1.1.2.            ເຄື່ອງມືກວດສອບ Cable Tester UTP
ເປັນເຄື່ອງມືທີ່ໃຊ້ໃນການກວດສອບສາຍເຄເບິ້ນ Cable Tester UTP ວ່າສາຍເຄເບິ້ນ
ນີ້ໃຊ້ງານໄດ້ ຫຼື ບໍ່ ແລະ ກວດສອບເພື່ອບໍ່ໃຫ້ມີການຜິດພາດໃນການຕໍ່ສາຍ.
                                  
ຮູບທີ 6 : ອຸປະກອນກວດສອບ Cable Tester UTP


ຊຸດຄໍາສັ່ງ Soft ware
-   ລະບົບປະຕິບັດການ Windows 7.
-   MS Windows 2008.
-   Microsoft Office 2007.
-   Microsoft Office 2010.
1.    ຂັ້ນຕອນການຕິດຕັ້ງ LAN
2.1.  ການ​ຕໍ່​ສາຍ UTP
ການ​ຕໍ່​ສາຍ UTP ຈະ​ມີ​ວິທີ​ຕໍ່​ຢູ່ 2 ແບບ​ຄື: ການ​ຕໍ່​ແບບ​ໄຂ່ວ ແລະ ​ຕໍ່​ແບບ​ກົງ ໂດຍ​ທີ່​ການ​ຕໍ່
​ແບບໄຂ່ວຈະ​ໃຊ້​ສຳລັບ​ການ​ຕໍ່​ເຄື່ອງ 2 ເຄື່ອງ​ເຂົ້າ​ນຳກັນ ແລະ ​ການ​ຕໍ່​ແບບ​ກົງ​ຈະ​ເປັນ​ການ​ຕໍ່​ເຄື່ອງ​ທຸກ​ເຄື່ອງ​ເຂົ້າ​ກັບຮັບເຊິ່ງ​ຈະ​ມີ​ວິທີ​ການ​ຕໍ່​ສາຍ​ແຕ່​ລະ​ແບບ​ດັ່ງ​ນີ້.
-  ວິທີ​ການ​ຕໍ່​ສາຍ​ແບບ​ໄຂ່ວ
ຕາຕະລາງທີ 1 : ການຕໍ່ສາຍ UTP ແບບໄຂ່ວ



1 ความคิดเห็น:

  1. ไม่ระบุชื่อ4 มีนาคม 2565 เวลา 17:46

    Best 10 Casinos in Seattle, WA - MapyRO
    Find Casinos 제주도 출장마사지 near you on MapyRO! You'll find more casinos in Washington. 안동 출장마사지 Find the 안성 출장안마 best in Washington 군산 출장마사지 and 여수 출장안마 enjoy casino games.

    ตอบลบ